Homeນານາສາລະ5 ເຕັກນິກພິກຊີວິດດ້ວຍການຂຽນ

5 ເຕັກນິກພິກຊີວິດດ້ວຍການຂຽນ

Published on

999.1

ດຽວກ່ອນ! ເຮົາບໍ່ໄດ້ຈະມາເວົ້າເຖິງການໂພດສ໌ຂາຍເຄື່ອງແບບສແປມ ແຕ່ເຮົາໝາຍເຖິງພຽງທ່ານຮູ້ຈັກຂຽນໃຫ້ເປັນ ທ່ານກໍ່ຈະມີງານທັ້ງທີ່ທ່ານນັ່ງຢູ່ກັບເຮືອນ ນັ້ນຄືສິ່ງທີ່ຮຽກວ່າ “ພະລັງຕົວອັກສອນ”

ຕັ້ງໃຈອ່ານດີໆ ນີ້ຄືສູດ 5 ຂໍທີ່ພວກເຮົາໃຊ້ກັບຕົວເອງ.

1. ມີສໄຕລ໌

ທ່ານຄວນເປັນຕົວເອງເໝືອນຕອນຢູ່ກັບເພື່ອນສະໜິດ ເພາະທຸກຄົນເກີດມາມີຄວາມເປັນຕົວເອງທີ່ຕ່າງກັນ ມັນເປັນສີສັນທີ່ສວຍງາມ ມັນເຮັດໃຫ້ຜູ້ອ່ານຈຳທ່ານໄດ້ ເລືອກໃຊ້ພາສາ ເນື້ອຫາ ແລະ ລີລາການນຳສະເໜີໃນແບບຂອງຕົວເອງ ແນະນຳວ່າ “ທ່ານຈົນໃຈໃນເລື່ອງໃດກໍ່ເຮັດເລື່ອງນັ້ນ” ເວົ້າ ແລະ ຂຽນໃນສິ່ງທ່ານສົນໃຈແທ້ໆ ແລະ ຮັກແທ້ໆ ທ່ານຈະເຮັດໄດ້ດີ.

“ຈະເປັນຜູ້ຕາມເພາະກັອບຄົນອື່ນມາເຮັດຫຍັງ ໃນເມື່ອທ່ານສາມາດເປັນຜູ້ນຳໄດ້”

2. ໃຫ້ຄວາມສຸກ

ລອງສັງເກດເລື່ອງໃກ້ຕົວ ເລື່ອງທີ່ຄົນເບິ່ງຂ້າມ ເລື່ອງທີ່ເຫັນກັນຢູ່ຕໍ່ໜ້າ ເອົາມັນມາຕີເປັນຜົນງານທີ່ສ້າງຄວາມສຸກ ສ້າງແຮງບັນດານໃຈ ຜູ້ອ່ານຈະຮູ້ສຶກດີ ເມື່ອກ່ອນຂ້ອຍເຮັດວຽກນຳ Social Media ຂອງຂ້ອຍໃນການ “ຈົ່ມ” ຫຼື “ແຂະ” ຫຼື “ແດກດັນ” ເຄີຍຄິດວ່າເທ້ຫຼາຍ ແຕ່ເມື່ອໄດ້ສອບຖາມລູກເພສຢ່າງຈິງຈັງ ກັບໄດ້ຄຳຕອບວ່າສິ່ງທີ່ພວກເຂົາບໍ່ມັກສຸດໆ ຄື ການຈົ່ມຂອງຂ້ອຍນີ້ເອງ ສິ່ງທີ່ຄົນຫຼິ້ນໂຊຊຽວສວ່ນໃຫຍ່ຕ້ອງການຄື “ຄວາມສຸກ”

 

3. ກັນເອງ

ກ່ອນໜ້ານີ້ຂ້ອຍແທບບໍ່ໄດ້ຕອບຄວາມຄິດເຫັນ ຫຼື ຂໍ້ຄວາມໃຜເທົ່າໃດ ເພາະຫາເວລາຍາກ ແຕ່ພໍຂ້ອຍເລືອກທີ່ຈະພົບປະກັບນັກອ່ານໃນເພສ ຂ້ອຍກໍ່ຮູ້ສຶກມ່ວນຊື່ນສົ່ງຜົນໃຫ້ໃຫ້ເຂົາຮູ້ສຶກເປັນມິດກັບເຮົາ ນັ້ນກໍ່ເຮັດໃຫ້ເຂົາຢາກຕິດຕາມຜົນງານເຮົາຕໍ່ໆໄປ

4. ຖືກທີ່ ຖືກເວລາ ຖືກກຸ່ມ

ທ່ານຕ້ອງຮູ້ວ່າຄົນທີ່ຕິດຕາມງານຂອງທ່ານແມ່ນໃຜ ອອນລາຍກັນຊ່ວງເວລາໃດ ແລະ ຄວນເຜີຍແຜ່ຜ່ານຊ່ອງທາງໃດ ບໍ່ແມ່ນວ່າທ່ານຄິດງານອອກມາດີແລ້ວ ແຕ່ຄົນອ່ານຂອງທ່ານເປັນເດັກນ້ອຍ ຄົນອ່ານຂອງທ່ານເປັນເດັກມັດທະຍົມ ແຕ່ຖ້າທ່ານໂພສງານຕອນເດິກໆຄົນກໍ່ຄົງບໍ່ເຫັນຜົນງານຂອງທ່ານຫຼາຍປານໃດ.

5. ປ່ອຍຜົນງານເລື່ອຍໆ

ເຮັດທຸກວັນໄດ້ຍິ່ງດີ ວັນລະຢ່າງໜ້ອຍໜຶ່ງໂພສກໍ່ໄດ້ ຄົນຈະຮູ້ສຶກວ່າທ່ານເຮັດສະໝ່ຳສະເໝີ ບໍ່ຫາຍໄປດົນ ຢ່າລືມວ່າວັນໆໜຶ່ງມີເພສໃໝ່ໆເກີດຂຶ້ນມາຢ່າງຫຼວງຫຼາຍ ຄົນພ້ອມຈະຫາຍໄປຈາກເພສເຮົາສະເໝີ ທ່ານຄວນອັບເດດເລື່ອງໆ ແຕ່ຢ່າອັບເດດເລື້ອຍຈົນເກີນໄປເພາະມັນຈະເຮັດໃຫ້ເກີດຄວາມໜ້າລຳຄານໄດ້.

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...