spot_img
Homeຂ່າວພາຍ​ໃນທາງການລາວຢືນຢັນ! ບໍລິສັດນໍາເຂົ້າງາຊ້າງ ແລະ ເກັດລິ່ນຜິດກົດໝາຍ ທີ່ພາສີໄທຍຶດໄດ້ ບໍ່ມີຕົວຕົນ!

ທາງການລາວຢືນຢັນ! ບໍລິສັດນໍາເຂົ້າງາຊ້າງ ແລະ ເກັດລິ່ນຜິດກົດໝາຍ ທີ່ພາສີໄທຍຶດໄດ້ ບໍ່ມີຕົວຕົນ!

Published on

ຕາມການລາຍງານຂອງກະຊວງອຸດສະຫະກໍາ ແລະ ການຄ້າ ໃນວັນທີ 23 ກຸມພານີ້ໃຫ້ຮູ້ວ່າ: ໃນວັນທີ 12 ທັນວາ 2015 ຜ່ານມາ, ໂທລະພາບຊ່ອງ 7 ແລະ ໜັງສືພິມບາງກອກໂພສຂອງໄທ ໄດ້ລາຍງານຂ່າວວ່າ: ໃນວັນທີ 11 ທັນວາ 2015 ເຈົ້າໜ້າທີ່ພາສີໄທ ໄດ້ຍຶດສີນຄ້ານໍາຜ່ານຜິດກົດໝາຍ ໃນວັນທີ 10 ທັນວາ 2015, ຊຶ່ງປະກອບມີ: ງາຊ້າງຈໍານວນ 789 ກິໂລ ແລະ ເກັດລິ່ນ 587 ກິໂລ, ພ້ອມລະບຸວ່າ ສີນຄ້າດັ່ງກ່າວ ແມ່ນນໍາມາຈາກປະເທດໄນຈີເຣຍ ຜ່ານສິງກະໂປ ແລ້ວຜ່ານຣາຊະອານາຈັກໄທ ເພື່ອສົ່ງໄປປະເທດປາຍທາງຄື ສປປ ລາວ ໂດຍແມ່ນ ບໍລິສັດ ເຄເອັນທີ ເທຣດດິງ (KNT Trading) ເປັນຜູ້ຮັບສີນຄ້າຢູ່ລາວ ແລະ ເມື່ອມີການລາຍງານຂ່າວດັ່ງກ່າວ, ກົມການນໍາເຂົ້າ-ສົ່ງອອກ ກໍໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຄຸ້ມຄອງທະບຽນວິສາຫະກິດ ກະຊວງອຸດສະຫະກໍາ ແລະ ການຄ້າລາວ ເພື່ອກວດກາໃນຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ກໍບໍ່ປາກົດເຫັນມີຊື່ບໍລິສັດດັ່ງກ່າວ.

ການຍຶດງາຊ້າງນໍາເຂົ້າປະເທດຂອງທາງການໄທ ເປັນບັນຫາທີ່ເຄີຍເກີດຂຶ້ນ, ຊຶ່ງໄລຍະຜ່ານມາໂທລະພາບຊ່ອງ 3, ໜັງສືພິມຜູ້ຈັດການ ແລະ ໜັງສືພີມອື່ນໆຂອງໄທ ກໍເຄີຍອອກຂ່າວການຍຶດງາຊ້າງນໍາຜ່ານໄທ ເພື່ອເຂົ້າມາລາວ 2 ຄັ້ງຄື: ໃນວັນທີ 20 ເມສາ 2015 ແລະ ວັນທີ 26 ເມສາ 2015 ໂດຍກ່າວວ່າມີ 2 ບໍລິສັດ ທີ່ຈະຮັບສີນຄ້າຢູ່ປາຍທາງ ສປປ ລາວ ຄື: ບໍລິສັດ ມະນີສຸກການຄ້າລາວ ແລະ ບໍລິສັດ ສຸກປະສົງຂາອອກ-ຂາເຂົ້າ ຈໍາກັດ, ແຕ່ຜ່ານການກວດກາຕົວຈິງ ຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ທັງ 2 ບໍລິສັດແມ່ນບໍ່ມີຕົວຕົນໃນລາວ.

ສປປ ລາວ ເປັນພາຄີຂອງສົນທິສັນຍາໄຊເຕັດ(CITES) ນັບແຕ່ປີ 2004 ເປັນຕົ້ນມາ, ສະນັ້ນ ການຈັດຕັ້ງປະຕິບັດພັນທະສັນຍາດັ່ງກ່າວ ຖືວ່າເປັນວຽກບູລິມະສິດຂອງລັດຖະບານ, ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ຈະປະສານສົມທົບກັບເຈົ້າໜ້າທີ່ຝ່າຍໄທ ໃນການສືບຫາຂໍ້ມູນຄວາມຈິງຕື່ມອີກ ເພື່ອບໍ່ໃຫ້ເສຍພາບພົດແກ່ ສປປ ລາວ ໃນຖານະເປັນພາຄີຂອງສົນທິສັນຍາດັ່ງກ່າວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...