spot_img
Homeຂ່າວເຫດການລັດຖະມົນຕີຕ່າງປະເທດມາເລເຊຍ ຈະເດີນທາງຢ້ຽມຢາມ ສປປ ລາວ 27-29 ກຸມພານີ້!

ລັດຖະມົນຕີຕ່າງປະເທດມາເລເຊຍ ຈະເດີນທາງຢ້ຽມຢາມ ສປປ ລາວ 27-29 ກຸມພານີ້!

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດາໂຕະ ສິຣິ ເອນິຟາ ເອມານ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ຄະນະ ຈະເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 27-29 ກຸມພາ 2016 ເພື່ອເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ມາເລເຊຍ.

ຊີວະປະຫວັດຫຍໍ້ທ່ານ ດາໂຕະ ສິຣິ ເອນິຟາ ເອມານ ຮານິບ ເອັມມານ (DATO’ SRI ANIFAH AMAN HANIFF AMMAN) ປີ 1979 ຈົບການສຶກສາທີ່ມະຫາວິທະຍາໄລບັກກິງແຮມ ປະເທດອັງກິດ ສາຂາວິຊາປັດສະຍາ, ເສດຖະກິດ ແລະ ກົດໝາຍ; 1991 ສະມາຊິກຄະນະກຳມະການຮັບຜິດຊອບຊົ່ວຄາວ ຂອງພັກອົງການແຫ່ງຊາດມາເລ ເຂດເລືອກຕັ້ງບິວຟອດ ແຂວງຊາ; 1994 ສສ ສັງກັດ ພັກອົງການແຫ່ງຊາດມາເລ ລົງສະໝັກເຂົ້າເປັນສະມາຊິກ ແນວຮ່ວມພັກ Barisan Nasional ເຂດເລືອກຕັ້ງ 22 Klias ເມື່ອກ່ອນຮູ້ຈັກໃນນາມເຂດ 36 Klias; 1994-1995 ຫົວໜ້າການເງິນ ສັງກັດພັກອົງການແຫ່ງຊາດມາເລ ເຂດບິວຟອດ ແຂວງຊາບາ; 1994-1997 ຫົວໜ້າຄະນະກຳມະການເລືອກຕັ້ງ ເຂດເມືອງບິວຟອດ; 1999-2004 ສະມາຊິກລັດຖະສະພາ ສັງກັດ ພັກອົງການແຫ່ງຊາດມາເລ ສສ ເຂດບິວຟອດ ແຂວງຊາບາ; ມີນາ 2004-ປັດຈຸບັນ ສະມາຊິກລັດຖະສະພາ ສັງກັດພັກອົງການແຫ່ງຊາດມາເລ ສສ ເຂດຄິມານິດ ແຂວງຊາບາ; ກໍລະກົດ 2004- ປັດຈຸບັນ ຫົວໜ້າຮັບຜິດຊອບຄິມານິດ ຂອງພັກອົງການແຫ່ງຊາດມາເລ; 1999-2004 ດຳລົງຕຳແໜ່ງເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ; 2004-2008 ດຳລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ; 2009-ປັດຈຸບັນ ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການ ກະຊວງການຕ່າງປະເທດມາເລເຊຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...