spot_img
Homeຂ່າວທ້ອງຖິ່ນອຸ­ບັດ­ເຫດ​ຢູ່​ບ້ານ​ສາມພັນນາ​ ເສຍ​ຊີ­ວິດ 1 ຄົນ

ອຸ­ບັດ­ເຫດ​ຢູ່​ບ້ານ​ສາມພັນນາ​ ເສຍ​ຊີ­ວິດ 1 ຄົນ

Published on

ຊາຍ​ອາ­ຍຸ​ກວ່າ 50 ປີ ໄດ້​ສິ້ນ​ລົມ​ຫາຍ­ໃຈໃນ​ຂະ­ນະທີ່​ໜ່ວຍ​ກູ້​ໄພ​ໄດ້​ນຳ​ສົ່ງ​ໂຮງ­ໝໍ ພາຍ­ຫຼັງ​ເກີດ​ອຸ­ບັດ­ເຫດ​ລົດ​ລົ້ມ ຢູ່​ເສັ້ນ­ທາງ​ເລກ​ທີ 11 ເຂດ​ບ້ານ​ນາ​ສຳ­ພັນ ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ.

ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນ ເມືອງ​ສັງ​ທອງ​ໃຫ້​ຮູ້​ວ່າ: ຜູ້​ເສຍຊີ­ວິດ​ຊື່​ທ້າວ ແກ້ວ ອາ­ຍຸ 52 ປີ ຢູ່​ບ້ານ​ປາກ​ຕອນ ເມືອງ​ສັງທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຜູ້­ກ່ຽວ​ໄດ້​ຂັບ​ຂີ່​ລົດ­ຈັກ (ບໍ່​ມີໝາຍ​ເລກ​ທະ­ບຽນ) ແກ່​ເຄື່ອງ­ນຸ່ງ​ຫົ່ມ​ມຸ້ງ​ໜ້າ​ມາ​ແຕ່​ບ້ານ ປາກ​ຕອນ ແຕ່​ຍ້ອນ​ຂັບ​ມາ​ດ້ວຍ​ຄວາມ​ໄວ​ບວກ​ກັບ​ສະ­ພາບ ເສັ້ນ­ທາງ​ເປ່​ເພ​ຢ່າງ​ໜັກ, ເສັ້ນ­ທາງ​ຂາດ​ຈິ່ງ​ເຮັດ​ໃຫ້​ຜູ້­ກ່ຽວ ຫັກ​ຫຼີກ​ຂຸມ​ແລ້ວ​ເກີດ​ລົດ​ລົ້ມ​ກ່ອນ​ຈະ​ມີ​ໜ່ວຍ​ກູ້​ໄພ​ມາ​ຊ່ວຍເຫຼືອ ຊຶ່ງ​ກໍ​ບໍ່​ສາ­ມາດ​ຊ່ວຍ​ຕໍ່​ລົມ​ຫາຍ­ໃຈ​ໄວ້​ໄດ້​ເພາະ​ຜູ້­ກ່ຽວ​ໄດ້​ເສຍ​ຊີ­ວິດ​ໃນ​ເວ­ລາ​ນຳ​ສົ່ງ​ໂຮງ­ໝໍ.

ເຈົ້າ​ໜ້າ­ທີ່​ຈະ­ລາ­ຈອນ ເມືອງ​ສັງ​ທອງ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຜ່ານ​ມາ​ຢູ່​ເສັ້ນ­ທາງ​ດັ່ງ ກ່າວ​ໄດ້​ເກີດ​ອຸ­ບັດ­ເຫດ​ມາ​ຫຼາຍ​ຄັ້ງ ແລະ ມີ​ຜູ້​ເສຍ​ຊີ­ວິດ​ມາ​ແລ້ວ​ຫຼາຍ​ຄົນ ຍ້ອນ​ເສັ້ນ ທາງ​ເປ່​ເພ ແລະ​ບໍ່​ມີ​ການ​ສ້ອມ­ແປງ ຊຶ່ງ ເພື່ອ​ແກ້​ໄຂ​ສະ­ເພາະ​ໜ້າ​ເຈົ້າ​ໜ້າ­ທີ່​ໄດ້ ນຳ​ເອົາ​ປ້າຍ​ໄປ​ຕິດ​ຕັ້ງ​ເຕືອນ​ຜູ້​ຂັບ​ຂີ່​ໃຫ້​ມີ​ຄວາມ​ລະ­ມັດ­ລະ­ວັງ, ແຕ່​ແນວ­ໃດ​ກໍ​ດີ ຢາກ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ​ຮີບ​ຮ້ອນ ສ້ອມ­ແປງ​ໃຫ້​ເສັ້ນ­ທາງ​ກັບ​ມາ​ມີ​ສະ­ພາບ ປົກ­ກະ­ຕິ ເພື່ອ​ບໍ່​ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ ເກີດ​ຂຶ້ນ​ດັ່ງ​ທີ່​ຜ່ານ​ມາ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...