spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເລືອດດັງໄຫຼ ເກີດຈາກຫຍັງ? ອາດໝາຍເຖິງສັນຍານຮ້າຍ ຂອງໂລກທີ່ລີ້ຢູ່

ເລືອດດັງໄຫຼ ເກີດຈາກຫຍັງ? ອາດໝາຍເຖິງສັນຍານຮ້າຍ ຂອງໂລກທີ່ລີ້ຢູ່

Published on

ເລືອດດັງໄຫຼ ເກີດຈາກຫຍັງ? ອາດໝາຍເຖິງສັນຍານຮ້າຍ ຂອງໂລກທີ່ລີ້ຢູ່

ເລືອດດັງໄຫຼໂດຍບໍ່ມີສາເຫດ ທີ່ແທ້ຈິງແລ້ວເລືອດກໍາເດົາທີ່ໄຫຼອາດບອກພາວະຂອງໂລກ ຫຼືຄວາມຜິດປົກກະຕິຂອງຮ່າງກາຍຢູ່ກໍ່ໄດ້ ຖ້າເປັນແນວນັ້ນເຮົາມາເບິ່ງນໍາກັນວ່າທີ່ແທ້ຈິງແລ້ວເລືອດດັງໄຫຼເກີດຈາກສາເຫດຫຍັງກັນແດ່

ໄຂ້ຫວັດ ອາການແພ້ ຫຼືອາການອັກເສບຕ່າງໆ

ອາການດັ່ງກ່າວເກີດຈາກເສັ້ນເລືອດຝອຍໃນດັງທີ່ແຕກ ດ້ວຍການສັ່ງນໍ້າມູກທີ່ຮຸນແຮງ ຫຼືອາການອັກເສບຕ່າງໆ ຊື່ງເມື່ອຮັກສາອາການເຈັບຕົ້ນເຫດໃຫ້ດີຂາດເລີຍ ເລືອດກໍາເດົາກໍ່ຈະບໍ່ໄຫຼອີກ

ບັນຫາສຸຂະພາບ

ເຜີຍວ່າ ຫາກອາການເລືອດດັງໄຫຼຂອງທ່ານມາພ້ອມກັບອາການເຈັບຫົວ ໜັກຫົວເປັນເອົາແທ້ເອົາວ່າ ຫາຍໃຈໄວ, ສັ້ນ ແລະມີອາການໃຈສັ່ນ ອາດບົ່ງຊີ້ພາວະໂລກຫົວໃຈ, ໂລກຕັບ, ໂລກໄຕ, ໂລກພິດເຫຼົາຊໍ້າເຮື້ອ ຫຼືໂລກທີ່ກ່ຽວກັບລະບົບທາງເດີນເລືອດອື່ນໆ ເຊັ່ນ ໂລກຄວາມດັນເລືອດສູງ ແລະໂລກຫົວໃຈໄດ້ ເພາະພາວະຂອງໂລກເຫຼົ່ານີ້ອາດເຮັດໃຫ້ເກີດຄວາມດັນເລືອດສູງເກິນກວ່າປົກກະຕິ ຈົນເລືອດຕ້ອງໄຫຼອອກມາທາງດັງ ເພື່ອຫຼຸດຄວາມດັນເຫຼົ່ານີ້ລົງ ຊື່ງອາການເລືອດກໍາເດົາໄຫຼແບບນີ້ບໍ່ໜ້າໄວ້ວາງໃຈເປັນຢ່າງຍິ່ງ ເພາະໝາຍເຖິງອາການຂອງໂລກທີ່ກໍາລັງເປັນຢູ່ກໍາລັງຈະເລີ່ມນັ້ນເອງ

ອາກາດທີ່ແຫ້ງຈົນເກີນໄປ

ອາກາດທີ່ແຫ້ງຈົນເກີນໄປອາດເຮັດໃຫ້ເສັ້ນເລືອດຝອຍໃນດັງເກາະ ແລະແຕກໄດ້ນໍາມາຊື່ງເລືອດກດັງທີ່ໄຫຼອອກສະແດງຕົວ ຊື່ງເຮົາສາມາດປ້ອງກັນໄດ້ດ້ວຍການເພີ່ມຄວາມຊື່ນໃນອາກາດ ໂດຍໃນເວລານອນຫຼັບກໍ່ໃຫ້ນໍ້າຖ້ວຍນ້ອຍໄວ້ວາງຂ້າງໆຕຽງ ຫຼືຈະຮັບປະທານໝາກໄມ້ທີ່ມີວິຕາມິນຊີສູງ ເຊັ່ນ: ໝາກສົ້ມ, ໝາກສີດາ, ໝາກເລ່ນ, ໝາກຂາມປ້ອມ, ໝາກນັດ ເປັນປະຈໍາ ກໍ່ຈະຊ່ວຍປ້ອງກັນເລືອດດັງໄຫຼໄດ້

ຢາບາງຊະນິດ

ໂດຍສະເພາະຢາຫຼຸດການຈັບຕົວຂອງເລືອດ ເຊັ່ນ ແອສໄພຣິນ ຫຼືຢາຕ້ານການອັກເສບຊະນິດບໍ່ໃຊ້ສເຕີຍຣອຍ ຊື່ງເປັນສາເຫດຂອງອາການເລືອດດັງໄຫຼອອກຈາກຮ່າງກາຍໄດ້ງ່າຍຂຶ້ນ ຈົນເຮັດໃຫ້ເກີດອາການເລືອດດັງໄຫຼນັ້ນເອງ

ການລະຄາຍເຄື່ອງ ຫຼືອາການບາດເຈັບບໍລິເວນເນື້ອເຫຍື່ອດັງ

ບໍ່ວ່າຈະເປັນການແກະດັງ, ເກົາຢ່າງຮຸນແຮງ, ການສັ່ງນໍ້າມູກ ຫຼືການປ່ຽນແປງຄວາມກົດອາກາດແບບໄວວາ ເຊັ່ນ ຂະນະນັ່ງເຮື່ອບິນ ຫຼືດໍານໍ້າ ລັກສະນະແບບນີ້ອາດເຮັດໃຫ້ເກີດເລືອດດັງໄຫຼໄດ້ງ່າຍກວ່າປົກກະຕິ

ຜະຫນັງກັ້ນຊ່ອງດັງຄົດ, ໂຄ້ງ, ງໍ ຫຼືເປັນສັນແຫຼມ

ລາຍນີ້ອາດສັງເກດໄດ້ວ່າເລືອດດັງຈະໄຫຼພຽງຂ້າງດຽວ ແລະມັກຈະເປັນທີ່ຂ້າງເກົ່າຕະຫຼອດ ເນື່ອງຈາກຜະຫນັງກັ້ນຊ່ອງດັງທີ່ແຄບນັ້ນ ຈະມີລົມຫາຍໃຈ ຫຼືອາກາດເຂົ້າ-ອອກ ຫຼາຍກວ່າ ແລະໄວກວ່າ ເຮັດໃຫ້ເນື້ອເຫຍືອດັງແຫ້ງກວ່າອີກຂ້າງ ຈົນເຮັດໃຫ້ເກີດສະເກັດ ແລະມີເລືອດອອກໄດ້ງ່າຍ

ເນື້ອງອກໃນດັງ ຫຼື ໂພງອາກາດຂ້າງດັງ

ເນື້ອງອກທີ່ວ່າອາດເປັນໄດ້ທັງເນື້ອຮ້າຍ ແລະເນື້ອທີ່ບໍ່ຮ້າຍ ແຕ່ທີ່ເລືອດກໍາເດົາໄຫຼກໍ່ເພາະເມື່ອຮ່າງກາຍມີເນື້ອງອກຂຶ້ນມາ ເລືອດຈະມາຫຼໍ່ລ້ຽງເນື້ອງອກນັ້ນເອງ ຈໍານວນຫຼາຍ ແລະອາດເຮັດໃຫ້ເລືອດອອກມາທາງດັງໄດ້

ດັ່ງນັ້ນ ຫາກມີເລືອດກໍາເດົາແບບບຶດເປັນ ບຶດເຊົາ ປະລິມານເລືອດດັງທີ່ໄຫຼຫຼາຍກວ່າປົກກະຕິ ນໍ້າໜັກຕົວຫຼຸດ, ມີກ້ອນທີ່ຄໍ, ສຽງແຫບດົນເກີນ 3 ສັບປະດາ ຫຼືຮູ້ສຶກຄັດດັງຊໍ້າເຮື້ອ ຄວນໄປຊ່ອງກ້ອງເພື່ອກວດໂພງດັງຈະດີກວ່າ

ຄວາມຜິດປົກກະຕິຂອງຫຼອດເລືອດ

ເລືອດດັງໄຫຼອາດເກີດຈາກຄວາມຜິດປົກກະຕິຂອງຫຼອດເລືອດທີ່ມາລ້ຽງດັງ ເຊັ່ນ ພາວະເສັ້ນເລືອດໂພງ ຫຼື ເສັ້ນເລືອດແດງຜິດປົກກະຕິຈາກອຸບັດເຫດທີ່ມີການກະທົບກະເທືອນມາເຖິງໂພງດັງ ເປັນຕົ້ນ

ໄດ້ຮູ້ກັນໄປແລ້ວວ່າທີ່ເລືອດດັງໄຫຼເກີດຈາກສາເຫດຫຍັງແດ່ ເທື່ອນີ້ລອງມາເບິ່ງວິທີປະຖົມພະຍາບານອາການເລືອດດັງໄຫຼໃນເບື້ອງຕົ້ນກັນດີກວ່າ

ການປະຖົມພະຍາບານຜູ້ເຈັບມີເລືອດດັງໄຫຼ

1    ໃຫ້ຜູ້ເຈັບນັ່ງເງີຍໜ້າຂຶ້ນ ຫຼືກົ້ມໜ້າລົງຫຼາຍໆ ແລ້ວໃຊ້ມືບີບປີກດັງທັງສອງຂ້າງ ດົນປະມານ 5-10 ນາທີ ລະຫວ່າງນັ້ນໃຫ້ຜູ້ເັຈັບຫາຍໃຈເລິກໆ ທາງປາກແທນ ແລະອາດວາງຜ້າເຢັນຫຼືຖົງນໍ້າກ້ອນໄວ້ເທິງດັງດ້ວຍກໍ່ໄດ້

2    ຫຼັງມີເລືອດດັງໄຫຼພາຍໃນ 24-48 ຊົ່ວໂມງທໍາອິດ ຄວນຫຼີກລ່ຽງການສັ່ງນໍ້າມູກແຮງໆ ການແຄະຂີ້ດັງ ການ ອອກແຮງຫຼາຍ ອອກກໍາລັງກາຍຢ່າງໜັກ ຫຼືກິດຈະກໍາທີ່ອາດເກີດການກະທົບກະເທື່ອນບໍລິເວນດັງທຸກຊະນິດ

3    ຖ້າເລືອດຢຸດໄຫຼແລ້ວຄວນນອນພັກຜ່ອນ ໂດຍຍົກຫົວໃຫ້ສູງ ຈາກນັ້ນນໍານໍ້າກ້ອນມາແປະໃສ່ບໍລິເວນໜ້າຜາກ ຫຼືລໍາຄໍ ຫຼືອົມນໍ້າກ້ອນເພື່ອໃຫ້ເລືອດຢຸດໄຫຼກໍ່ໄດ້ ແຕ່ການເອົານໍ້າກ້ອນມາແປະຄວນໃຊ້ເວລາພຽງ 10 ນາທີຕໍ່ເທື່ອ 1 ເວັ້ນພັກ 10 ນາທີ ຈາກນັ້ນຄ່ອຍເອົານໍ້າກ້ອນມາແປະໃໝ່ອີກເທື່ອ 1

4    ໃນກໍລະນີທີ່ປະຖົມພະຍາບານແລ້ວແຕ່ເລືອດຍັງບໍ່ຢຸດໄຫຼ ຄວນນໍາຜູ້ເຈັບໄປໂຮງໝໍທັນທີ

ຄວາມຜິດປົກກະຕິຂອງຮ່າງກາຍແບບມີເລືອດດັງໄຫຼ ອາດບົ່ງບອກເຖິງພາວະຄວາມເຈັບໄຂ້ບໍ່ສະບາຍຂອງຮ່າງກາຍໄດ້ຫຼາຍຢ່າງ ສະນັ້ນ ເຮົາກໍ່ຄວນໃສ່ໃຈເບິ່ງແຍງສຸຂະພາບກັນໃຫ້ດີໆ ທັງນີ້ນັ້ນກໍ່ເພື່ອສຸຂະອານະໄມທີ່ດີ ແລະຮ່າງກາຍທີ່ແຂງແຮງ ປັດສະຈາກໂລກໄພຂອງເຮົາເອງ

 

ຂໍ້ມູນຈາກ http://www.sedthakid.la/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...