Homeຂ່າວພາຍ​ໃນຈະຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງເກືອບ 4 ລ້ານຄົນທົ່ວປະເທດ ໄດ້ໄປໃຊ້ສິດລົງຄະແນນສຽງ 100%!

ຈະຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງເກືອບ 4 ລ້ານຄົນທົ່ວປະເທດ ໄດ້ໄປໃຊ້ສິດລົງຄະແນນສຽງ 100%!

Published on

ຄະນະກຳມະການເລືອກຕັ້ງລະດັບຊາດຖະແຫຼງວ່າ: ຕົນຈະຕ້ອງຮັບປະກັນ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຈຳນວນ 3.988.000 ຄົນ ແຕ່ອາຍຸ 18 ປີຂື້ນໄປ ຢູ່ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ, ໄດ້ໄປໃຊ້ສິດລົງຄະແນນສຽງ ໃຫ້ໄດ້ 100% ຄື:

ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈຳນວນຜູ້ມີສິດເລືອກຕັ້ງ 592.000 ຄົນ, ຍິງ 300.000 ຄົນ,

ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈຳນວນຜູ້ມີສິດເລືອກຕັ້ງ 102.000 ຄົນ, ຍິງ 50.000 ຄົນ,

ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ມີຈຳນວນຜູ້ມີສິດເລືອກຕັ້ງ 103.000 ຄົນ, ຍິງ 53.000 ຄົນ,

ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຈຳນວນຜູ້ມີສິດເລືອກຕັ້ງ 174.000 ຄົນ, ຍິງ 87.000 ຄົນ,

ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈຳນວນຜູ້ມີສິດເລືອກຕັ້ງ 107.000 ຄົນ, ຍິງ 53.000 ຄົນ,

ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຈຳນວນຜູ້ມີສິດເລືອກຕັ້ງ 256.000 ຄົນ, ຍິງ 127.000 ຄົນ,

ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຈຳນວນ ຜູ້ມີສິດເລືອກຕັ້ງ 252.000ຄົນ, ຍິງ 123.000 ຄົນ,

ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈຳນວນຜູ້ມີສິດເລືອກຕັ້ງ 160.000 ຄົນ, ຍິງ 79.000 ຄົນ,

ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຈຳນວນຜູ້ມີສິດເລືອກຕັ້ງ 140.000 ຄົນ, ຍິງ 69.000 ຄົນ,

ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຈຳນວນຜູ້ມີສິດເລືອກຕັ້ງ 263.000 ຄົນ, ຍິງ 132.000 ຄົນ,

ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີຈຳນວນຜູ້ມີສິດເລືອກຕັ້ງ 164.000 ຄົນ, ຍິງ 81.000 ຄົນ,

ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ມີຈຳນວນຜູ້ມີສິດເລືອກຕັ້ງ 236.000 ຄົນ, ຍິງ 121.000 ຄົນ,

ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດມີຈຳນວນຜູ້ມີສິດ ເລືອກຕັ້ງ 596.000 ຄົນ, ຍິງ 304.000 ຄົນ,

ເຂດເລືອກຕັ້ງທີ 14 ແຂວງສາລະວັນມີຈຳນວນຜູ້ມີສິດເລືອກຕັ້ງ 227.000 ຄົນ, ຍິງ 117.000 ຄົນ,

ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຈຳນວນຜູ້ມີສິດເລືອກຕັ້ງ 431.000 ຄົນ, ຍິງ 220.000 ຄົນ,

ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈຳນວນຜູ້ມີສິດເລືອກຕັ້ງ 59.000 ຄົນ, ຍິງ 29.000 ຄົນ,

ເຂດເລືອກຕັ້ງທີ 17 ແຂວງອັດຕະປືມີຈຳນວນຜູ້ມີສິດເລືອກຕັ້ງ 79.000 ຄົນ, ຍິງ 40.000 ຄົນ,

ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈຳນວນຜູ້ມີສິດເລືອກຕັ້ງ 46.000 ຄົນ, ຍິງ 21.000 ຄົນ

ແລະ ເພື່ອຮັບປະກັນຄາດໝາຍດັ່ງກ່າວ ຄະນະກຳມະການເລືອກຕັ້ງລະດັບຊາດ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຜູ້ທີ່ມີສິດເລືອກຕັ້ງ ຈົ່ງໃຊ້ສິດປະຊາທິປະໄຕຂອງຕົນ ໄປຄັດເລືອກເອົາ ສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມເງື່ອນໄຂ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...