spot_img
Homeຂ່າວການພັດທະນາຈະເລິ່ມກໍ່ສ້າງ ໂຮງງານນໍ້າປະປາແສນດິນ ເມືອງນາຊາຍທອງ ດູດນ້ຳງື່ມຂຶ້ນຜະລິດ 24 ພັນແມັດກ້ອນຕໍ່ມື້!

ຈະເລິ່ມກໍ່ສ້າງ ໂຮງງານນໍ້າປະປາແສນດິນ ເມືອງນາຊາຍທອງ ດູດນ້ຳງື່ມຂຶ້ນຜະລິດ 24 ພັນແມັດກ້ອນຕໍ່ມື້!

Published on

ໃນວັນທີ 24 ກຸມພານີ້, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫລວງ ແລະ ຄະນະ, ໄດ້ລົງໄປຕິດຕາມເບິ່ງ ການບຸກເບີກເນື້ອທີ່ດິນຫລາຍກວ່າ 3 ເຮັກຕາ, ຢູ່ເຂດບ້ານແສນດິນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເຊິ່ງແມ່ນສະຖານທີ່ກໍ່ສ້າງ ໂຮງງານຜະລິດນໍ້າປະປາແຫ່ງໃໝ່ ທີ່ມີກໍາລັງການຜະລິດ ປະມານ 24 ພັນແມັດກ້ອນຕໍ່ມື້ ທີ່ດູດເອົານໍ້າງື່ມຂຶ້ນມາຜະລິດ.

ທ່ານອໍານວຍການລັດວິສາຫະກິດດັ່ງກ່າວ ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ມີມູນຄ່າກໍ່ສ້າງປະມານ 15 ລ້ານໂດລາສະຫະລັດ, ໂດຍແມ່ນບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງເປັນຜູ້ຮັບເໝົາ ແລະ ຄາດ ວ່າຈະໃຫ້ສໍາເລັດ ໃນປີ 2017. ການລົງມາເຮັດວຽກ ຂອງຄະນະນໍາລັດວິສາຫະກິດນໍ້າປະປາພວກເຮົາເທື່ອນີ້ ກໍເພື່ອເປັນການຕິດຕາມຊຸກຍູ້ໃຫ້ຜູ້ຮັບເໝົາ ໄດ້ດໍາເນີນວຽກງານການບຸກເບີກເນື້ອທີ່ ສໍາເລັດຕາມແຜນກໍານົດໄວ້ ເພື່ອສາມາດໄດ້ລົງມືກໍ່ສ້າງ ໃນເດືອນມີນາທີ່ຈະເຖິງນີ້ ແລະ ພາຍຫລັງກໍ່ສ້າງສໍາເລັດ ຈະສາມາດສະໜອງນໍ້າ ໃຫ້ແກ່ປະຊາຊົນໃນເຂດເມືອງນາຊາຍທອງ ຊົມໃຊ້ສະດວກສະບາຍ, ໂດຍຈະເຊື່ອມຕໍ່ກັບທໍ່ນໍ້າທີ່ມີຢູ່ແລ້ວ ໃນເຂດເມືອງດັ່ງກ່າວ.

ທ່ານອໍານວຍການ ໃຫ້ຮູ້ອີກວ່າ: ປັດຈຸບັນຄວາມຕ້ອງການໃຊ້ນໍ້າປະປາ ຢູ່ນະຄອນຫລວງວຽງຈັນມີຫລາຍກວ່າ 320 ພັນແມັດກ້ອນຕໍ່ມື້, ແຕ່ສາມາດສະໜອງນໍ້າໄດ້ພຽງ 280 ພັນແມັດກ້ອນຕໍ່ມື້, ກວມປະມານ 80% ໃນທົ່ວນະຄອນຫລວງວຽງຈັນ, ແຕ່ຮັບປະກັນວ່າຮອດປີ 2020 ປະຊາຊົນຈະມີນໍ້າປະປາ ຊົມໃຊ້ຢ່າງທົ່ວເຖິງແນ່ນອນ. ສະນັ້ນ ໃນໄລຍະທີ່ສະພາບການສະໜອງນໍ້າ ຍັງບໍ່ພຽງພໍຕາມຄວາມຕ້ອງການ ຄືດັ່ງປັດຈຸບັນນີ້ ກໍຂໍຮຽກຮ້ອງເຖິງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ຈົ່ງໃຊ້ນໍ້າຢ່າງປະຢັດ, ຖ້າພົບກໍລະນີທໍ່ນໍ້າແຕກ, ຮົ່ວ ກໍໃຫ້ຮີບຮ້ອນແຈ້ງຫາພາກສ່ວນກ່ຽວຂ້ອງຮັບຊາບ ເພື່ອມາສ້ອມແປງແກ້ໄຂໄດ້ທັນເວລາ ແລະ ໃນນາມທ່ານ ຄໍາເຜີຍ ວົງສາຄໍາຜຸຍ ເປັນຜູ້ແທນທີ່ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດຊຸດທີ VIII ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ເພິ່ນກໍໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ຈົ່ງໄດ້ອອກໄປໃຊ້ສິດຂອງຕົນ ເລືອກເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ, ນະຄອນຫລວງ ທີ່ຈະມີຂຶ້ນພ້ອມກັນທົ່ວປະເທດ ໃນວັນທີ 20 ມີນາທີ່ຈະເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ບັນລຸຜົນສໍາເລັດຈົບງາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...