Homeຂ່າວຕ່າງປະເທດນັກທຸລະກິດ ສ.ເຊັກ ສົນໃຈລົງທຶນເຂົ້າຫວຽດນາມ

ນັກທຸລະກິດ ສ.ເຊັກ ສົນໃຈລົງທຶນເຂົ້າຫວຽດນາມ

Published on

ຂ່າວສານຫວຽດນາມ ລາຍງານວ່າ: ຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງປຣາກ ສ.ເຊັກ ສະມາຄົມທຸລະກິດຂະໜາດ ກາງ ແລະ ນ້ອຍ ຂອງຫວຽດ ນາມ ໄດ້ຈັດຕັ້ງກອງປະຊຸມ ໂຕະມົນ ເພື່ອແນະນຳຜະລິດ ຕະພັນໃຫ້ກັບ 40ຕົວແທນຈາກ ບັນດາສະມາຄົມທຸລະກິດ ແລະ ບັນດານັກທຸລະກິດ ສ.ເຊັກ ທີ່ ສົນໃຈຕະຫຼາດເສດຖະກິດໃນ ຫວຽດນາມ. ທ່ານ ໂຕຮວຍ ນາມ ຮອງປະທານກຳມະການ ແລະ ເຂລາທິການສະມາຄົມ ທຸລະກິດຂະ ໜາດກາງ ແລະ ນ້ອຍ ຫວຽດນາມໃຫ້ຮູ້ວ່າ: ຫວຽດນາມມີ 500.000 ວິສາ ຫະກິດຂະໜາດກາງ ແລະ ນ້ອຍ ກວມເຖິງ 50% ຂອງຈຳນວນ ເງິນລົງທຶນທົ່ວສັງຄົມ, ກວມ (GDP) 45%, ສ້າງວຽກເຮັດ ງານທຳເກືອບ 10 ລ້ານແຮງ ງານ.

w2-1 (1)

ວິສາຫະກິດຂະໜາດກາງ ແລະ ນ້ອຍມີການພົວພັນ ກັບ 60.000 ທຸລະກິດຂອງ ຫວຽດນາມ ພ້ອມທັງເປັນຂົວຕໍ່ ລະຫວ່າງບັນດານັກທຸລະກິດ ສອງປະເທດ, ລັດຖະບານ ຫວຽດນາມ ແລະ ບັນດາໜ່ວຍ ງານທີ່ກ່ຽວຂ້ອງເຊັ່ນ: ທະນາ ຄານ, ພາສີອາກອນ ໄດ້ສ້າງ ຫຼາຍເງື່ອນໄຂທີ່ດີໃຫ້ກັບວິສາ ຫະກິດຂະໜາດກາງ ແລະ ນ້ອຍໃຫ້ມີຄວາມໝັ້ນຄົງ ແລະ ມີ  ການ ພັດທະນາເປັນກ້າວໆ. ໃນ  ກອງປະຊຸມ ທ່ານ ໂຕຮວຍນາມ ໄດ້ຕອບຄຳຖາມ ຂອງນັກທຸລະກິດ ສ.ເຊັກ ກ່ຽວກັບຫຼາຍນະໂຍ ບາຍຂອງຫວຽດນາມເຊັ່ນ: ນະໂຍບາຍການດຶງດູດນັກລົງທຶນ ຕ່າງປະເທດ, ເຂດເສດຖະກິດ ທີ່ໄດ້ຮັບບຸລິມະສິດ, ກ່ຽວກັບ ຄວາມໂປ່ງໃສໃນຂັ້ນຕອນການ ຂໍໃບອະນຸຍາດຕ່າງໆ, ຄວາມ ສາມາດທາງດ້ານການເງິນຂອງ ທຸລະກິດຂະໜາດກາງ ແລະ ນ້ອຍ ຢູ່ຫວຽດນາມ ແລະ ອື່ນໆ.

ບັນດານັກທຸລະກິດ ສ.ເຊັກ ໄດ້ສະແດງຄວາມສົນໃຈຕະ ຫຼາດຫວຽດນາມ ປາຖະໜາສະ ແຫວງຫາໂອກາດສົ່ງອອກ ສິນຄ້າ ພ້ອມກັນນັ້ນ ຍັງໄດ້ຕີ ລາຄາສູງກ່ຽວກັບນະໂຍບາຍ ຂອງຫວຽດນາມ ທີ່ມີຕໍ່ທຸລະ ກິດ. ເນື່ອງໃນໂອກາດນີ້ ທ່ານ ໂຕຮວຍນາມ ໄດ້ລົງນາມຂໍ້ຕົກ ລົງການຮ່ວມມືກັບ ທ່ານ ຈີຣີ ເບລິນເຈີ ຮອງປະທານສະມາ ຄົມທຸລະກິດຂະໜາດກາງ ແລະ ນ້ອຍ ສ.ເຊັກ, ທ່ານ ແວັກເລ ອູຣິດ  ປະທານສະມາ ຄົມອຸດສາຫະກຳ ແລະ ການຄ້າ ສ.ເຊັກ-ຫວຽດນາມ ແລະ ທ່ານ ອັນເດຣ ນາດ ວໍນິກ ອຳນວຍການບໍລິສັດການຕະ ຫຼາດຟິນເລ.

 

ຂໍ້ມູນຈາກ http://www.pasaxon.org.la/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...