Homeເກັບຕົກ-ເລື່ອງແປກປະເພນີແປກແຫ່ງອາເມຊອນ ເຮັດຊຸບຂີ້ເຖົ່າກະດູກຄົນຕາຍແຈກຢາຍກັນດື່ມ

ປະເພນີແປກແຫ່ງອາເມຊອນ ເຮັດຊຸບຂີ້ເຖົ່າກະດູກຄົນຕາຍແຈກຢາຍກັນດື່ມ

Published on

ເປີດໂລກທຳຄວາມຮູ້ຈັກປະເພນີຊວນຕະລຶງຂອງຊາວຍາໂນມາມິ ເຜົ່າພື້ນເມືອງແຫ່ງຜືນປ່າອາເມຊອນ ກັບຄວາມເຊື່ອກິນຂີ້ເຖົ່າກະດູກຄົນຕາຍ ເພື່ອໃຫ້ຜູ້ຈາກໄປຍັງໄດ້ມີຊີວິດຕໍ່.

ชาวยาโนมามิ

ເມື່ອມີການຕາຍເກີດຂຶ້ນໃນໝູ່ບ້ານຊາວຍາໂນມາມິ ຮ່າງ ແລະ ກະດູກຂອງຜູ້ຕາຍທີ່ຖືກເຜົາມອດໄໝ້ເປັນເຖົ່າ ຈະຖືກນຳມາປະສົມເປັນຊຸບພິເສດ ແລ້ວແບ່ງປັນກັນກິນໃນໝູ່ຄອບຄົວເຄືອຍາດ ຕະຫຼອດຈົນຊາວເຜົ່າຄົນອື່ນໆທີ່ອາໃສຢູ່ຮ່ວມຊຸມຊົນກັນ.

ທີ່ມາຂອງວັດທະນະທຳກິນເຖົ່າກະດູກຄົນຕາຍນີ້ ສືບເນື່ອງມາຈາກຄວາມເຊື່ອຂອງຊາວຍາໂນມາມິວ່າ ຄວາມຕາຍບໍ່ແມ່ນສິ່ງທີ່ເກີດຂຶ້ນໂດຍທຳມະຊາດ ແຕ່ເປັນຝີມືຈາກພໍ່ມົດໝໍຜີຈາກເຜົ່າທີ່ເປັນປໍລະປັກກັນ ສົ່ງວິນຍານຊົ່ວຮ້າຍມາກໍ່ກວນໃນເຜົ່າຂອງຕົນ ແລະ ເພື່ອຈະປ້ອງກັນບໍ່ໃຫ້ຖືກຜີຮ້າຍໂຈມຕີ ກໍ່ຕ້ອງຕ້ອງຮີບກຳຈັດຮ່າງຂອງຄົນຕາຍໄປໃຫ້ສິ້ນ ເມື່ອມີຄົນຕາຍ ຊາວຍາໂນມາມິຈິ່ງເລືອກທີ່ຈະເຜົາສົບແທນທີ່ຈະເປັນການຝັງ ແລ້ວນຳເຖົ່າກະດູກຂອງຜູ້ຕາຍມາແບ່ງກັນດື່ມ ໂດຍເຊື່ອວ່າເປັນການຮັກສາຈິດວິນຍານຂອງຜູ້ທີ່ຈາກໄປໃຫ້ມີຊີວິດຢູ່ຕໍ່ໄດ້ຢ່າງປອດໄພໄປຕະຫຼອດການ.

ชาวยาโนมามิ เผ่าพื้นเมืองแห่งผืนป่าแอมะซอน
ໂດຍກ່ອນຈະມີພິທີເຜົາສົບ ຮ່າງຂອງຜູ້ຕາຍຈະຖືກນຳໄປວາງໄວ້ກາງປ່າໃນບໍລິເວນທີ່ໃກ້ຕູບ ຫຼື ທີ່ຢູ່ຂອງໝໍຜີ ແລ້ວປະໄວ້ໃຫ້ເນົ່າເປື່ອຍໄປຕາມທຳມະຊາດ ປະມານ 30-45 ວັນ ຈິ່ງຄ່ອຍເກັບຮ່າງມາປະກອບພິທີເຜົາ ແລ້ວເກັບເອົາເຖົ່າກະດູກມາປະສົມກັບຊຸບ ຜູ້ຄົນໃນຊຸມຊົນຈະມາລ້ອມວົງຊຸມນຸມກັນພ້ອມໜ້າ ແລະ ຈະວຽນປ່ຽນກັນດື່ມຊຸບເຖົ່າກະດູກທີ່ໄດ້ຕັກໃສ່ພາສະນະທີ່ເຮັດຈາກນ້ຳເຕົ້າກັນໝົດທຸກຄົນພາຍໃນໂອກາດນັ້ນ.

ແຕ່ຫາກກໍລະນີຊາຍໃນເຜົ່າມີອັນເປັນໄປຍ້ອນຖືກຄົນນອກເຜົ່າຂ້າຕາຍ ພິທີຈັດການສົບກໍ່ແຕກຕ່າງອອກໄປ ຮນ່າງຂອງຜູ້ຕາຍຈະຖືກວາງຖິ້ມໄວ້ໃຫ້ຍ່ອຍສະລາຍດົນນານເປັນປີ ເພື່ອໃຫ້ແນ່ໃຈວ່າຄວາມແຄ້ນທີ່ຖືກຂ້ານັ້ນຈະໄດ້ຮັບການສະສາງແລ້ວ ປະສານກັບຄວາມເຊື່ອຂອງຊົນເຜົ່າວ່າ ດວງວິນຍານຂອງຜູ້ຕາຍຈະຍັງບໍ່ສາມາດເຂົ້າສູ່ໂລກວິນຍານໄດ້ຫາກຮ່າງເນື້ອຍັງຄົງບໍ່ທັນຫາຍໄປຈາກໂລກມະນຸດ ເມື່ອຄົບເວລາທີ່ສົບຍ່ອຍສະລາຍໄປແລ້ວ ເຖົ່າກະດູກຂອງຊາຍຜູ້ຕາຍ ກໍ່ຈະຖືກນຳມາແບ່ງກັນດື່ມກິນ ໂດຍຄາວນີ້ຈະແຈກສະເພາະໃນໝູ່ບ້ານຊາວເຜົ່າຜູ້ຍິງເທົ່ານັ້ນ ພຽງເທົ່ານີ້ກໍ່ເປັນການສົ່ງວິນຍານນຂອງຜູ້ລ່ວງລັບໄດ້ເຂົ້າສູ່ໂລກແຫ່ງວິນຍານຢ່າງສະຫງົບ ແລະ ສັນຕິພາບແລ້ວ.

ชาวยาโนมามิ เผ่าพื้นเมืองแห่งผืนป่าแอมะซอน

 

ຂໍ້ມູນຈາກ http://hilight.kapook.com/view/133287

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...