Homeມູມໄອທີລາວຊຳຊຸງ Galaxy S6 edge ແລະ Gear S2 ໄດ້ຮັບລາງວັນໃຫຍ່ໃນງານ MWC 2016

ຊຳຊຸງ Galaxy S6 edge ແລະ Gear S2 ໄດ້ຮັບລາງວັນໃຫຍ່ໃນງານ MWC 2016

Published on

ຊຳຊຸງ Galaxy S6 edge  ເປັນສະມາດໂຟນທີ່ດີທີ່ສຸດກ່ອນໜ້າຮຸ່ນ Galaxy S7 edge ໄດ້ຮັບລາງວັນ “Best Smartphone 2015” ຫຼື ສະມາດໂຟນທີ່ດີທີ່ສຸດແຫ່ງປີ 2015 ຈາກງານ Mobile World Congress 2016 ທີ່ເມືອງບາເຊໂລນາ ປະເທດສະເປນ.

ບໍ່ພຽງແຕ່ເທົ່ານັ້ນ ສະມາດວ໊ອດ Gear S2 ຂອງຊຳຊຸງ ຊຶ່ງມາພ້ອມກັບໂມງຮຸຸ່ນຄລາສສິກ ຟັງເຊິນມາດຕະຖານ ແລະ ຮອງຮັບ 3ຈີ ກໍໄດ້ຮັບລາງວັນ “Best Connected Consumer Electronic Device”  ຫຼື ອຸປະກອນເອເລັກໂຕຣນິກທີ່ເຊື່ອມຕໍ່ກັບຜູ້ບໍລິໂພກໄດ້ດີທີ່ສຸດ ໃນປະເພດ Best Mobile Handsets & Devices ຫຼື ໂທລະສັບມືຖືແລະອຸປະກອນທີ່ດີທີ່ສຸດ.

ປະທານຝ່າຍການສື່ສານດ້ານໂທລະສັບມືຖືຂອງ Samsung Electronics ໄດ້ກວ່າວ່າ “ເປັນກຽດທີ່ສຸດທີ່ໄດ້ຮັບຄວາມສົນໃຈໃນຄວາມເປັນຜູ້ນຳດ້ານເຕັກໂນໂລຊີໃນອຸດສາຫະກຳນີ້ ແລະ ທາງບໍລິສັດຈະຍັງສ້າງສັນອຸປະກອນມືຖືທີ່ໄດ້ຮັບແຮງບັນດານໃຈມາຈາກຜູ້ບໍລິໂພກ ໂດຍມຸ່ງເນັ້ນໄປທີ່ຄວາມກ້າວໜ້າທາງເຕັກໂນໂລຊີ ແລະນະວັດຕະກຳຢູ່ສະເໝີ”.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...