spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບພະຍາດ ມື ຕີນ ປາກເປື່ອຍ ແລະ ສິ່ງທີ່ຄວນປະຕິບັດ

ຄວາມຮູ້ກ່ຽວກັບພະຍາດ ມື ຕີນ ປາກເປື່ອຍ ແລະ ສິ່ງທີ່ຄວນປະຕິບັດ

Published on

I. ຄວາມຮູ້ກ່ຽວກັບພະຍາດ ມື ຕີນ ປາກເປື່ອຍ :
ພະຍາດ ມື ຕີນ ປາກເປື່ອຍ ແມ່ນພະຍາດຕິດຕໍ່ຊະນິດໜຶ່ງທີ່ເກີດຍ້ອນເຊື້ອຈຸລະໂລກລຳໄສ້ (EV71) ພະຍາດນີ້ແຕກຕ່າງແລະ ບໍ່ຄືກັນກັບພະຍາດປາກ ຕີນເປື່ອຍໃນສັດລ້ຽງເຊັ່ນ ງົວ ຄວາຍ ແກະ ແລະ ໝູ. ພະຍາດ ມື ຕີນ ປາກເປື່ອຍ ບໍ່ແມ່ນພະຍາດຕິດຕໍ່ທີ່ເກີດຂຶ້ນມາໃໝ່ ແຕ່ພະຍາດນີ້ເຄີຍມີການລະບາດຢູ່ບັນດາປະເທດຕ່າງໆໃນພາກພື້ນແຕ່ປີ 1997 ເປັນຕົ້ນມາເຊັ່ນ: ປີ 1997 ມີລາຍງານການລະບາດຢູ່ປະເທດມາເລເຊັຍ, ປີ 1998 ມີການລະບາດຢູ່ໄຕ້ຫວັນ, ປີ 2007 ມີການລະບາດຢູ່ປະເທດອິນເດັຍ, ປີ 2008 ລະບາດຢູ່ປະເທດຈີນ ສິງຄະໂປ ຫວຽດນາມ ມົງໂກລີ ແລະ ປະເທດບຣູໄນ, ປີ 2009 ມີການລະບາດຢູ່ແຂວງຊານຕົງ (Shandong) ແລະ ເຫີໜານ(Henan) ຂອງປະເທດຈີນ, ປີ 2010 ລະບາດຢູ່ກວງຊີ (Guangxi) ຂອງປະເທດຈີນ, ປີ 2011 ມີການລະບາດຢູ່ຫວຽດນາມ ແລະ ຢູ່ປະເທດຈີນ, ປີ 2012 ມີການລະບາດຢູ່ ອາລາບາມາ ສະຫະລັດອະເມຣິກາ ແລະ ລະບາດຢູ່ປະເທດ ກຳປູເຈັຍ.

II. ອາການ :
ອາການເລີ່ມຕົ້ນຂອງພະຍາດ ມື ຕີນ ປາກເປື່ອຍທີ່ມັກພົບເຫັນເລື້ອຍໆແມ່ນປະກອບດ້ວຍ ໄຂ້ ເຈັບຄໍ ກິນເຂົ້າບໍ່ແຊບນອກຈາກນັ້ນຍັງມີອາການອື່ນໆເຊັ່ນ: ເຈັບຫົວ ຮາກ ເມື່ອຍ ຖອກທ້ອງ ພ້ອມກັນນັ້ນຍັງມີຕຸ່ມແດງຢູ່ຝາມື ຝາຕີນ ຕຸ່ມຢູ່ແກ້ມດ້ານໃນ ແລະ ຕຸ່ມຢູ່ລີ້ນ. ພະຍາດ ມື ຕີນ ປາກເປື່ອຍ ສ່ວນໃຫຍ່ມັກເກີດນຳເດັກນ້ອຍ ພະຍາດນີ້ບໍ່ຄ່ອຍພົບເຫັນໃນຜູ້ໃຫຍ່ 10-30% ຂອງຄົນເຈັບທີ່ເປັນພະຍາດ ມື ຕີນ ປາກເປື່ອຍຈະຂະຫຍາຍໄປສູ່ອາການໜັກ, ອາການສົນ : ສ່ວນໃຫຍ່ບໍ່ສູ້ເຫັນມີອາການສົນຍ້ອນພະຍາດ ມື ຕີນ ປາກເປື່ອຍ ຢ່າງໃດກໍຕາມ ຖ້າມີອາການສົນ ຄົນເຈັບຕ້ອງຢູ່ໃກ້ແພດເພື່ອປິ່ນປົວຢ່າງໃກ້ຊິດ ອາການສົນທີ່ຮ້າຍແຮງແມ່ນ ອາການສົນທາງດ້ານສະໝອງເຊັ່ນ ອັກເສບສະໝອງ(ອາການບວມຂອງສະໝອງ) ຫົວໃຈເຕັ້ນໄວ ມີນ້ຳຊຶມອອກຈາກເຍື່ອຫຸ້ມປອດ ເຮັດໃຫ້ຫາຍໃຈຫອບ ເມື່ອຫົວໃຈເຕັ້ນໄວເຮັດໃຫ້ມີອາການນ້ຳຖ້ວມປອດ ຄົນເຈັບອາດເສັຍຊີວິດໄດ້ ຖ້າປິ່ນປົວບໍ່ທັນ.

III. ການປິ່ນປົວ :
ບໍ່ມີການປິ່ນປົວສະເພາະສຳລັບພະຍາດ ມື ຕີນ ປາກເປື່ອຍ ຖ້າມີອາການໄຂ້ກໍກິນຢາແກ້ໄຂ້ (ປາຣາເຊຕາໂມນ)
ໝັ່ນໃຫ້ຄົນເຈັບກິນນ້ຳ ເພາະອາການເຈັບຄໍ ເຈັບປາກ ຈະເຮັດໃຫ້ຄົນເຈັບບໍ່ຢາກເຂົ້າຢາກນ້ຳ. ການຕິດເຊື້ອໃນເດັກສ່ວນໃຫຍ່ຈະມີອາການເບົາບາງ ແລະ ຈະຫາຍດີພາຍໃນ 1 ອາທິດ ມີພຽງສ່ວນນ້ອຍເທົ່ານັ້ນທີ່ເຫັນຄົນເຈັບຕ້ອງການການປິ່ນປົວໃນໂຮງໝໍໂດຍສະເພາະຖ້າມີອາການສົນທາງດ້ານສະໝອງ (ອັກເສບສະໝອງ ອັກເສບເຫຍື່ອຫຸ້ມສະໝອງ) ຫຼື ມີອາການບວມຂອງປອດ/ເລືອດໄຫລໃນປອດ.
IV. ການຕິດເຊື້ອ :
ການຕິດເຊື້ອແມ່ນຍ້ອນການສຳພັດໂດຍກົງກັບຄົນເຈັບເຊັ່ນ ການຈັບບາຍ ການສຳພັດເຄື່ອງຫລິ້ນຂອງເດັກທີ່ຕິດເຊື້ອ ການກອດຈູບຄົນເຈັບທີ່ຕິດເຊື້ອ.
ສິ່ງທີ່ບໍ່ຄວນປົນ : ບໍ່ຄວນປົນກັບພະຍາດປາກເປື່ອຍ ຕີນເປື່ອຍຂອງສັດລ້ຽງເຊັ່ນ ງົວ ຄວາມ ແບ້ ໝູ ຊຶ່ງເກີດຍ້ອນເຊື້ອ Picornaviridae Family ທີ່ບໍ່ມີການຕິດເຊື້ອຈາກສັດສູ່ຄົນ.
ພະຍາດ ມື ຕີນ ປາກເປື່ອຍ ແມ່ນພະຍາດທີ່ຕິດຕໍ່ກັນງ່າຍ : ໃນນັ້ນ ເຊື້ອພະຍາດສາມາດແຜ່ໄປຈາກຜູ້ໜຶ່ງໄປຫາອີກຜູ້ໜຶ່ງຍ້ອນການສຳພັດ ຈັບບາຍ ນ້ຳຢາງເຫລືອງຂອງບາດແຜ ຫຼື ອາຈົມຂອງຄົນເຈັບ.
V. ມາດຕະການທີ່ຄວນປະຕິບັດ :
ສຳລັບຕານ່າງສາທາລະນະສຸກແຕ່ລະຂັ້ນ :
1. ຍົກລະດັບມາດຕະການເຝົ້າລະວັງ ຊອກຮູ້ພະຍາດລະບາດແຕ່ຫົວທີເພື່ອວາງມາດຕະການຄວບຄຸມຢ່າງທັນການ.
2. ປັບປຸງໜ່ວຍງານຕອບໂຕ້ດ່ວນຂອງສາທາລະນະສຸກເມືອງ ສາທາລະນະສຸກແຂວງ ໃຫ້ສາມາດເຄື່ອນໄຫວຕອບໂຕ້ການລະບາດຢ່າງທັນການ.
3. ປັບປຸງວຽກງານວິເຄາະດ້ວຍການອົບຮົມວິທີເກັບກຳຕົວຢ່າງໃນກໍລະນີສົງໄສມີຄົນເປັນພະຍາດ ມື ຕີນ ປາກເປື່ອຍໃນທ້ອງຖິ່ນ.
4. ຮັບປະກັນໃຫ້ລະບົບສົ່ງຂ່າວ-ລາຍງານກໍລະນີລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນ.
5. ປັບປຸງການບົ່ງມະຕິ ແລະ ການປິ່ນປົວໃຫ້ມີປະສິດທິຜົນ ແນໃສ່ຫລຸດຜ່ອນການເຈັບ ແລະ ການຕາຍ ດ້ວຍການເຝິກອົບຮົມໃຫ້ແພດໝໍມີຄວາມສາມາດໃນການບົ່ງມະຕິ ຊອກຮູ້ພະຍາດແຕ່ຫົວທີ ເພື່ອບໍ່ໃຫ້ພະຍາດຕິດຕໍ່ໃສ່ຜູ້ອື່ນ.
6. ໂຄສະນາໃຫ້ພໍ່ແມ່ປະຊາຊົນປະຕິບັດຫລັກການອະນາໄມ 3 ສະອາດຢ່າງເຂັ້ມງວດ ໂດຍສະເພາະໃນສະຖານທີ່ລ້ຽງເດັກໂຮງຮຽນອະນຸບານ ໂຮງຮຽນປະຖົມ ໃຫ້ເອົາໃຈໃສ່ດູແລເບິ່ງແຍງເດັກຢ່າງໃກ້ຊິດ ຖ້າສົງໄສມີເດັກເປັນພະຍາດນີ້ໃຫ້ລາຍງານແພດເພື່ອບົ່ງມະຕິໃຫ້ທັນເວລາ.
7. ສຳລັບໂຮງຝາກເດັກ ໂຮງຮຽນອະນຸບານທີ່ມີການດູແລເດັກແຕ່ເຊົ້າຮອດແລງ ພ້ອມທັງມີໂຮງອາຫານທ່ຽງສຳລັບເດັກ
ຄວນປະຕິບັດຫລັກການອະນາໄມຢ່າງເຂັ້ມງວດເຊັ່ນ ໃຫ້ເດັກລ້າງມືທຸກຄັ້ງກ່ອນກິນເຂົ້າ ສອນໃຫ້ເດັກລ້າງມືພາຍຫລັງໃຊ້ຫ້ອງນ້ຳາ
ສ້າງລະບົບຕິດຕາມຢ່າງເຂັ້ມງວດ.
8. ສຳລັບໂຮງຮຽນປະຖົມແຕ່ ປ.1 ຮອດ ປ.5 ຮັບປະກັນໃຫ້ມີນ້ຳສະອາດໄວ້ສຳລັບໃຫ້ເດັກນັກຮຽນລ້າງມືໃຫ້ສະອາດພາຍຫລັງທີ່ໃຊ້ຫ້ອງນ້ຳາ ຫຼືລ ຈັບບາຍສິ່ງຂອງຕ່າງໆພາຍໃນໂຮງຮຽນນ ເພື່ອຫລີກເວັ້ນຈາກຄວາມສ່ຽງໃນການຕິດເຊຶ້ອພະຍາດນີ້.
9. ຄວນຈັດໃຫ້ມີການສຳມະນາ ນຳເອົາຄວາມຮູ້ໃຫ້ຜູ້ອຳນວຍການໂຮງຝາກເດັກ ໃຫ້ຄູ ອາຈານໂຮງຮຽນອະນຸບານ
ໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນ ເພື່ອໃຫ້ຮູ້ກັນຢ່າງທົ່ວເຖິງ ເພື່ອຊ່ວຍກັນປ້ອງກັນການລະບາດທີ່ອາດຈະເກີດຂຶ້ນໄດ້ທຸກຍາມ.
VI. ສະຫລຸບ :
1. ພະຍາດ ມື ຕີນ ປາກເປື່ອຍສາມາດປ້ອງກັນໄດ້ ຖ້າມີການຮັກສາອະນາໄມຢ່າງເຂັ້ມງວດ ໂດຍສະເພາະຢູ່ບັນດາສະຖານທີ່ຝາກເດັກ
ໂຮງຮຽນອະນຸບານ ຊຸມຊົນແອອັດ ບ່ອນທີ່ມີເດັກນ້ອຍຫລິ້ນນຳກັນຫລາຍຄົນ.
2. ອຳນວຍການໂຮງຝາກເດັກ ໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນເປັນຂໍກຸນແຈໃນການຜັນຂະຫຍາຍວຽກງານປ້ອງກັນພະຍາດ ມື ຕີນ ປາກເປື່ອຍໃນໂຮງຮຽນໄດ້ເປັນຢ່າງດີ ບັນດາອຳນວຍການໂຮງຮຽນທີ່ກ່າວມານັ້ນມີໜ້າທີ່ນຳພາຄູ ອາຈານ ແນະນຳໃຫ້ນັກຮຽນລ້າງມືໃຫ້ສະອາດທຸກຄັ້ງກ່ອນກິນເຂົ້າ ຫຼື ພາຍຫລັງໃຊ້ຫ້ອງນ້ຳ.
3. ສຳຄັນທີ່ສຸດແມ່ນບໍ່ຄວນແຕກຕື່ນຈົນເກີນໄປ ແຕ່ບໍ່ຄວນປະໝາດ ຄວນປັບປຸງຂອດປະສານງານ ລະຫວ່າງຂະແໜງການກ່ຽວຂ້ອງຕ່າງໆຄວນມີການປະສານ ແລະ ແລກປ່ຽນຂ່າວສານ-ຂໍ້ມູນ ຖ້າສົງໄສພົບກໍລະນີພະຍາດ ມື ຕີນ ປາກເປື່ອຍ ໃຫ້ລາຍງານສາທາລະນະສຸກເມືອງໂຮງໝໍແຫ່ງຕ່າງໆ ສະຖານທີ່ບໍລິບານສາທາລະນະສຸກຢູ່ໃກ້ບ້ານທ່ານ.

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...