spot_img
Homeຂ່າວພາຍ​ໃນທົ່ວ​ປະ­ເທດຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງເກືອບ 4 ລ້ານ​ຄົນ

ທົ່ວ​ປະ­ເທດຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງເກືອບ 4 ລ້ານ​ຄົນ

Published on

ເມື່ອ​ວັນ​ທີ 22 ກຸມ­ພາ​ຜ່ານ​ມາ ທ່ານ ດຣ. ກຸ​ແກ້ວ ອັກ​ຄະ​ມົນ­ຕີປະ­ທານ​ກຳ­ມາທິ​ການ​ຕ່າງ­ປະ­ເທດ​ຫົວ­ໜ້າ​ໜ່ວຍ​ງານ​ຖະ­ແຫຼງ​ຂ່າວ, ອະ­ນຸ​ກຳ­ມະ­ການ​ເລ­ຂາ­ນຸ­ການ, ໄດ້​ຖະ​ຂ່າວ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ແລະ​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ, ນະ­ຄອນ­ຫຼວງ, ມີ​ພາກ­ສ່ວນ​ທີ່ກ່ຽວ­ຂ້ອງ​ຕ່າງໆ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ການ​ຖະ­ແຫຼງ​ຂ່າວ​ລວມ ມີ 3 ເນື້ອ​ໃນ​ຄື:1. ແຈ້ງ​ມາດ­ຕະ­ຖານ​ຂອງຜູ້​ລົງ​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ VIII, 2.ຈຳ­ນວນ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງຊາດ​ຊຸດ​ທີ VIII ແລະ​ສະ­ມາ­ຊິກ​ສະ­ພາ​ປະຊາ​ຊົນ​ຂັ້ນ​ແຂວງ, ນະ­ຄອນ­ຫຼວງ, 3. ຄວາມ​ພ້ອມ​ດ້ານ​ຕ່າງໆ​ຂອງ​ການ​ກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ, ສຳ­ລັບ​ການ ແຈ້ງ​ມາດ­ຕະ­ຖານ​ຂອງ​ຜູ້​ລົງ​ສະ​ໜັກເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ VIII ແມ່ນ​ອີງ​ຕາມ​ມາດ­ຕາ 6 ແລະ12 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາຊິກ​ສະ­ພາ​ແຫ່ງ​ຊາດ VIII ແລະ​ສະ­ພາ​ປະຊາ​ຊົນ​ຂັ້ນ​ແຂວງ​ກ່ຽວ​ກັບ​ມາດ­ຕະ­ຖານຜູ້​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ມີ​ມາດ​ຕະຖານ​ຄົບ​ຖ້ວນ​ຄື: ຕ້ອງ​ເປັນ​ພົນ­ລະ­ເມືອງ​ລາວ​ທີ່​ມີ​ອາ­ຍຸ​ແຕ່ 21 ປີ​ຂຶ້ນ​ໄປ, ມີ​ນ້ຳ­ໃຈຮັກ​ຊາດ, ຮັກ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ ປະຊາ​ຊົນ, ຈົງ​ຮັກ​ພັກ­ດີ ແລະ​ຕັ້ງ​ຕໍ່​ບໍ­ລິ­ສຸດ ຕໍ່​ປະ­ເທດ​ຊາດຖື​ເອົາ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ເປັນ​ກົກ, ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງແທ້​ຈິງ, ມີ​ຄວາມ​ອົດ­ທົນ, ປະ­ຢັດ, ຊື່­ສັດ, ທ່ຽງ​ທຳ, ບໍ່​ອວດ­ອົ່ງ​ທະ​ນົງ​ຕົວ, ບໍ່​ສວຍ​ໃຊ້​ອຳ­ນາດ​ເດັດ­ດ່ຽວ​ຕ້ານ​ການ​ສໍ້​ລາດບັງ​ຫຼວງ, ຕ້ານ​ພະ­ຍາດ​ອາດ­ຍາ​ສິດ ແລະ ເປັນ​ແບບ­ຢ່າງ​ທີ່​ດີ​ໃນ​ການ​ປະ­ຕິ­ບັດ​ກົດໝາຍ, ກຳ​ແໜ້ນ ແລະ​ຢຶດ​ໝັ້ນ​ແນວ­ທາງປ່ຽນ­ແປງ​ໃໝ່, ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ, ຮູ້​ໂຄ­ສະ­ນາ ແລະ​ສຶກ​ສາ​ອົບຮົມ​ປະ­ຊາ­ຊົນ​ຮັ່ງ­ມີ​ຜາ​ສຸກ, ສັງ­ຄົມ​ມີຄວາມ​ສາ­ມັກ­ຄີ​ປອງ​ດອງ ປະ­ຊາ­ທິ­ປະ­ໄຕຍຸ­ຕິ​ທຳ ແລະ​ສີ­ວິ­ໄລ, ມີ​ຄວາມ​ຮັບ​ຜິດຊອບ​ສູງ​ຕໍ່­ໜ້າ​ທີ່​ການ­ເມືອງ, ຄົ້ນ­ຄວ້າ​ມີຄຳ​ເຫັນ​ຕໍ່​ບັນ­ຫາ​ພື້ນ­ຖານ​ຂອງ​ປະ­ເທດ, ຂອງ​ທ້ອງ­ຖິ່ນ ແລະ​ສາ­ມາດ​ປະ­ຕິ­ບັດ​ໜ້າທີ່​ຂອງ​ຕົນ​ໄດ້, ມີ​ລະ­ດັບ​ການ​ສຶກ​ສາ​ຈົບ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ຂຶ້ນ​ໄປ, ມີ​ວິ­ຊາສະ­ເພາະ​ໃດ​ໜຶ່ງ, ມີ​ສຸ­ຂະ­ພາບ​ດີ.

ສ່ວນ​ຈຳ­ນວນ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ແມ່ນ​ອີງຕາມ​ມາດ­ຕາ 6 ຂອງ​ກົດ­ໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດຊຸດ​ທີ VIII ແລະ​ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ແຂວງ ນະ­ຄອນ­ຫຼວງ, ອີງ​ຕາມ​ການ​ສຳ​ຫຼວດເກັບ​ກຳ​ສະ­ຖິ­ຕິ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງຜູ້​ທີ່​ມີ​ອາ­ຍຸ​ແຕ່ 18 ປີ​ຂຶ້ນ​ໄປ ໃນ​ແຕ່​ລະເຂດ​ເລືອກ​ຕັ້ງ​ທົ່ວ​ປະ­ເທດ ຊຶ່ງ​ມີ​ຈຳ­ນວນລວມ​ທັງ​ໝົດ 3.988.000 ຄົນ, ຍິງ 2.006.000 ຄົນ, ຂະ­ນະ​ທີ່​ຄວາມ​ພ້ອມ​ດ້ານຕ່າງ​ຂອງ​ການ​ກະ­ກຽມ​ການ​ເລືອກ​ຕັ້ງ.

ທ່ານ​ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ໄດ້​ອອກ​ລັດ​ຖະ​ດຳ­ລັດ​ເລກ​ທີ 225/ ປປທ ລົງ​ວັນ​ທີ 30 ທັນ­ວາ 2015 ວ່າດ້ວຍ​ການ​ປະ­ກາດ​ລາຍ​ຊື່​ຄະ­ນະ​ກຳ​ມະການ​ເລືອກ​ຕັ້ງ​ລະ­ດັບ​ຊາດ ເພື່ອ​ກະ­ກຽມການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງຊາດ​ຊຸດ​ທີ VIII ແລະ​ສະ­ມາ­ຊິກ​ສະ­ພາ​ປະຊາ​ຊົນ​ຂັ້ນ​ແຂວງ, ນະ­ຄອນ­ຫຼວງ​ວຽງຈັນ ຫຼັງ​ຈາກ​ນັ້ນ​ຄະ­ນະ​ກຳ­ມະ­ການ​ເລືອກຕັ້ງ​ລະ­ດັບ​ຊາດ ກໍ​ໄດ້​ມີ​ການ​ປະ­ຊຸມ ແລະ ມີ​ການ​ແບ່ງ​ວຽກ, ແບ່ງ​ໜ້າ­ທີ່​ຮັບ​ຜິດຊອບ ເພື່ອ​ເຮັດ​ໃຫ້­ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ສຳ­ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...