Homeຂ່າວການພັດທະນາທາງ​ຫຼວງ​ແຫ່ງ​ຊາດ 18A ອັດ​ຕະ​ປື-ປະ­ທຸມ​ພອນ ຄືບ​ໜ້າ 12%

ທາງ​ຫຼວງ​ແຫ່ງ​ຊາດ 18A ອັດ​ຕະ​ປື-ປະ­ທຸມ​ພອນ ຄືບ​ໜ້າ 12%

Published on

ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ​ເລກ​ທີ 18A ແຕ່ແຍກ​ທາງ​ເລກ 13 ໄຕ້​ບ້ານ​ທາງ​ແບ່ງ​ຫຼັກ 48 ເມືອງ​ປະ­ທຸມ​ພອນ​ແຂວງ ຈຳ­ປາ​ສັກ ຫາສາມ​ແຍກ​ເມືອງ​ສາ­ມັກ­ຄີ​ໄຊ ແຂວງ​ອັດ​ຕະ​ປື ປະ­ຈຸ​ບັນ ການ​ກໍ່­ສ້າງ​ມີ​ຄວາມ​ຄືບ​ໜ້າ ແລະ​ປະ­ຕິ­ບັດ​ໄດ້​ປະ­ມານ 12% ຂອງ​ໜ້າວຽກ​ທັງ​ໝົດ​ໂດຍ​ຄາດ​ຄະ­ເນ​ຈະ​ໃຫ້​ສຳ­ເລັດ​ທ້າຍ​ປີ 2017 ທ່ານ ບາ­ສີ ພອນ​ແກ້ວ ຫົວ­ໜ້າ​ຮັບ­ຜິດ­ຊອບ​ໂຄງ­ການ​ກໍ່­ສ້າງ​ທາງຫຼວງ​ແຫ່ງ​ຊາດ 18A ອັດ​ຕະ​ປື-ປະ­ທຸມ​ພອນເປີດ­ເຜີຍ​ໃຫ້​ຮູ້​ວ່າ: ການ​ກໍ່­ສ້າງ​ທາງ​ປູຢາງ​ແຕ່​ເມືອງ​ສາ­ມັກ­ຄີ​ໄຊ ແຂວງ​ອັດ​ຕະປື-ແຍກ​ທາງ 13 ໃຕ້ ບ້ານ​ທາງ​ແບ່ງ​ຫຼັກ 48 ເມືອງ​ປະ­ທຸມ​ພອນ ແຂວງ​ຈຳ­ປາ​ສັກແມ່ນ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ເດືອນມັງ­ກອນ​ປີ 2013 ມີ​ຄວາມ​ຍາວ​ທັງ​ໝົດ 106 ກວ່າ​ກິ­ໂລ­ແມັດ, ໜ້າ​ທາງ​ກວ້າງທັງ​ໝົດ 9 ແມັດ ເປັນ​ທາງ​ປູ­ຢາງ ແລະ ສາ­ມາດ​ຮັບ​ນ້ຳ­ໜັກ​ໄດ້ 11 ໂຕນ, ການ​ກໍ່ສ້າງ​ແບ່ງ​ອອກ​ເປັນ 3 ຊ່ວງ​ຄື: ຊ່ວງ​ທີ 1 ແຕ່​ທາງ​ແຍກ 13 ໃຕ້ ບ້ານ​ທາງ​ແບ່ງ​ຫຼັກ 48 ເມືອງ​ປະ­ທຸມ​ພອນ ແຂວງ​ຈຳ­ປາ​ສັກ ຫາ​ເຊ​ຄຳ​ພໍ 30 ກວ່າ​ກິ​ໂລ, ຊ່ວງ​ທີ 2 ແຕ່ເຊ​ຄຳ​ພໍ​ຫາ​ບ້ານ​ໃໝ່​ເຊ​ປຽນ 33 ກິ​ໂລແມັດ, ຊ່ວງ​ທີ 3 ແຕ່​ບ້ານ​ໃໝ່​ເຊ​ປຽນຫາສາມ​ແຍກ ເມືອງ​ສາ­ມັກ­ຄີ​ໄຊ ແຂວງ​ອັດຕະ​ປື 42,9 ກິ­ໂລ­ແມັດ, ເສັ້ນ­ທາງ​ດັ່ງກ່າວ​ມີ​ຂົວ 30 ແຫ່ງ ແລະ​ທໍ່ 163 ຈຸດ ໂດຍແມ່ນ​ບໍ­ລິ­ສັດ ອີ​ຕາ​ລຽນ​ໄທ ມະ­ຫາ­ຊົນ ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ການ​ກໍ່­ສ້າງ​ໃນ​ມູນຄ່າ​ທັງ​ໝົດ​ຕາມ​ສັນ­ຍາ 76 ລ້ານ​ກວ່າ​ໂດລາ​ສະ­ຫະ­ລັດ ຊຶ່ງ​ແມ່ນ​ການ​ລົງ­ທຶນ​ຂອງບໍ­ລິ­ສັດ​ຊີ​ໂນ​ລາວ​ອາ​ລູ​ມີ​ນຽມ ຄໍ​ປໍ​ເລ ເຊິນ  ຈຳ­ກັດ ໂດຍ​ແມ່ນ​ລັດ­ຖະ­ບານ​ແຫ່ງ ສປປ ລາວ​ໃນ​ນາມ​ເຈົ້າ​ຂອງ​ໂຄງ­ການ​ກໍ​ຄື​ກະຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ເປັນ​ຜູ້​ຄຸ້ມຄອງ ແລະ​ຊີ້​ນຳ​ການ​ກໍ່­ສ້າງ.

ທ່ານ ບາ­ສີ ພອນ​ແກ້ວ ໃຫ້​ຮູ້​ຕື່ມ​ວ່າ: ພາຍ­ຫຼັງ​ການ​ກໍ່­ສ້າງ​ເສັ້ນ­ທາງ 18 A ນີ້ ​ສຳເລັດ​ກໍ​ຈະ​ເຮັດ​ໃຫ້​ປະ­ຊາ­ຊົນ​ສອງ​ແຂວງອັດ​ຕະ​ປື-ຈຳ­ປາ​ສັກ ມີ​ຄວາມ​ສະ­ດວກ​ສະບາຍ​ໃນ​ການ​ໄປ­ມາ­ຫາ­ສູ່​ຊື້-ຂາຍ ແລະ ແລກ­ປ່ຽນ​ສິນ­ຄ້າ​ນຳ​ກັນ ຈາກ​ນັ້ນ​ທາງ ເສັ້ນ​ນີ້​ຍັງ​ເປັນ​ຈຸດ​ເຊື່ອມ​ຕໍ່​ລະ­ຫວ່າງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ເລກ 13 ໃຕ້ ແຂວງຈຳ­ປາ​ສັກຫາແຂວງ​ອັດ​ຕະ​ປືອອກ​ໄປ​ສູ່ ສສ ຫວຽດ­ນາມ ໂດຍ​ຄາດ​ຄະ­ເນ​ໂຄງການ​ດັ່ງ­ກ່າວ​ຈະ​ສຳ­ເລັດ​ໃນ​ທ້າຍ​ປີ 2017.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...