Homeນານາສາລະໝາກພ້າວ ໝາກໄມ້ທີ່ຊ່ວຍ ຄືນຄວາມງາມໃຫ້ແກ່ຮູບຮ່າງ

ໝາກພ້າວ ໝາກໄມ້ທີ່ຊ່ວຍ ຄືນຄວາມງາມໃຫ້ແກ່ຮູບຮ່າງ

Published on

ມີໝາກໄມ້ຫລາຍຊະນິດ ທີ່ຖືກນຳມາເປັນສ່ວນປະກອບສຳຄັນໃນເຄື່ອງສຳອາງເພື່ອບຳລຸງຜິວໃຫ້ງາມໃສ ແຕ່ຈະມີຈັກຄົນທີ່ເຊື່ອວ່າ ໝາກພ້າວ ທີ່ເປັນໝາກໄມ້ພື້ນບ້ານທຳມະດາ ຈະເປັນສຸດຍອດແຫ່ງໝາກໄມ້ທີ່ສາວໆຜູ້ມີຊື່ສຽງ
ໂດ່ງດັງ ນິຍົມນຳມາບຳລຸງຜິວພັນ.

ຜ່ານມາ ກະແສການນິຍົມເອົາໝາກພ້າວ ບຳລຸງຜິວແມ່ນມາແຮງສົມຄວນນັບແຕ່ ມາດອນນ້າ (Madonna) ແລະ ເດມີ ມົວ (Demi Moore)ກໍພາກັນດື່ມນໍ້າໝາກພ້າວມື້ລະກະຕຸກໃຫຍ່ (Gallon) ໃນຂະນະທີ່ນາງແບບຊື່ດັງຊາວອົສຕຣາລີ ມີແຣນດ້າ ເຄີ (Miranda Kerr) ກໍເລືອກໃຊ້ນໍ້າມັນໝາກພ້າວຫລັງເກີດລູກ ຈົນເຮັດໃຫ້ຫຸ່ນເຂົ້າຮູບເຂົ້າຊົງໄດ້ແຈ້ງເກີດເທິງເວທີເດີນແບບ ວິກຕໍເຣຍ ຊີເຄຣັດ ໄດ້ຢ່າງສະຫງ່າງາມແລະ ທີ່ສຳຄັນ ເຄື່ອງສຳອາງຍີ່ຫໍ້ດັງທັງຫລາຍ ກໍນຳສັບພະຄຸນຂອງໝາກພ້າວມາເປັນຈຸດຂາຍ ເວົ້າໄດ້ວ່າ ໝາກພ້າວເປັນສ່ວນປະສົມທີ່“ ຕ້ອງມີ ” ຂອງເຄື່ອງສຳອາງເລີຍກໍວ່າໄດ້. ຄວາມຈິງແລ້ວ ທຸກສ່ວນຂອງໝາກພ້າວ ສາມາດນຳມາທຳປະໂຫຍດໄດ້ໝົດ
ແຕ່ຄຸນສົມບັດຫລັກໃນການບຳລຸງຜິວພັນນັ້ນ ຢູ່ທີ່ ນໍ້າໝາກພ້າວ ກະທິ ແລະ ນໍ້າມັນໝາກພ້າວເປັນຫລັກ.

ນໍ້າມັນໝາກພ້າວ ຫຼື Virgin Coconut Oil ຈະໃຫ້ຜົນດີທີ່ສຸດໃນການບຳລຸງຜິວ ດ້ວຍສັບພະຄຸນໃນການກຳຈັດອະນຸມູນອິດສະຫລະຊຶ່ງເປັນສາເຫດເຮັດໃຫ້ຜິວກໍ່າໝອງ ເກີດຮອຍດ່າງດຳ ແລະ ຮອຍຫ່ຽວຫຸບນອກຈາກນັ້ນ ຍັງອຸດົມໄປດ້ວຍ ວິຕາມິນ E ທີ່ເປັນສານ ໄທໂຄໄທຣອີນອນຊຶ່ງເປັນຮູບແບບຂອງ ວິຕາມິນ E ທີ່ມີປະສິດທິພາບ ແລະ ຫລາຍກວ່າຮູບແບບໂທໂຄເຟີຣອນ ທີ່ມີຢູ່ໃນເຄື່ອງສໍາອາງປິ່ນປົວຜິວທົ່ວໄປເຖິງ 40-50 ເທົ່າທີ່ສຳຄັນ ນໍ້າມັນໝາກພ້າວຍັງຊ່ວຍປ້ອງກັນ-ປິ່ນປົວຝ້າ ສັກເໝິກ ສີວ ແລະ ຍັງໃຊ້ເປັນຢາກັນແດດໄດ້ອີກນຳ ຫາກໃຜນຳມາໝັກເສັ້ນຜົມ ກໍຈະເຮັດໃຫ້ເສັ້ນຜົມເງົາງາມ ແລະ ຫາກນໍາມາກິນ ກໍຈະຊ່ວຍຫລຸດຄວາມຢາກອາຫານພ້ອມຍັງຊ່ວຍເສີມພູມຄຸມກັນ ແລະ ຊ່ວຍຄຸມນໍ້າໜັກໄດ້ອີກທາງນຶ່ງ.


ສ່ວນ ນໍ້າໝາກພ້າວ ອຸດົມໄປດ້ວຍແຮ່ທາດຫລາຍຊະນິດ ເອີ້ນວ່າເປັນເຄື່ອງດື່ມ ເກືອແຮ່ຈາກທຳມະຊາດ ແຮ່ທາດຈາກນໍ້າໝາກພ້າວປະກອບດ້ວຍໂພແທັດຊ້ຽມ ເຫລັກ ໂຊດ້ຽມ ແຄນຊ້ຽມ ແມັກນີຊ້ຽມ ໂຟສະຟໍຣັດສ໌ ທອງແດງ ກົດອະມີໂນ ກົດອິນຊີ ແລະ ວິຕາມິນ ບີ ພ້ອມຍັງມີ ນໍ້າຕານກລູໂຄສ໌ ທີ່ຮ່າງກາຍນໍາໄປໃຊ້ເປັນພະລັງງານໄດ້ທັນທີອີກດ້ວຍ.
ນອກຈາກນັ້ນ ນໍ້າໝາກພ້າວຍັງຊ່ອຍໃຫ້ຜິວໜັງເປັ່ງປັ່ງ ແລະ ຂາວໃສຈາກພາຍໃນສູ່ພາຍນອກ ເພາະໃນນໍ້າໝາກພ້າວມີ ແອັດສະໂຕຣເຈັ້ນຊຶ່ງມີສ່ວນສຳຄັນໃນການສ້າງ ຄອນລາເຈັ້ນ ແລະ ອີລາສະຕິນ ເຮັດໃຫ້ຜິວຕື່ງເຕັມ ຍືດຫົດ ແລະ ຊ່ອຍຍັບຍັ້ງການເກີດຮອຍຫ່ຽວກ່ອນໄວໄດ້ຂະນະດຽວກັນ ກໍຊ່ອຍກະຕຸ້ນການຈະເລີນເຕີບໃຫຍ່ ແລະ ແບ່ງເຊວໄດ້ດີແຖມຍັງມີລິດຊ່ອຍຂັບປັດສາວະ (ນໍ້າຍ່ຽວ) ຂັບຂອງເສດ ຫຼື ສານພິດອອກຈາກຮ່າງກາຍ ຈິ່ງຈະຊ່ອຍໃຫ້ຜິວພັນຜ່ອງໃສ ຄຽງຄູ່ກັນນັ້ນນໍ້າໝາກພ້າວຍັງມີຄວາມເປັນ “ດັ່ງ” ຈິ່ງຊ່ອຍປັບປຸງຄວາມສົມດູນຂອງ
ຮ່າງກາຍໃນໄລຍະທີ່ມີຄວາມເປັນກົດສູງ ເຮັດໃຫ້ກົນໄກການເຮັດວຽກຂອງລະບົບພາຍໃນເປັນປົກກະຕິ ສົ່ງຜົນໃຫ້ສຸຂະພາບດີຈາກພາຍໃນສູ່ພາຍນອກ.
ສ່ວນນໍ້າກະທິນັ້ນ ເຖິງຈະມີໄຂມັນອີ່ມໂຕສູງ ແຕ່ຖ້ານໍາມາປະສົມກັບນໍ້າອຸ່ນແລ້ວລົງນອນແຊ່ ເປີດເພງຄ່ອຍໆ ທ່ານກໍຈະໄດ້ທັງຄວາມມ່ວນຊື່ນ ແລະ ຜິວງາມ ນິ້ມນວນ ຊຸ່ມຊື່ນ ບໍ່ຕ່າງຈາກການແຊ່ນໍ້ານົມເລີຍ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...