spot_img
Homeຂ່າວການພັດທະນາກະຊວງ ປກສ ແນະນຳກອງມອດໄຟ ເລັ່ງຖ່າຍທອດຄວາມຮູ້ ການປ້ອງກັນອັກຄີໄພໃຫ້ທ້ອງຖິ່ນ

ກະຊວງ ປກສ ແນະນຳກອງມອດໄຟ ເລັ່ງຖ່າຍທອດຄວາມຮູ້ ການປ້ອງກັນອັກຄີໄພໃຫ້ທ້ອງຖິ່ນ

Published on

ກະຊວງປ້ອງກັນຄວາມສະຫງົບ, ໄດ້ແນະນໍາໃຫ້ກໍາລັງຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ໃນແຕ່ລະແຂວງ, ກະກຽມຈັດຕັ້ງການຖ່າຍທອດບົດຮຽນ ວີທີການສະກັດກັ້ນອັກຄີໄພ ໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ຂອງຕົນໂດຍໄວ, ພາຍຫລັງເຫັນວ່າໄລຍະລະດູແລ້ງນີ້ ມັກມີເຫດການໄຟໃໝ້ເກີດຂຶ້ນຫລາຍ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ: ການແນະນໍາວິທີປະຕິບັດວຽກງານສໍາຄັນດັ່ງກ່າວ, ແມ່ນແນໃສ່ເພີ່ມທະວີສະກັດກັ້ນ ແລະ ຕ້ານອັກຄີໄພໃນລະດູແລ້ງປີ 2016 ນີ້ໃຫ້ມີປະສິດທິຜົນ ແລະ ແນໃສ່ຍົກສູງຄວາມອາດສາມາດ ໃຫ້ກໍາລັງຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນັບແຕ່ສູນກາງຮອດທ້ອງຖິ່ນ ໃຫ້ແຂງແຮງກວ່າເກົ່າ ເຊິ່ງສະເພາະໜ້ານີ້ ແມ່ນຈະໄດ້ເລັ່ງໃສ່ໂຄສະນາເຜີຍແຜ່ ແຈ້ງການດັ່ງກ່າວ ໃຫ້ທົ່ວເຖິງໂດຍສົມທົບກັບອໍານາດການປົກຄອງ ແລະ ຕໍາຫລວດກຸ່ມບ້ານ ຈັດຕັ້ງຝຶກຊ້ອມ, ບໍາລຸງ ແລະ ຄຸ້ມຄອງຮັກສາພາຫະນະ-ອຸປະກອນມອດໄຟ ແລະ ກູ້ໄພໃຫ້ຮັບປະກັນ, ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ຂື້ນແຜນເປີດບັ້ນຝຶກອົບຮົມ ວິຊາສະເພາະໄລຍະສັ້ນ ໃນການປ້ອງກັນອັກຄີໄພ, ຂະຫຍາຍສະຖານທີ່ມອດໄຟ ຢູ່ແຕ່ລະເມືອງຢ່າງເໝາະສົມ ລວມເຖິງການສ້າງສະຖານທີ່ສໍາລັບຈອດລົດມອດໄຟ ແລະ ກູ້ໄພໃຫ້ຖືກຕາມຫລັກການ, ພ້ອມທັງຈັດຕັ້ງປະຈໍາການຕະຫລອດ 24 ຊົ່ວໂມງ ເພື່ອກຽມພ້ອມປະຕິບັດໜ້າທີ່ ຕ້ານອັກຄີໄພ ທີ່ອາດຈະເກີດຂຶ້ນຢ່າງທັນການ ແລະ ຮູ້ເຕົ້າໂຮມກໍາລັງ, ພາຊະນະ, ອຸປະກອນການມອດໄຟ ເຂົ້າມອດໄຟເບື້ອງຕົ້ນ ແລະ ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ມອດໄຟ ທີ່ຢູ່ໃກ້ທີ່ສຸດມາຊ່ວຍເຫລືອທັນເຫດການ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ: ລະດູແລ້ງ, ແມ່ນລະດູທີ່ມັກເກີດອັກຄີໄພຫລາຍທີ່ສຸດຢູ່ປະເທດເຮົາ ເປັນຕົ້ນ: ໄຟໃໝ້ເຮືອນ, ຕະຫລາດ, ​ໄໝ້ປ່າ ແລະ ຊຸມຊົນອື່ນໆ, ຊຶ່ງສາເຫດສ່ວນຫລາຍ ແມ່ນເກີດຈາກໄຟຟ້າລັດວົງຈອນ, ການຂາດສະຕິ ແລະ ຄວາມປະໝາດໃນການຊົມໃຊ້ຟືນໄຟຕ່າງໆ, ອັນໄດ້ສ້າງຜົນເສຍຫາຍ ໃຫ້ແກ່ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ, ຊີວິດ ແລະ ຊັບສີນຂອງບຸກຄົນ ແລະ ສ່ວນລວມ ເປັນຈໍານວນຫລາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...