Homeຂ່າວພາຍ​ໃນໄຊ​ທາ­ນີວາງ­ສະ­ແດງ​ສິນ­ຄ້າຄັ້ງ​ທຳ​ອິດ

ໄຊ​ທາ­ນີວາງ­ສະ­ແດງ​ສິນ­ຄ້າຄັ້ງ​ທຳ​ອິດ

Published on

ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້ຈັດ​ງານ​ຕະ­ຫຼາດ­ນັດ​ວາງ­ສະ­ແດງ​ຂາຍ​ສິນ­ຄ້າເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 19 ກຸມ­ພາ 2016 ທີ່​ບ້ານພະ​ຂາວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ຈັນ­ທະ​ລາ ອິນ​ທະ­ລັງ​ສີ ເຈົ້າ­ເມືອງໆ​ໄຊ​ທາ­ນີ ເປັນ​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ຮສຈ. ດຣ. ທອງ​ສະ​ລິດ ມັງ​ໜໍ່ເມກ ຫົວ­ໜ້າ​ສະ​ຖະ​ບັນ​ການ­ເມືອງ​ການ​ປົກ­ຄອງແຫ່ງ​ຊາດ ພ້ອມ​ດ້ວຍ​ບັນ­ດາ​ຄອບ­ຄົວ​ຕົວ​ແບບ​ນັກທຸ­ລະ​ກິດ​ຊາວ​ຄ້າ­ຂາຍ​ຊາວ​ກະ​ສີ​ກອນ ແລະ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ຈັດ​ງານ​ວາງ­ສະ­ແດງ​ຂາຍ​ສິນຄ້າ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ຢັ້ງ­ຢືນ​ໃນການ­ຈັດ­ຕັ້ງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ເມືອງ​ໄຊ​ທາ­ນີ ພ້ອມ​ທັງສ້າງ​ເງື່ອນ­ໄຂ​ໃຫ້​ຊາວ​ກະ​ສີ​ກອນ​ຊ່າງຫັດ­ຖະ­ກຳ​ຄອບ­ຄົວ​ຕົວ​ແບບ​ຫົວ­ໜ່ວຍ​ທຸລະ​ກິດ​ດ້ານ​ຕ່າງໆ​ພາຍ​ໃນ​ເມືອງ ແລະ ຕ່າງ​ເມືອງ​ໄດ້​ນຳ​ເອົາ​ຜະ­ລິດ​ຕະ​ພັນ​ຂອງຕົນ​ມາ​ວາງ­ສະ­ແດງ​ຂາຍ​ອອກ​ສູ່​ສັງ­ຄົມ ທັງ​ນີ້ ກໍ​ເພື່ອ​ກະ­ຕຸກ​ຊຸກ­ຍູ້​ການ​ຜະ­ລິດ​ສິນຄ້າ​ຂອງ​ປະ­ຊາ­ຊົນ​ຄອບ­ຄົວ​ຕົວ​ແບບ​ຜະລິດ​ສິນ­ຄ້າ​ໃຫ້​ເຕີບ​ໃຫຍ່​ເຂັ້ມ­ແຂງ​ເປີດ ກວ້າງ​ດ້ານ​ການ​ຄ້າ​ການ​ບໍ­ລິ­ການ​ການທ່ອງ​ທ່ຽວ​ຂອງ​ເມືອງ​ໃຫ້​ຂະ­ຫຍາຍ­ຕົວກວ້າງ­ຂວາງ​ຂຶ້ນ​ຕື່ມ ທັງ​ເປັນ​ການ​ແລກ ປ່ຽນ​ບົດ­ຮຽນ​ຂອງ​ຊາວ​ກະ­ສິ­ກອນ​ຊ່າງຫັດ­ຖະ­ກຳ​ຄອບ­ຄົວ​ຕົວ​ແບບ​ຜູ້​ຜະ­ລິດ​ສິນຄ້າ​ໂອ​ດ໋ອບ​ຂອງ​ເມືອງ.

ສຳ­ລັບ​ຮ້ານ​ວາງ­ສະ­ແດງ ແລະ​ຂາຍສິນ­ຄ້າ​ໃນ​ງານ​ຄັ້ງ​ນີ້​ມີ​ຈຳ­ນວນ​ທັງ​ໝົດ 141 ຮ້ານ ໃນ​ນັ້ນ​ຜົນ​ຜະ­ລິດ​ຂອງ​ປະ­ຊາ ຊົນ​ໃນ​ເມືອງ 104 ບ້ານມີ 33 ຮ້ານ ຊຶ່ງ​ລວມ​ມູນ​ຄ່າ​ສິນ­ຄ້າ​ທັງ ໝົດ 773,8 ລ້ານ​ກີບ ປະ­ກອບ​ມີ​ຜະ­ລິດ ຕະ​ພັນ​ສິນ­ຄ້າ​ໂອ​ດ໋ອບ​ການ​ຜະ­ລິດ​ກະ​ສິ ກຳ​ຂອງ​ຄອບ­ຄົວ​ຕົວ​ແບບ​ບັນ­ດາ​ເຄື່ອງອຸດ­ສາ­ຫະ­ກຳ​ຫັດ­ຖະ­ກຳ​ເຄື່ອງ​ເຟີ​ນິ​ເຈີ ແລະ​ບໍ­ລິ­ສັດ​ຕົວ​ແທນ​ຈຳ­ໜ່າຍ​ຜະ­ລິດ​ຕະພັນ​ສິນ­ຄ້າ​ຕ່າງ​ແຂວງ​ບັນ­ດາ​ຮ້ານ​ບໍ​ລິການ​ໄດ້​ຂາຍ​ສິນ­ຄ້າ​ທົ່ວ​ໄປ​ຮ້ານ​ກິນ​ດື່ມ ແລະ​ຮ້ານ​ອາ­ຫານ ນອກ​ນີ້ ຍັງ​ມີ​ລາຍ­ການຄົບ­ງັນ​ມ່ວນ­ຊື່ນ​ຕ່າງໆ ໂດຍ​ຈະ​ດຳ­ເນີນເປັນ​ໄລ­ຍະ 5 ວັນ ຊຶ່ງ​ເລີ່ມ​ແຕ່​ວັນ​ທີ 19-24 ກຸມ­ພາ 2016.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...