spot_img
Homeມຸມຂ່າວ AECສປປ ລາວ ຈະ​ຈັດ​ກອງ​ປະຊຸມ​ວົງ​ແຄບ​ຂອງ ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ 27 ກຸມພານີ້!

ສປປ ລາວ ຈະ​ຈັດ​ກອງ​ປະຊຸມ​ວົງ​ແຄບ​ຂອງ ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ 27 ກຸມພານີ້!

Published on

ສປປ ລາວ ​ເປັນ​ປະທານ​ອາຊຽນ​ໃນ​ປີ 2016, ຊຶ່ງ​ເປັນ​ປີ​ທຳ​ອິດ​ຂອງການ​ເປັນ​ປະຊາ​ຄົມ​ອາຊຽນ ​ແລະ ​ເປັນ​ປີ​ທຳ​ອິດ​ຂອງ​ການຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ ປະຊາ​ຄົມ​ອາຊຽນ 2025. ດັ່ງນັ້ນ, ສປປ ລາວ ຈຶ່ງ​ກຳນົດ​ເອົາຄຳ​ຂວັນ​ ສຳລັບ​ການ​ເປັນ​ປະທານ​ອາຊຽນ 2016 ຄື: “ຫັນ​ວິ​ໄສ​ທັດ​​ໃຫ້​ເປັນ​ຮູບ​ປະ​ທຳ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ປະຊາ​ຄົມ​ອາຊຽນ”. ​ໃນ​ນາມ​ປະທານ​ອາຊຽນ, ສປປ ລາວ ຈະຈັດ​ກອງ​ປະຊຸມ​ວົງ​ແຄບ​ຂອງ​ ລັດຖະມົນຕີ​ຕ່າງປະ​ເທດອາຊຽນ​ໃນ​ວັນ​ທີ 27 ກຸມພາ 2016 ທີ່ນະຄອນຫຼວງວຽງຈັນ.

ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງການຕ່າງປະ​ເທດ ຈະ​ເປັນປະທານ​ກອງ​ປະຊຸມ​ດັ່ງກ່າວ​, ຊຶ່ງ​ຈະ​ມີ​ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ, ​ເຈົ້າໜ້າທີ່​ອາວຸ​ໂສ ​ແລະ ຜູ້​ແທນຈາກ​ປະ​ເທດ​ສະມາຊິກ​ອາຊຽນ, ລວມທັງ​ເລຂາທິການ​ໃຫຍ່​ອາຊຽນ ​ແລະ ບັນດາ​ພະນັກງານ​ຈາກ​ກອງ​ເລ​ຂາ​ອາຊຽນ​ເຂົ້າ​ຮ່ວມ.

ກອງປະຊຸມ​ວົງ​ແຄບ​ຂອງ​ ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນຄັ້ງນີ້ ​ແມ່ນ​ກອງ​ປະຊຸມ​ຄັ້ງທຳ​ອິດຂອງ​ບັນດາ​ລັດຖະມົນຕີຕ່າງປະ​ເທດ​ອາຊຽນ ພາຍ​ໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016. ​ໃນ​ກອງ​ປະຊຸມດັ່ງກ່າວ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຈະ​ປຶກສາ​ຫາລືກ່ຽວກັບວິທີ​ການ ​ແລະ ​ແນວທາງ ​ເພື່ອ​ຈັດຕັ້ງປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025 ​ແລະ ​ແຜນ​ແມ່​ບົດ​ທັງ 3 ສະບັບ ທີ່​​ບັນດາ​ຜູ້ນຳ​ອາຊຽນໄດ້ຮັບຮອງເອົາ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງທີ 27 ​ເດືອນ​ພະຈິກ 2015 ທີ່ຜ່ານມາ ແລະ ສປປ ລາວ ເຮົາກໍຈະນຳ​ສະ​ເໜີບູລິ​ມະ​ສິດ ​ສຳລັບ​ປີ​ເປັນ​ປະທານ 2016. ນອກ​ນັ້ນ, ກອງ​ປະຊຸມຍັ​ງຈະ​ໄດ້​ປຶກສາ​ຫາລື ກ່ຽວກັບການ​ພົວພັນ​ພາຍ​ນອກ​ ​ແລະ ຄວາມ​ເປັນ​ແກນ​ກາງຂອງ​ອາຊຽນ ​ໃນ​ໂຄງ​ສ້າງ​ພາກພື້ນທີ່​ຜັນ​ແປ​ໄປ, ລວມທັງແລກປ່ຽນຄຳ​ຄິດ​ຄຳ​ເຫັນຕໍ່ບັນຫາ​ພາກພື້ນ ​ແລະ ສາກົນ ທີ່​ມີ​ຄວາມສົນໃຈ ​ແລະ ຄວາມເປັນຫ່ວງຮ່ວມ​ກັນ.

ກ່ອນການຈັດກອງປະຊຸມ​ວົງ​ແຄບ​ຂອງ​ ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຈະ​ມີ​ການ​ຈັດ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ ຜູ້​ຕາງໜ້າຖາວອນ​ປະຈຳ​ອາຊຽນ ​ແລະ ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສອາຊຽນ​ໃນ​ວັນ​ທີ 25 ​ແລະ 26 ກຸມພາ 2016 ຕາມ​ລຳດັບ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...