Homeຂ່າວຕ່າງປະເທດເວເນຊູເອລາ ປະກາດຂຶ້ນລາຄານ້ຳມັນ ລວດດຽວກວ່າ 6,000% ແຕ່ຍັງເປັນລາຄາທີ່ຖືກທີ່ສຸດໃນໂລກ!

ເວເນຊູເອລາ ປະກາດຂຶ້ນລາຄານ້ຳມັນ ລວດດຽວກວ່າ 6,000% ແຕ່ຍັງເປັນລາຄາທີ່ຖືກທີ່ສຸດໃນໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກຸມພາຜ່ານມານີ້ວ່າ ລັດຖະບານເວເນຊູເອລາ ໄດ້ປະກາດຂຶ້ນລາຄານ້ຳມັນພາຍໃນປະເທດ ເມື່ອວັນທີ 17 ກຸມພາ 2016 ໃນລາຄາທີ່ສູງເຖິງ 60 ເທົ່າ ຫລື 6,086% ຊຶ່ງເປັນການປັບຂຶ້ນລາຄານ້ຳມັນ ຄັ້ງທຳອິດໃນຮອບ 17 ປີ.

ທ່ານ ນິໂກລາສ ດາດູໂຣ ປະທານາທິບໍດີ ແຫ່ງ ເວເນຊູເອລາ ໄດ້ກ່າວຊີ້ແຈງວ່າ ລາຄານ້ຳມັນໃໝ່ນີ້ ຈະຊ່ວຍສະໜັບສະໜູນ ໂຄງການດ້ານສັງຄົມເຊັ່ນ ການສ້າງທີ່ພັກອາໄສ, ຕາງໜ່າງສາທາລະນະສຸກ ແລະ ການສຶກສາ ພ້ອມທັງຫວັງວ່າ ປະຊາຊົນຈະເຂົ້າໃຈຈຸດໝາຍດັ່ງກ່າວຂອງລັດຖະບານ ເນື່ອງຈາກເປັນການປັບຂຶ້ນ ຄັ້ງທຳອິດໃນຮອບ 17 ປີ ເພາະໄລຍະຜ່ານມາ ລັດຖະບານໄດ້ໃຊ້ງົບປະມານຂອງລັດ ອຸດໜູນລາຄານ້ຳມັນມາໂດຍຕະຫລອດ.  ພ້ອມດຽວກັນນັ້ນ ລັດຖະບບານຍັງໄດ້ປະກາດ ປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຂຶ້ນອີກ 20% ຊຶ່ງຈະມີຜົນບັງຄັບໃຊ້ ໃນວັນທີ 1 ມີນາ ຈະມາເຖິງນີ້.

ແນວໃດກໍຕາມ ເຖິງແມ່ນລັດຖະບານເວເນຊູເອລາ ຈະປັບຂຶ້ນລາຄານ້ຳມັນພາຍໃນປະເທດ ຄັ້ງໃຫຍ່ທີ່ສຸດກໍຕາມ ແຕ່ລາຄານ້ຳມັນໃນປະເທດເວເນຊູເອລາ ກໍຍັງຖືເປັນລາຄາທີ່ຖືກທີ່ສຸດໃນໂລກຢູ່.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...