spot_img
Homeຂ່າວເຫດການຜູ້ຕາງໜ້າພິເສດ ສະຫາຍເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ

ຜູ້ຕາງໜ້າພິເສດ ສະຫາຍເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ

Published on

ສະຫາຍ ຮ່ວງບິ່ງ ກວນ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ຜູ້ຕາງໜ້າພິເສດ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 17 ກຸມພານີ້ ເພື່ອແຈ້ງຜົນສຳເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ.

ຕອນເຊົ້າຂອງວັນທີ 18 ກຸມພາ 2016 ນີ້, ສະຫາຍ ຮ່ວງບິ່ງກວນ ພ້ອມດ້ວຍຄະ ນະໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ເພື່ອນຳເອົາ ຄວາມຢ້ຽມຢາມຖາມຂ່າວຈາກ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ມາຍັງ ສະຫາຍ ບຸນຍັງ ວໍລະຈິດ ແລະ ແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກກອມມູນິດຫວຽດນາມ ໃຫ້ການນຳຂອງລາວຊາບ.

ສະຫາຍຜູ້ຕາງໜ້າພິເສດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ປະຊາຊົນ ລາວ ຍາດມາໄດ້ຕະຫຼອດໄລຍະ 30 ປີແຫ່ງການປ່ຽນໃໝ່ ແລະ ໃນໄລຍະ 5 ປີແຫ່ງການປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກ ປປ ລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ນັ້ນ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຢ່າງມີໄຊ, ສ້າງໃຫ້ປະເທດມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີ, ສັງຄົມ ມີຄວາມສາມັກຄີປອງດອງ, ປະ ຊາທິປະໄຕ ແລະ ສີວິໄລ, ກ້າວ ເດີນຕາມເສັ້ນທາງສັງຄົມນິ ຍົມຢ່າງໜັກແໜ້ນ.

ພັກ, ລັດ ຖະບານ ແລະ ປະຊາຊົນຫວຽດ ນາມຈະເຮັດສຸດຄວາມສາມາດຂອງຕົນຮ່ວມກັບພັກ, ລັດຖະບານ ສປປ ລາວ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມ ສາມັກຄີແບບພິເສດການ ຮ່ວມມືຮອບດ້ານຫວຽດນາມ- ລາວໃຫ້ນັບມື້ໄດ້ຮັບການເສີມ ຂະຫຍາຍເຂົ້າສູ່ລວງເລິກ, ແທດກັບຕົວຈິງ ແລະ ມີປະສິດທິຜົນໃນທຸກດ້ານ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງ ແລະ ສະແດງ ຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ຜົນສຳເລັດອັນຈົບງາມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ກອມມູນິດຫວຽດນາມ ຊຶ່ງເປັນເຫດການການເມືອງ ອັນສຳຄັນໃນຊີວິດການເມືອງ-ສັງຄົມ ຂອງຫວຽດນາມ, ເປັນຂີດໝາຍ ຂອງໄລຍະແຫ່ງການພັດທະນາໃໝ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຫວຽດນາມ ໃຫ້ກາຍເປັນປະ ເທດອຸດສາຫະກຳຕາມທິດທັນສະໄໝ.

ສະຫາຍເລຂາທິການ ໃຫຍ່ໄດ້ຊົມເຊີຍຕໍ່ຜົນສຳເລັດ ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມຍາດມາ ໄດ້ ໃນການປະຕິບັດແນວທາງ ປ່ຽນແປງໃໝ່ໃນຕະຫຼອດ 30 ປີທີ່ຜ່ານມາ ໂດຍສະເພາະ ແມ່ນໄລຍະ 5 ປີແຫ່ງການຈັດ ຕັ້ງປະຕິບັດມະຕິຂອງກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ກອມມູນິດຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນຝູ ຈ້ອງ ເປັນຜູ້ນຳໜ້ານັ້ນ, ປະຊາ ຊົນຫວຽດນາມອ້າຍນ້ອງ ຈະ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະ ກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ ແລະ ບັນລຸເປົ້າໝາຍປະຊາຊົນຮັ່ງ ມີ, ປະເທດຊາດເຂັ້ມແຂງ, ປະ ຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ສະຫາຍເລຂາທິການ ໃຫຍ່ ບຸນຍັງ ວໍລະຈິດ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນລາວ ຈະພ້ອມກັນ ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ສືບຕໍ່ ປົກປັກຮັກສາ, ເສີມຂະຫຍາຍ ສາຍພົວພັນຄວາມສາມັກຄີພິ ເສດລາວ-ຫວຽດນາມ ຊຶ່ງເປັນ ມໍລະດົກອັນລ້ຳຄ່າຂອງປະຊາ ຊົນສອງຊາດ, ເປັນປັດໄຈສຳ ຄັນໃນການຮັບປະກັນໄຊຊະ ນະຂອງພາລະກິດປະຕິວັດ ຂອງສອງປະເທດນັ້ນໃຫ້ນັບມື້ ມີປະສິດທິຜົນ ແລະ ໃຫ້ຄົນ ຮຸ່ນຫຼັງສືບຕໍ່ປົກປັກຮັກສາສາຍ ພົວພັນພິເສດນີ້ໃຫ້ຍືນຍົງຄົງ ຕົວຕະຫຼອດໄປ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...