spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຕືອນ ລະວັງພະຍາດ ໄຂ້ຫວັດໃຫຍ່-ປອດອັກເສບ ໃນລະດູໜາວ!

ກະຊວງສາທາຯເຕືອນ ລະວັງພະຍາດ ໄຂ້ຫວັດໃຫຍ່-ປອດອັກເສບ ໃນລະດູໜາວ!

Published on

ຂປລ. ທ່ານ ສຈ.ດຣ ນາງ ດວງ​ດາວ ສຸກ​ອາ​ລຸນ ຮອງ​ຜູ້ອຳນວຍການ​ໂຮງໝໍ​ມະ​ໂຫສົດ ​ໃຫ້​ຮູ້​ວ່າ: ​ໃນ​ສະພາບ​ອາກາດ​ທີ່​ໜາວ​ເຢັນ, ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຮັກສາ​ສຸຂະພາບ​ຂອງ​ຕົນ​ເອງ​ເປັນ​ພິ​ເສດ ​ໂດຍ​ການ​ປະຕິບັດ​ຫລັກການ ອະນາ​ໄມ 3 ສະອາດ, ກິນ​ອາຫານ​ໃຫ້​ຄົບ​ 5 ​ໝູ່, ສິ່ງ​ສຳຄັນ​ຕ້ອງ​ເຮັດ​ໃຫ້​ຮ່າງກາຍ​ອົບ​ອຸ່ນ ​ແລະ ຕ້ອງ​​ເອົາ​ໃຈ​ໃສ່​ປ້ອງ​ກັນ​ພະຍາດ​ທີ່​ມັກ​ເກີດ​ໃນ​ລະດູ​ໜາວ ​ເຊັ່ນ: ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່ ​ເຊິ່ງມີ​ອາການສະ​ແດງ​ອອກ​​ໃນ​ເບື້ອງ​ຕົ້ນ​ແມ່ນຕັນດັງ, ນ້ຳມູກໄຫລ, ໄອ, ຈາມເຈັບຫົວແຮງ, ມີໄຂ້ສູງ, ເມື່ອຍຕາມຕົນໂຕ ​ແລະ ອາດມີອາການປຸ້ນທ້ອງ ເຊິ່ງວິ​ຮັກສາ​​ຕ້ອງນອນພັກຜ່ອນ​ໃຫ້ພຽງພໍ, ເຊັດຕົນຕົວ ແລະ ກິນຢາຫລຸດຜ່ອນໄຂ້ ​ເມື່ອ​ອາການ​ບໍ່​ດີ​ຂຶ້ນຄວນໄປພົບແພດ.

ອີກ​ພະຍາດ​ໜຶ່ງ ​ທີ່​ຕາມ​ມາຈາກ​ເປັນຫວັດ ​ແມ່ນພະຍາດອັກ​ເສບ​ປອດ ​ເຊິ່ງຈະ​ມີ​ອາການໄອ, ແໜ້ນເອິກ, ມີໄຂ້ສູງ ແລະ ຫາຍໃຈຫອບ ມັກພົບຫລັງຈາກເປັນໄຂ້ຫວັດຊ້ຳເຮື້ອ ຫລື ຮຸນແຮງ. ວິທີຮັກສາ​ແມ່ນຄວນໄປພົບ​ແພດ ​ແລະ ອີກ​ພະຍາດ​ໜຶ່ງ​ ສ່ວນ​ໃຫຍ່​ມັກ​ເກີດ​ກັບ​ເດ​ັກນ້ອຍ ​ແມ່ນພະຍາດໝາກສຸກໝາກໃສ ໂດຍ​ອາການ​ເລີ່​ມຕົ້ນ ​ແມ່ນ​ຈະ​ມີໄຂ້ຕ່ຳ, ຕໍ່ມາຈະມີຜື່ນແດງ, ຕຸ່ມນູນໃສໆ ຈາກນັ້ນ ຈະເປັນຕຸ່ມໜອງ, ສ່ວນວິທີຮັກສາ​ແມ່ນ ຕາມອາການຄົນ​ເຈັບ ສ່ວນໃຫຍ່ຈະເຊົາຈາກອາການ ດັ່ງກ່າວໃນເວລາບໍ່ດົນ. ອີກ ​ພະຍາດ​ໜຶ່ງ​ທີ່​ໜ້າ​ເປັນ​ຫ່ວງ ​ແມ່ນພະຍາດຖອກທ້ອງ ​ໂດຍ​ຈະ​ມີ​ອາການຖ່າຍເປັນນ້ຳ, ຮ່ວມກັບອາການໄຂ້ ແລະ ປວດຮາກ ​ເຊິ່ງວິທີ​ຮັກສາ​ແມ່ນ​ຕ້ອງ​ດື່ມນ້ຳຫລາຍໆ ​ໂດຍ​ສະ​ເພາະ​ແມ່ນ​ນ້ຳທີ່​ປະສົມ​ເກືອ​ແຮ່, ຖ້າອາການ​ຍັງ​ບໍ່​ດີ​ຂຶ້ນໃຫ້ໄປພົບແພດ.

ທ່ານຮອງ ​ຜູ້ອຳນວຍການ​ໂຮງໝໍ​ມະ​ໂຫສົດ ຍັງ​ໃຫ້​ຮູ້​ວ່າ: ບັນດາ​ພະຍາດທີ່ກ່າວມານັ້ນ ກຸ່ມ​ສ່ຽງ​ທີ່​ມັກ​ເກີດ​ພະຍາດ​ແມ່ນ​ເດັກນ້ອຍ ​ແລະ ຜູ້​ສູງ​ອາຍຸ ​ເນື່ອງ​ຈາກ​ພູມ​ຕ້ານທານ​ຕໍ່​ພະຍາດ​ມີ​ຕ່ຳ, ສະນັ້ນ ພວກ ​ເຮົາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ກັບ​ກຸ່ມ​ຄົນ​ດັ່ງກ່າວ ຖ້າ​ມີ​ອາການ​ຂອງ​ພະຍາດ​ໃດ​ໜຶ່ງ​ຄວນ​ເອົາ​ໃຈ​ໃສ່​ຕິດຕາມ ​ແລະ ປະຕິບັດ​ຕາມ​ຄຳ​ແນະນຳ​ດັ່ງກ່າວ ​ແຕ່​ຖ້າ​ອາກາດ​ຍັງ​ບໍ່​ດີ​ຂຶ້ນ​ຄວນ​ໄປ​ພົບ​ແພດ​ຢ່າງ​ຮີບ​ດ່ວນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...