spot_img
Homeຂ່າວພາຍ​ໃນພາກທຸລະກິດ ສະເຫນີໃຫ້ມີວິທີການ ແລະ ມາດຕະການແກ້ໄຂດ້ານນິຕິກຳ ແລະ ນະໂຍບາຍເສດຖະກິດໃຫ້ສອດຄ່ອງ

ພາກທຸລະກິດ ສະເຫນີໃຫ້ມີວິທີການ ແລະ ມາດຕະການແກ້ໄຂດ້ານນິຕິກຳ ແລະ ນະໂຍບາຍເສດຖະກິດໃຫ້ສອດຄ່ອງ

Published on

thu24apr8

ໃນວັນທີ 21 ເມສາ 2014 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດກອງປະຊຸມພົບປະລະ ຫວ່າງ “ ນາຍົກລັດຖະມົນຕີ ກັບສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດ ປະຈຳປີ 2014 ” ຂຶ້ນພາຍໃຕ້ການ ເປັນປະທານຂອງທ່ານ ທອງ ສິງ ທຳມະວົງ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ເຊິ່ງມີ ບັນດາທ່ານຮອງນາຍົກລັດ ຖະມົນຕີ,     ສະມາຊິກລັດຖະບານ, ເຈົ້າຄອງນະຄອນວຽງ ຈັນ, ບັນດາເຈົ້າແຂວງ ພ້ອມ ດ້ວຍບັນດານັກທຸລະກິດ ລາວ ແລະ ຕ່າງປະເທດທີ່ດຳ ເນີນທຸລະກິດຢູ່ລາວເຂົ້າ ຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມຄັ້ງນີ້ໄດ້ເປັນ ໂອກາດໃຫ້້ພາກລັດ ແລະ ພາກທຸລະກິດຮ່ວມກັນປຶກ ສາຫາລືບັນຫາຈຳນວນໜຶ່ງ  ທີ່ຈຳເປັນ ແລະ ຮີບດ່ວນ ທີ່ ກ່ຽວຂ້ອງກັບການພັດທະນາ ເສດຖະກິດ-ສັງຄົມເວົ້າ ລວມ, ເວົ້າສະເພາະແມ່ນ ເພື່ອໃຫ້ເຂົ້າໃຈສະພາບເສດ ຖະກິດມະຫາພາກຂອງປະ ເທດ ໃນເງື່ອນໄຂປະຈຸບັນ ແລະ ພ້ອມກັນຈັດຕັ້ງປະຕິ ບັດ 6 ມາດຕະການຂອງລັດ ຖະບານໃນການຜ່ານຜ່າ ຄວາມຫຍຸ້ງຍາກຂອງເສດຖະ ກິດມະຫາພາກເພື່ອຊຸກຍູ້ຈັງ ຫວະການເຕີບໂຕຢ່າງຕໍ່ ເນື່ອງຕາມທິດຍືນຍົງ, ບັນຫາ ສຳຄັນອີກປະການໜຶ່ງແມ່ນ ຄວາມຮັບຜິດຊອບຂອງແຕ່ ລະພາກສ່ວນທັງພາກລັດ ແລະ ພາກທຸລະກິດທີ່ມີພັນ ທະໜ້າທີ່ຕໍ່ປະເທດຊາດ, ຕໍ່ ລັດຖະບານ ແລະ ຕໍ່ການເຕີບ ໂຕຂອງວິສາຫະກິດຕົນເອງ ເຊິ່ງໃນກອງປະຊຸມ, ທັງພາກ ລັດ ແລະ ພາກທຸລະກິດ ກໍ່ ໄດ້ພ້ອມກັນເອົາໃຈໃສ່ປະ ກອບຄຳຄິດຄຳເຫັນໃສ່ບັນ ຫາຕ່າງໆຢ່າງມີຈຸດສຸມ, ກົງ ໄປກົງມາ, ກ້າເວົ້າກ້າສະເໜີ ດ້ວຍຄວາມຈິງໃຈ.  ອັນສຳ ຄັນແມ່ນການລາຍງານຂອງ ພາກທຸລະກິດຊຶ່ງເປັນບັນ ຫາໃຫຍ່ທີ່ກຸ່ມບໍລິສັດພວມ ມີຄວາມຫຍຸ້ງຍາກ ແລະ ກ່ຽວ ຂ້ອງກັບພາກລັດພວມປະ ເຊີນຢູ່ພ້ອມທັງສະເໜີວິທີ ການ ແລະ ມາດຕະການແກ້ ໄຂຕໍ່ພາກລັດເຊັ່ນ: ດ້ານນິຕິ ກຳ ແລະ ນະໂຍບາຍອັນໃດ ທີ່ເຫັນວ່າບໍ່ສອດຄ່ອງ,ການ ກະທຳອັນໃດຂອງພະນັກງານ ລັດທີ່ເປັນການກົດໜ່ວງຖ່ວງ ດຶງການດຳເນີນທຸລະກິດ ຫຼື ອັນໃດທີ່ເຫັນວ່າເປັນບັນຫາ ທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຕໍ່ພາກທຸລະກິດກໍ່ຄືການຜະ ຫຼິດຕ່າງໆກໍ່ໄດ້ສະເໜີຕໍ່ກອງ ປະຊຸມເທື່ອນີ້ຊຶ່ງພາກລັດ ພ້ອມແລ້ວທີ່ຈະຮັບຟັງ ຄວາມຄິດຄວາມເຫັນ ແລະ ຈະນຳໄປປັບປຸງແກ້ໄຂ ຫຼື ພິ ຈາລະນາຄົ້ນຄວ້າອອກນິຕິ ກຳ ແລະ ລະບຽບການໃໝ່ ທີ່ສອດຄ່ອງເໝາະສົມ. ສຳ ລັບພາກລັດກໍ່ຍັງໄດ້ຊີ້ແຈງ ສະພາບບັນຫາຢູ່ໃນຂະແໜງ ການຂອງຕົນມີຄວາມຫຍຸ້ງ ຍາກ ແລະ ແນະນຳມາດຕະ ການແກ້ໄຂ ແລະ ຂໍ້ສະເໜີ ຕໍ່ພາກເອກະຊົນໃຫ້ປັບປຸງ ແລະ ໃຫ້ການຮ່ວມມືເພື່ອ ພ້ອມກັນແກ້ໄຂບັນຫາຫຍຸ້ງ ຍາກຕ່າງໆທີ່ພວມປະເຊີນ ຢູ່ໃນປັດຈຸບັນທັງນີ້ກໍ່ເພື່ອ ເຮັດໃຫ້ການເຕີບໂຕຂອງ ເສດຖະກິດຂອງປະເທດເຮົາ  ສາມາດດຳເນີນໄປຕາມທິດ ຍືນຍົງ.
ໃນຕອນທ້າຍຂອງກອງ ປະຊຸມ, ທ່ານ ທອງສິງ ທຳມະ ວົງ ກໍ່ໄດ້ເນັ້ນຕື່ມບາງບັນຫາ ທີ່ຕ້ອງໄດ້ເອົາໃຈໃສ່ໃນການ ປັບປຸງ ແລະ ພັດທະນາວິສາ ຫະກິດ ແລະ ຜູ້ປະກອບການ ຢູ່ໃນປະເທດ ເປັນຕົ້ນໂຄງ ສ້າງຂອງວິສາຫະກິດທີ່ຍັງບໍ່ ທັນເຂົ້າສູ່ລະບົບຂອງການວິ ສາຫະກິດກໍ່ສະເໜີໃຫ້ປັບປຸງ ເຂົ້າກັບກົດໝາຍເພື່ອເຊື່ອມ ໂຍງກັບສາກົນ; ການຖືບັນຊີ, ການເສຍພາສີ-ອາກອນແລະ ພັນທະອື່ນໆແມ່ນຢູ່ໃນຂອບ ທີ່ຕ່ຳຫຼາຍ, ການເສຍພາສີ-ອາກອນແມ່ນຖືວ່າເປັນພັນ ທະຂອງພົນລະເມືອງ.

ທີ່ມາ http://www.kongthap.gov.la/index.php?option=com_content&view=article&id=11039:2014-04-24-01-49-52&catid=12:lastnews

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...