Homeຂ່າວພາຍ​ໃນຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

Published on

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ.

ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ທັງສອງທ່ານ ຈົ່ງເສີມຂະຫຍາຍບັນດາບົດຮຽນ ປະສົບການວຽກງານຕົວຈິງ ແລະ ກຳສະພາບວຽກງານຮອບດ້ານ ຂອງໜ້າທີ່ຮັບຜິດຊອບໃໝ່ໃຫ້ເລິກເຊິ່ງ, ສືບຕໍ່ພັດທະນາວຽກງານໃນຂະແໜງການທີ່ຕົນຮັບຜິດຊອບຕາມພາລະບົດບາດ ໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້ ທັງໃຫ້ເປັນເຈົ້າການນໍາພາ-ຊີ້ນຳ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກໍາລັງແຮງ ໃນການສຸມໃສ່ປະຕິບັດພາລະບົດບາດ-ໜ້າທີ່ວຽກງານ ໃຫ້ມີຄວາມໂລ່ງລ່ຽນ ແລະ ວ່ອງໄວ ບົນພື້ນຖານຍຶດໝັ້ນຫລັກການລວມສູນປະຊາທິປະໄຕ ນໍາພາປຶກສາຫາລືບັນຫາສໍາຄັນຕ່າງໆເປັນໝູ່ຄະນະ ພ້ອມກັນປະຕິບັດລະບອບແບບແຜນນໍາພາ ແລະ ວິທີເຮັດວຽກ ທີ່ໄດ້ກໍານົດໄວ້ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...