spot_img
Homeຂ່າວຕ່າງປະເທດປະທານາທິບໍດີສະຫະລັດຯ ຈະເດີນທາງຢ້ຽມຢາມກູບາ ຄັ້ງທຳອິດໃນຮອບກວ່າ 80 ປີ!

ປະທານາທິບໍດີສະຫະລັດຯ ຈະເດີນທາງຢ້ຽມຢາມກູບາ ຄັ້ງທຳອິດໃນຮອບກວ່າ 80 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກຸມພານີ້ວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ຈະເດີນທາງໄປຢ້ຽມຢາມ ສາທາລະນະລັດກູບາ ໃນລະຫວ່າງວັນທີ 21-22 ມີນາ ຈະມາເຖິງນີ້ ອັນຈະກາຍເປັນການຢ້ຽມຢາມກູບາ ຄັ້ງທຳອິດຂອງປະທານາທິບໍດີ ສະຫະລັດອາເມຣິກາ ຂະນະທີ່ຍັງຢູ່ໃນຕຳແໜ່ງ ໃນຮອບກວ່າ 80 ປີ ນັບຕັ້ງແຕ່ປີ 1928 ເປັນຕົ້ນມາ.

ທັງນີ້ ເນື່ອງຈາກທ້າຍປີ 2014 ເປັນຕົ້ນມາ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດອາເມຣິກາ ແລະ ທ່ານ ຣາອູນ ກາສໂຕຣ ປະທານປະເທດ ແຫ່ງ ສາທາລະນະລັດກູບາ ໄດ້ປະກາດວ່າ ທັງສອງຝ່າຍຈະເລີ່ມສ້າງຄວາມສຳພັນ ຊຶ່ງເປັນສັດຕູກັນມາກວ່າເຄິ່ງສະຕະວັດນັ້ນ ກັບຄືນມາສູ່ລະດັບປົກກະຕິ ໂດຍທີ່ ທ່ານ ໂອບາມາ ແລະ ກາສໂຕຣ ໄດ້ຈັດປະຊຸມຮ່ວມກັນເປັນຄັ້ງທຳອິດ ໃນເດືອນເມສາ 2015 ຜ່ານມາ ທີ່ປານາມາ ແລະ ຈັບມືກັນໃນກອງປະຊຸມ ນອກຮອບກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ເມື່ອເດືອນກັນຍາປີດຽວກັນອີກດ້ວຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...