Homeຂ່າວການພັດທະນາລັດຖະບານເພີ່ມຄວາມເຂັ້ມງວດ ການຄຸ້ມຄອງປ້າຍໂຄສະນາ ໃຫ້ຮັດກຸມກວ່າເກົ່າ!

ລັດຖະບານເພີ່ມຄວາມເຂັ້ມງວດ ການຄຸ້ມຄອງປ້າຍໂຄສະນາ ໃຫ້ຮັດກຸມກວ່າເກົ່າ!

Published on

ລັດຖະບານໄດ້ເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງປ້າຍໂຄສະນາທຸກປະເພດ ໃນທົ່ວປະເທດ ຮັດກຸມກວ່າເກົ່າ ດ້ວຍການອອກດໍາລັດວ່າດ້ວຍປ້າຍ, ພາຍຫລັງເຫັນວ່າ ສະພາບການຕິດຕັ້ງປ້າຍໂຄສະນາໃນປັດຈຸບັນຍັງຊະຊາຍ, ບໍ່ເປັນລະບຽບຈົບງາມ ແລະ ບໍ່ຖືກຕາມລະບຽບຫລັກການ, ໂດຍມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດຊອບໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ໃຫ້ມີຜົນສັກສິດ ແລະ ເຂັ້ມງວດ ເພື່ອຮັບປະກັນໃຫ້ຜູ້ປະກອບການ ດໍາເນີນທຸລະກິດ ສອດຄ່ອງຕາມລະບຽບກົດໝາຍ ແລະ ຖືກຕ້ອງ ຕາມປະເພນີອັນດີງາມຂອງຊາດ.

ດໍາລັດດັ່ງກ່າວໄດ້ລະບຸເນື້ອໃນສໍາຄັນຄື: ຜູ້ປະກອບການທຸລະກິດກ່ຽວກັບປ້າຍຕ້ອງຮັບ ປະກັນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມູນເຊື້ອວັດທະນາທໍາອັນດີງາມຂອງຊາດ, ທັງສອດຄ່ອງກັບກົນໄກເສດຖະກິດຕະຫລາດ ແລະ ສາມາດເຊື່ອມໂຍງສາກົນ, ຮັບປະກັນດ້ານຜົນປະໂຫຍດ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສະໜອງເນື້ອໃນຄວາມຮູ້, ຂໍ້ມູນຂ່າວສານການບໍລິການ, ການບັນເທິງເພື່ອຜົນປະໂຫຍດແກ່ສັງຄົມ, ຮັບປະກັນດ້ານເນື້ອໃນ, ຮູບແບບ, ສີສັນ ແລະ ນໍາໃຊ້ຫລັກພາສາໃຫ້ຖືກຕ້ອງ, ການຕິດຕັ້ງຕ້ອງຮັບປະກັນຕໍ່ສິ່ງແວດລ້ອມ, ຄວາມສວຍງາມ, ຄວາມປອດໄພຕໍ່ສັງຄົມ.

ຂະນະດຽວກັນປ້າຍໂຄສະນາທຸກປະເພດ ຫ້າມແຕະຕ້ອງເຖິງຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມລັບຂອງຊາດ, ຫ້າມແຕະຕ້ອງເຖິງວັດທະນະທໍາອັນດີງາມ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ສາກົນ, ຫ້າມບິດເບື້ອນຄວາມຈິງ, ໂຄສະນາເກີນຈິງ ແລະ ແຕະຕ້ອງເຖິງກຽດສັກສີຂອງອົງການຈັດຕັ້ງ ແລະ ບຸກຄົນ, ຫ້າມໃຊ້ພາສາຕ່າງປະເທດທັງໝົດ, ຫ້າມຕິດປ້າຍໂຄສະນາໃສ່ລົດທຸກປະເພດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ອັນສໍາຄັນແມ່ນຫ້າມນາບຂູ່ ແລະ ຊື້ຈ້າງຈອບອອຍ ພະນັກງານທີ່ມີໜ້າທີ່ຄຸ້ມຄອງປ້າຍ ແລະ ພືດຕິກໍາອື່ນໆ ທີ່ເປັນການລະເມີດລະບຽບກົດໝາຍໂດຍເດັດຂາດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...