spot_img
Homeຂ່າວການພັດທະນາເຈົ້າຄອງ ນ.ວ ປະກາດຄຳຂວັນ 5 ຮ່ວມ ໜູນນະໂຍບາຍ 6 ສ ໃຫ້ປະກົດຜົນເປັນຈິງ!

ເຈົ້າຄອງ ນ.ວ ປະກາດຄຳຂວັນ 5 ຮ່ວມ ໜູນນະໂຍບາຍ 6 ສ ໃຫ້ປະກົດຜົນເປັນຈິງ!

Published on

ພາຍຫລັງເຫັນວ່ານະໂຍບາຍ 6 ສ ຄື: ສ ສະອາດ, ສ ສະຫງົບ, ສ ສະຫວ່າງ, ສ ສີຂຽວ, ສ ສະເໜ່ ແລະ ສ ສີວິໄລ ທີ່ນະຄອນຫລວງວຽງຈັນ ໄດ້ພະຍາຍາມຈັດຕັ້ງປະຕິບັດມາຫລາຍປີ ແຕ່ມີຄວາມຄືບໜ້າຊ້າ, ຄະນະນໍານະຄອນຫລວງວຽງຈັນ ຈຶ່ງໄດ້ກໍານົດຄໍາຂວັນ 5 ຮ່ວມຂຶ້ນມາອີກ ເພື່ອຍູ້ໜູນນະໂຍບາຍ 6 ສ ໃຫ້ບັນລຸຜົນເປັນຈິງເທື່ອລະກ້າວ, ໂດຍໄດ້ມີການເປີດເຜີຍຈາກ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສີນລະວົງ ຄຸດໄພທູນ ເມື່ອບໍ່ນານນີ້, ຊຶ່ງຄໍາຂວັນ 5 ຮ່ວມດັ່ງກ່າວປະກອບມີ: ຮ່ວມຢູ່, ຮ່ວມປົກປັກຮັກສາ, ຮ່ວມແກ້ໄຂບັນຫາອັນບໍ່ດີ, ຮ່ວມພັດທະນາ ແລະ ຮ່ວມກ້າວໄປຂ້າງໜ້າກັບນະຄອນຫລວງວຽງຈັນ, ຖ້າພວກເຮົາໝົດທຸກຄົນ ທີ່ດໍາລົງຊີວິດ, ເພິ່ງພາອາໄສ ແລະ ທໍາມາຫາກິນຢູ່ນະຄອນຫລວງວຽງຈັນ ໄດ້ພ້ອມກັນປະຕິບັດ 5 ຮ່ວມຢ່າງເປັນເຈົ້າການແລ້ວ ກໍຈະຊ່ວຍໃຫ້ການຈັດຕັ້ງປະຕິບັດ ນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນ ບັນລຸເປົ້າໝາຍວາງໄວ້ຢ່າງແນ່ນອນ.

ນະໂຍບາຍ 6 ສ ໄດ້ຖືກກໍານົດຂຶ້ນ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງ ອົງຄະນະພັກນະຄອນຫລວງວຽງຈັນ ແຕ່ປີ (2011-2015) ເພື່ອເປັນທິດທາງ ໃນການພັດທະນາຕົວເມືອງນະຄອນຫລວງວຽງຈັນ ເປັນເຂດທີ່ໜ້າຢູ່, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ສະອາດສວຍງາມ ແລະ ມີສະພາບແວດລ້ອມທີ່ດີ.

ແຕ່ໃນໄລຍະຫລາຍປີຜ່ານມາ ການປະຕິບັດຕົວຈິງໃນແຕ່ລະ ສ ແມ່ນມີຄວາມຫຍຸ້ງຍາກ ແລະ ມີຄວາມຄືບໜ້າຊ້າ, ເນື່ອງຈາກພົວພັນກັບຫລາຍຂະແໜງ, ນິຕິກໍາ ຫລື ມາດຕະການ ໃນການຈັດຕັ້ງປະຕິບັດບໍ່ທັນຮັດກຸມ, ງົບປະມານມີຈໍາກັດ ແລະ ບັນຫາອັນສໍາຄັນ ແມ່ນການຮັບຮູ້ເຂົ້າໃຈ ແລະ ຕືນຕົວຂອງຄົນສັງຄົມ ໃນການປະຕິບັດນະໂຍບາຍດັ່ງກ່າວຍັງມີໜ້ອຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...