spot_img
Homeຂ່າວທ້ອງຖິ່ນວາງ​ສິລາ​ລືກ​ສ້າງ​ສູນ​ຝຶກ​ວິ­ຊາ​ຊີບ

ວາງ​ສິລາ​ລືກ​ສ້າງ​ສູນ​ຝຶກ​ວິ­ຊາ​ຊີບ

Published on

ວັນ​ທີ 16 ກຸມ­ພາ 2016 ທີ່​ເດີ່ນ ຊາວ​ໜຸ່ມ​ແຂວງ​ວຽງຈັນ ໄດ້​ຈັດ​ພິ­ທີ​ວາງ​ສີ​ລາ​ລືກ​ໂຄງ­ການ​ກໍ່­ສ້າງ​ສູນ​ຝຶກ​ວິ­ຊາ ຊີບ ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານ ດຣ. ຄຳ​ພາ ພີມ​ມະ​ສອນ​ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ, ທ່ານ​ສະ­ຫວັນ ວົງ​ສຳ­ພັນ ຄະ­ນະ​ປະ­ຈຳ​ພັກ​ແຂວງ​ປະ­ທານ​ແນວ​ລາວ​ສ້າງ​ຊາດ​ຜູ້​ຊີ້​ນຳ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ, ທ່ານ ດາວ​ສະ­ຫວັນ ລາດ​ສະ​ວົງ ຮອງ​ເລ­ຂາ​ຄະ­ນະ​ບໍ​ລິຫານ​ງານ​ຊາວ​ໜຸ່ມ​ແຂວງ​ມີ​ແຂກ​ຖືກ​ເຊີນ​ຈາກ​ພະ­ແນກ­ການ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ໂຄງ­ການ​ກໍ່­ສ້າງ​ສູນ​ຝຶກ​ວິ­ຊາ​ຊີບຊາວ​ໜຸ່ມ​ແຂວງ​ວຽງ​ຈັນ​ເປັນ​ໂຄງ­ການໜຶ່ງ​ທີ່​ມີ​ຄວາມ​ໜາຍ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ທີ່​ສຸດ​ຕໍ່​ວຽກ​ງານ​ການ​ພັດ­ທະ­ນາຊາວ​ໜຸ່ມ-ເຍົາ­ວະ​ຊົນ ຈຸດ­ປະ­ສົງ​ການ​ກໍ່ສ້າງ ກໍ​ເພື່ອ​ເປັນ​ບ່ອນ​ສຶກ​ສາ​ອົບ­ຮົມ ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຊາວ​ໜຸ່ມ-ເຍົາ­ວະ​ຊົນ​ດ້ານວິ­ຊາ​ຊີບ ເປັນ­ຕົ້ນ​ດ້ານ​ຕັດ​ຫຍີບ, ເສີມສວຍ, ຈັກ­ສານ, ພາ­ສາ​ອັງ­ກິດ ແລະ ຄອມພິວ​ເຕີ ນອກ​ນີ້​ຍັງ​ໄດ້​ສ້າງ​ເປັນ​ສະ­ຖານ­ທີ່ຫຼີ້ນ​ກິ­ລາ, ພັກ­ຜ່ອນ ແລະ​ຮຽນ​ຮູ້​ດ້ານຕ່າງໆ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ​ໃນ​ການ​ຕ້ານ ແລະ​ສະ­ກັດ​ກັ້ນ​ບັນ­ຫາ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ.

ໂຄງ­ການ​ກໍ່­ສ້າງ​ສູນ​ຝຶກ​ວິ­ຊາ​ຊີບຊາວ​ໜຸ່ມ​ແຂວງ​ວຽງ​ຈັນ ເປັນ​ອາ​ຄາ​ານ 4 ຊັ້ນ ຂະ­ໜາດ​ຍາວ 54 ແມັດ ກວ້າງ47 ແມັດ ຊັ້ນ​ທີ 1 ປະ­ກອບ​ມີ​ຫ້ອງ​ສະ​ໜຸດ, ຫ້ອງ​ອາ­ຫານ-ຮ້ານ​ກາ­ເຟ, ບ່ອນ​ລົງ​ທະບຽນ, ຫ້ອງ​ວາງ­ສະ­ແດງ, ຊັ້ນ​ທີ 2 ປະກອບ​ມີຫ້ອງ​ຮຽນ​ລ້ຽງ­ສັດ, ຫ້ອງ​ຮຽນປູກ­ຝັງ, ຫ້ອງ​ທົດ​ລອງ, ຫ້ອງ​ຮຽນ​ໄຟຟ້າ, ຫ້ອງ​ຮຽນ​ສ້ອມ­ແປງ, ຫ້ອງ​ຮຽນເສີມ​ສວຍ, ຫ້ອງ​ຮຽນ​ຫັດ­ຖະ­ກຳ, ຫ້ອງຮຽນ​ຄອມ​ພິວ​ເຕີ ແລະ​ຫ້ອງ​ນ້ຳ, ຊັ້ນ​ທີ 3 ປະ­ກອບ​ມີ​ຫ້ອງ​ຮຽນ​ພາ­ສາ​ຈຳ­ນວນ 5 ຫ້ອງ, ຫ້ອງ​ຮຽນ​ປຸງ​ແຕ່ງ, ຫ້ອງ​ຮຽນຈັກ­ສານ, ຫ້ອງ​ຮຽນ​ເຕັ້ນ, ຊັ້ນ​ທີ 4 ປະກອບ​ມີ​ຫ້ອງ​ອຳ­ນວຍ​ການ, ຫ້ອງ­ການບໍ­ລິ­ຫານ, ແລະ​ຫ້ອງ­ການ​ວິ­ຊາ​ການ.

ສູນ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ຕັ້ງ​ຢູ່​ບ້ານ​ໂນນ​ສະ­ຫວ່າງ ເມືອງ​ວຽງ​ຄຳ ແຂວງ​ວຽງ​ຈັນ ລວມ​ມູນ​ຄ່າ​ໂຄງ­ການ​ທັງ​ໜົດ 28 ຕື້​ກວ່າກີບ​ເປັນ​ແຫຼ່ງ​ທຶນ​ຂອງ​ລັດ­ຖະ­ບານ 100% ເຈົ້າ​ຂອງ​ໂຄງ­ການ​ດັ່ງ­ກ່າວ​ແມ່ນສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດລາວ ໂດຍ​ແມ່ນ​ບໍ­ລິ­ສັດແກ້ວ​ທະ­ວິ​ຊັບ​ກໍ່ສ້າງ​ຄົບ​ວົງ​ຈອນ​ຈຳ­ກັດ​ຜູ້​ດຽວ​ເປັນ​ຜູ້​ຮັບ​ເໜົາ​ກໍ່­ສ້າງ​ໄລ­ຍະ​ການ​ກໍ່­ສ້າງ 24 ເດືອນ ໂດຍ​ເລີ່ມ​ແຕ່​ວັນ​ທີ 16 ກຸມ­ພາ 2016 ຫາ​ວັນ​ທີ 16 ກຸມ­ພາ 2018 ຈິ່ງ​ຈະ​ສຳ­ເລັດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...