spot_img
Homeຂ່າວທ້ອງຖິ່ນເຊັນ​ສັນ­ຍາ​ລົງ­ທຶນ​ສຳ​ປະ­ທານກໍ່­ສ້າງ​ສະ­ຖານ­ທີ່​ບໍ­ລິ­ການ

ເຊັນ​ສັນ­ຍາ​ລົງ­ທຶນ​ສຳ​ປະ­ທານກໍ່­ສ້າງ​ສະ­ຖານ­ທີ່​ບໍ­ລິ­ການ

Published on

 

ວັນ​ທີ 16 ກຸມ­ພາ​ຜ່ານ​ມາ ທີ່​ພະແນກ​ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງຫຼວງ​ນ້ຳ​ທາ ໄດ້​ຈັດ​ພິ­ທີ​ເຊັນ​ສັນ­ຍາ​ວ່າດ້ວຍ​ສຳ​ປະ­ທານ​ສ້າງ­ຕັ້ງ 3 ໂຄງ­ການ ເປັນ­ຕົ້ນ​ແມ່ນ​ໂຄງ­ການ​ສ້າງ​ຕະ­ຫຼາດ​ອຸດສາ​ຫະ​ກຳ ແລະ​ກະ­ສິ­ກຳ, ສະ­ຖາ­ນີ​ລົດໂດຍ­ສານ​ພາຍ​ໃນ ແລະ​ເຮືອນ​ພັກ-ຮ້ານອາ­ຫານ​ຢູ່​ບ້ານ​ນາ​ເຕີຍ ເມືອງ ແລະ​ແຂວງຫຼວງ​ນ້ຳ​ທາ, ໂດຍ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄຳ​ໄຫຼ ສີ​ປະ­ເສີດ ຫົວ­ໜ້າ​ຫ້ອງ​ວ່າ­ການປົກ­ຄອງ​ແຂວງ​ຫຼວງ​ນ້ຳ​ທາ, ທ່ານ ຄອນ ທອງ ເລື່ອງ​ຄຳ​ມາ ຮອງ​ຫົວ­ໜ້າ​ພະ​ແນກແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ, ທ່ານ ດູ ຫວ່າງ​ດາ ອຳ­ນວຍ​ການ​ບໍ­ລິ­ສັດ​ການ ຄ້າ​ຫວ່າງ​ດາ​ສິບ​ສອງ​ພັນ​ນາ ຈຳ­ກັດ, ມີຫົວ­ໜ້າ​ພະ­ແນກ­ການ​ອ້ອມ​ຂ້າງ ແລະ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ທອງ​ສີ ກັນ​ທະ​ຈັກ ຫົວ­ໜ້າ ຂະ­ແໜງ​ສົ່ງ­ເສີມ​ການ​ລົງ­ທຶນ​ກ່າວ​ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ສົ່ງ­ເສີມ​ການລົງ­ທຶນ​ສະ­ບັບ​ເລກ​ທີ 02/ສພຊ, ລົງ​ວັນທີ  8 ກໍ­ລະ­ກົດ 2009 ແລະ​ດຳ­ລັດ​ຈັດ​ຕັ້ງປະ­ຕິ­ບັດ​ສະ­ບັບ​ເລກ​ທີ 119/ນຍລົງ​ວັນ​ທີ 20 ເມ­ສາ 2011, ເພື່ອ​ຄວາມ​ຕ້ອງ­ການພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ເສດ­ຖະ­ກິດ-ສັງ­ຄົມ, ເພື່ອ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກແກ່​ການ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມຂອງ​ເມືອງ​ຫຼວງ​ນ້ຳ​ທາ ກໍ​ຄື​ແຂວງ​ຫຼວງນ້ຳ​ທາ, ໂດຍ​ອະ­ນຸ­ຍາດ​ກໍ່­ສ້າງ ແລະ​ບໍ​ລິການ­ເຮືອນ​ພັກ-ຮ້ານ​ອາ­ຫານ​ເຂດ​ບ້ານນາ​ເຕີຍ, ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການພັດ­ທະ­ນາ​ການ­ທ່ອງ­ທ່ຽວ, ອຳ­ນວຍ​ຄວາມສະ­ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງ​ພາຍໃນ ແລະ​ຕ່າງ­ປະ­ເທດ​ໃຫ້​ມີ​ສະ­ຖານ­ທີ່​ພັກ​ເຊົາ​ທີ່​ໄດ້​ມາດ­ຖານເປັນ​ໜ້າ​ພັກ​ເຊົາ.

ຊຶ່ງ​ເນື້ອ­ທີ່​ສຳ​ປະ­ທານ​ກວ່າ 4 ເຮັກ­ຕາມູນ​ຄ່າ​ສຳ​ປະ­ທານ 3 ພັນ​ໂດ​ລາ​ຕໍ່​ເຮັກຕາ​ຕໍ່​ປີ​ຕະ­ຫຼອດ​ໄລ­ຍະ​ສຳ​ປະ­ທານ, ມູນຄ່າ​ການ​ລົງ­ທຶນທັງ​ໝົດ 2 ຕື້​ກີບ​ມີ​ມູນຄ່າ​ທຶນ​ຈົດ​ທະ­ບຽນ 2 ຕື້​ກີບ ໂດຍ​ເປັນການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ​ຕ່າງ­ປະ­ເທດ 90%, ພາຍ​ໃນ 10%, ອາ­ຍຸ​ສຳ​ປະ­ທານ ແມ່ນ 30 ປີ ແລະ​ຍົກ­ເວັ້ນ​ຄ່າ​ສຳ​ປະ­ທານ​ທີ່​ດິນ​ລັດ​ສ່ວນ​ໄລ­ຍະ​ກໍ່­ສ້າງ 5 ປີ, ໂດຍ ແມ່ນ​ບໍ­ລິ­ສັດ​ການ​ຄ້າ​ຫວ່າງ​ດາ​ສິບ​ສອງ​ພັນ​ນາຈຳ­ກັດ​ເປັນ​ຜູ້​ສຳ​ປະ­ທານ.

ໂອ­ກາດ​ດຽວ​ກັນ ທ່ານ ຄອນ​ທອງ ເລື່ອງ​ຄຳ​ມາຮອງ​ຫົວ­ໜ້າ​ພະ​ແນກ​ແຜນການ ແລະ​ການ​ລົງ­ທຶນ​ແຂວງ​ກັບ ທ່ານ ດູ ຫວ່າງ​ດາ ອຳ­ນວຍ​ການ​ບໍ­ລິ­ສັດ​ການຄ້າ​ຫວ່າງ​ດາ​ສິບ​ສອງ​ພັນ​ນາ​ຈຳ­ກັດ ກໍ​ໄດ້ລົງ​ນາມ​ເຊັນ​ສັນ­ຍາ​ຮ່ວມ​ກັນ ນອກ​ນັ້ນ ຕອນ​ທ້າຍ​ພິ­ທີ ທ່ານ ຄຳ​ໄຫຼ ສີ​ປະ­ເສີດ ກໍໄດ້​ກ່າວ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ບໍ­ລິ­ສັດ ແລະ​ທັງພາກ​ລັດ​ທີ​ຈະ​ເຮັດ​ໃຫ້​ເມືອງ​ຫຼວງ​ນ້ຳ​ທາ ກໍ​ຄື​ແຂວງ​ຫຼວງ​ນ້ຳ​ທາ​ທີ່​ຈະ​ມີ​ໂສມ​ໜ້າໃໝ່, ເນັ້ນ​ໜັກ​ໃຫ້​ບໍ­ລິ­ສັດ​ຈົ່ງ​ປະ­ຕິ­ບັດ​ລະບຽບ​ກົດ­ໝາຍ​ຂອງ ສປປ ລາວ ຢ່າງ​ເຂັ້ມງວດ ແລະ​ປະ­ຕິ­ບັດ​ຕາມ​ສັນ­ຍາ​ແຕ່​ລະມາດ​ທັງ​ເຊື່ອມ​ໃຫ້​ເລີກ​ເຊິງ​ເທົ່າ​ທີ່​ຄວນ ແລະ​ເນັ້ນ​ໜັກ​ໃຫ້​ທັງ​ພາກ​ລັດ​ທີ່​ກ່ຽວຂ້ອງ​ຈົ່ງ​ລົງ​ກວດ­ກາ ແລະ​ຕິດ­ຕາມ​ຢ່າງໃກ້­ຊິດ​ທັງ​ໃຫ້​ອຳ­ນວຍ​ຄວາມ​ສະ­ດວກ​ໃນການ​ກໍ່­ສ້າງ​ທາງ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...