spot_img
Homeຂ່າວທ້ອງຖິ່ນຊຽງ​ເງິນ ປະ­ກາດ​ປິດ​ວັງ​ສະ­ຫງວນ​ຖາ­ວອນ 4 ແຫ່ງ

ຊຽງ​ເງິນ ປະ­ກາດ​ປິດ​ວັງ​ສະ­ຫງວນ​ຖາ­ວອນ 4 ແຫ່ງ

Published on

 

ເນື່ອງ​ຈາກ​ໃນ​ໄລ­ຍະ​ຜ່ານ​ມາ ໄດ້​ເກີດ​ມີ​ປາ­ກົດ­ການ​ບຸ­ກລຸກ​ວັງ­ສະຫງວນ​ແບບ​ບໍ່​ມີ​ການ­ຈັດ­ຕັ້ງ ຫຼື ການ​ລັກລອບ​ເອົາ​ປາ​ໃນ​ວັງ​ສະ­ຫງວນ​ແບບ​ຜິດກົດ­ໝາຍ​ບ້ານ​ເມືອງ ສະ­ນັ້ນ ເພື່ອ​ສ້າງທີ່­ຢູ່​ອາ­ໄສ ແລະ​ເປັນ​ບ່ອນ​ແພ່​ພັນ​ຂອງ​ປາ ນາໆ​ຊະ­ນິດ​ຢ່າງ​ສະ­ຫງົບ​ຍືນ​ຍົງ ເຮັດ​ໃຫ້ສາຍ​ນ້ຳ​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ປະ­ຊາກອນ​ສັດ​ນ້ຳ ອຳ­ນາດ​ການ​ປົກ­ຄອງ​ເມືອງ ຊຽງ​ເງິນ ຈິ່ງ​ໄດ້​ປະ­ກາດ​ປິດ​ວັງ​ສະ­ຫງວນຖາ­ວອນ 4 ແຫ່ງ​ທີ່­ຢູ່​ລຽບ​ສາຍ​ນ້ຳ​ຄານ.

ທ່ານ ທອງ​ວັນ ສຸ​ຕິ​ປັນ­ຍາ ຫົວ­ໜ້າໜ່ວຍ​ງານ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້ ແລະ​ນ້ຳເມືອງ​ຊຽງ​ເງິນ ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ ເມືອງ​ຊຽງ​ເງິນ ໄດ້ສົ່ງ​ພະ­ນັກ­ງານ​ວິ­ຊາ​ການ​ຈຳ­ນວນ​ໜຶ່ງລົງ​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານທີ່­ຢູ່​ລຽບ​ນ້ຳ​ຄານ ແລະ​ມີ​ວັງ​ສະ­ຫງວນ ເພື່ອ​ດຳ­ເນີນ​ການ​ສຳ​ຫຼວດ-ຕິດ​ປ້າຍພ້ອມ​ທັງ​ປະ­ກາດ​ປິດ​ວັງ​ສະ­ຫງວນ​ຖາ ວອນ​ຈຳ­ນວນ 4 ແຫ່ງ ໂດຍ​ມອບ​ໃຫ້​ບັນດາ​ບ້ານ​ໃກ້​ຄຽງ​ຮ່ວມ​ກັນ​ປົກ​ປັກ​ຮັກ­ສາບໍ່​ໃຫ້​ບຸກ­ຄົນ-ການ­ຈັດ­ຕັ້ງ​ໃດໆລົງ​ເອົາປາ​ໃນ​ວັງ​ສະ­ຫງວນ​ຢ່າງ​ເດັດ­ຂາດ ຊຶ່ງໃນ​ນີ້ມອບ​ໃຫ້​ບ້ານ​ປາກ​ແວດ ແລະ​ບ້ານມູດ​ຮັບ­ຜິດ­ຊອບ​ຮັກ­ສາ​ວັງ​ສະ­ຫງວນປາກ​ຫ້ວຍ​ເທົາ, ບ້ານ​ສວນ​ຫຼວງ, ບ້ານຫ້ວຍ​ເຢັນ​ຮັບ­ຜິດ­ຊອບ​ວັງ​ທ່າ​ສີ,  ສ່ວນບ້ານ​ແອນ​ສະ­ຫວັນ ແລະ​ບ້ານ​ສວນ​ດາລາ​ຮັບ­ຜິດ­ຊອບ​ວັງ​ສະ­ຫງວນ​ປາກ​ຫ້ວຍແສ້ ຫຼື ປາກ​ຕາດ​ແສ້, ສຳ­ລັບ​ວັງ​ສະ­ຫງວນກ້ອນ​ໄອ່ ທີ່​ຕັ້ງ​ຢູ່​ກ້ອງ​ເຂື່ອນ​ໄຟ­ຟ້າ​ນ້ຳຄານ 3 ແມ່ນ​ໃຫ້​ເປັນ­ຄວາມ​ຮັບ­ຜິດ­ຊອບຂອງ​ເມືອງ​ຊຽງ​ເງິນ ໂດຍ​ມີ​ຂະ­ແໜງ​ກ່ຽວຂ້ອງ​ເຊັ່ນ​ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ​ເປັນ​ເຈົ້າ​ການຕິດ­ຕາມ​ຮັກ­ສາ.

ຈຸດ­ປະ­ສົງ​ຂອງ​ການ​ປິດ​ວັງ​ສະ­ຫງວນຢ່າງ​ຖາ­ວອນ​ນີ້ ກໍ​ເພື່ອ​ສ້າງ​ທີ່­ຢູ່​ອາ­ໄສ ແລະ​ເປັນ​ບ່ອນ​ແພ່​ພັນ​ຂອງ​ປາ​ນາໆ​ຊະນິດ​ຢ່າງ​ສະ­ຫງົບ-ຍືນ​ຍົງ​ເຮັດ​ໃຫ້​ສາຍ​ນ້ຳ​ຄານ​ຕອນ​ໃຕ້​ອຸ­ດົມ​ສົມບູນ​ໄປ​ດ້ວຍ​ປະ­ຊາ­ກອນ​ສັດ​ນ້ຳ​ຕະ­ຫຼອດໄປ ​ຊຶ່ງ​ການ​ປິດ​ວັງ​ສະ­ຫງວນ​ໃນ​ໄລ­ຍະ​ຜ່ານ​ມາ​ແມ່ນ​ເຄີຍ​ປະ­ຕິ­ບັດ​ແຕ່​ໄລ­ຍະ​ເຂົ້າ​ພັນ​ສາ​ເທົ່າ​ນັ້ນ​ເພາະ​ເຂົ້າ­ໃຈ​ກັນ​ວ່າ​ເປັນ​ໄລ­ຍະ​ແພ່​ພັນ​ຂອງ​ສັດ​ນ້ຳ ສະ­ນັ້ນ ພາຍ­ຫຼັງ​ອອກ​ພັນ​ສາ ຈິ່ງ​ມັກ​ເກີດ​ມີ​ປາ­ກົດ­ການ​ບຸ­ກລຸກ​ວັງ​ສະ­ຫງວນ​ແບບ​ບໍ່​ມີ​ການ​ຈັດ ຕັ້ງ ຫຼື ລັກ­ລອບ​ເອົາ​ປາ​ໃນ​ວັງ​ສະ­ຫງວນແບບ​ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍ​ບ້ານ​ເມືອງ, ທ່ານ ທອງ​ວັນ ສຸ​ຕິ​ປັນ­ຍາ ກ່າວ​ຕື່ມ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...