spot_img
HomeໂທລະສັບLINE ​ເປີດ​ຕົວ​ແອບ​ພລິ​ເຄ​ເຊິນ Foodie​ ​ເອົາ​ໃຈ​ຄົນ​ມັກ​ຖ່າຍຮູບ​ອາຫານ

LINE ​ເປີດ​ຕົວ​ແອບ​ພລິ​ເຄ​ເຊິນ Foodie​ ​ເອົາ​ໃຈ​ຄົນ​ມັກ​ຖ່າຍຮູບ​ອາຫານ

Published on

LINE ເປີດ​ຕົວ Foodie ແອບ​ພລິ​ເຄ​ເຊິ​ນສຳລັບ​ຖ່າຍ​ພາບ​ອາຫານ​ໂດຍ​ສະ​ເພາະ​ ມີ​ໃຫ້​ດາວ​ໂຫຼ​ດ​ລ້າ​ແລ້ວ​ທັງ​ໃນ​ລະບົບ​ປະຕິບັດການ iOS ​ແລະ Android.

Foodie ມີ​ລັກສະນະ​ຄ້າຍຄື​​ກັບ​ແອບ​ພລິ​ເຄ​ເຊິ​ນຖ່າຍ​ພາບ​ໂດຍ​ທົ່ວ​ໄປ ​ແຕ່​ເມື່ອທ່ານ​ຕ້ອງການ​ຖ່າຍ​ພາບ​ອາຫານ​ຈາກ​ມຸມ​ເທິງ ຖ້າ​ຖື​ສະມາດ​ໂຟນ​ເປັນ​ລວງ​ຂະໜານພໍດີ​ຂະນະ​ກຳລັງ​ຖ່າຍ​ພາບ ບໍລິ​ເວນ​ປຸ່ມ​ຊັດ​ເຕີ​ຈະ​ປ່ຽນ​ຈາກ​ສີດຳ​ເປັນ​ປຸ່ມ​ສີຂາວ​ເທິງ​ພື້ນ​ຫຼັງ​ສີ​ເຫຼືອງ ​ເພື່ອ​ບອກ​ວ່າ​ເປັນ​ຕຳ​ແໜ່​ງທີ່​ດີ​ໃນ​ການຖ່າຍ​ພາບ ຊ່ວຍ​ໃຫ້​ພາບ​ອາຫານ​ຂອງ​ທ່ານ​ເບິ່ງ​ສວຍ​ງາມ​​ເປັນຕາ​ກິນ.

Foodie ຍັງມາ​ພ້ອມ​ຟັງ​ເຊິ​ນຫຼາກຫຼາຍ​ແບບ​ສຳລັບ​ຖ່າຍ​ອາຫານ​ເຊັ່ນ ການ​​​​ເຮັດ​ພາບ​ມົວ ຫຼື Blur ​ພາບ​ໃນ​ສ່ວນທີ່​ບໍ່​ແມ່ນ​ອາຫານ, ການ​ເພີ່ມ-ຫຼຸດ​ຄວາມ​ສະຫວ່າງ​ຂອງ​ພາບ ​ໂດຍ​ມີ​ໂໝດຕົກ​ແຕ່ງ​ພາບ​ກວ່າ 24 ​ໂໝດ ສາມາດ​ເລືອກ​ຕາມ​ໝວດ​ຂອງ​ອາຫານ​ໄດ້​ເຊັ່ນ ຊີ້ນ, ຂອງຫວານ, ​ເຄື່ອງ​ດື່ມ…

foodie_2

ຫຼັງ​ຈາກ​ຖ່າຍ​ພາບ​ອາຫານ​ຈາກ​ເດັດ​ຂອງ​ທ່ານ​ແລ້ວ ທ່ານ​ສາມາດ​ແບ່ງປັນ​ພາບ​​ໃຫ້​ໝູ່​ເບິ່ງ​ຜ່ານ​​ເຄືອ​ຂ່າຍ​ສັງຄົມ​ອອນ​ລາຍ​ໄດ້​ຫຼາຍ​ທາງ ທັງ LINE, Facebook, Twitter ​ແລະ Instagram.

ຫາກ​ທ່ານ​ຮັກການ​ຖ່າຍ​ຮູບ​ອາຫານ ລອງ​ດາວ​ໂຫຼ​ດ​ແອບ​ພລິ​ເຄ​ເຊິ​ນນີ້​ມາ​ລົງ​ໃຊ້​ເບິ່ງ ສາ​ມາດາ​ວ​ໂຫຼ​ດ​​ແອບ​ພລິ​ເຄ​ເຊິ​ນ Foodie ​ໄດ້​ຢູ່​ນີ້​ເລີຍ iOSAndroid

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...