Homeຂ່າວຕ່າງປະເທດອາເມຣິກາ-ອາຊຽນ ຖະແຫລງການຮ່ວມ ເນັ້ນແກ້ໄຂຂໍ້ຂັດແຍ່ງທະເລຈີນໃຕ້ ໂດຍສັນຕິວິທີ!

ອາເມຣິກາ-ອາຊຽນ ຖະແຫລງການຮ່ວມ ເນັ້ນແກ້ໄຂຂໍ້ຂັດແຍ່ງທະເລຈີນໃຕ້ ໂດຍສັນຕິວິທີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກຸມພານີ້ວ່າ ໃນມື້ວານນີ້ (16 ກຸມພາ 2016) ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ແລະ ຜູ້ນຳບັນດາປະເທດສະມາຊິກ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ໄດ້ເປີດຖະແຫລງຂ່າວຜົນຂອງກອງປະຊຸມ ສະຫະລັດອາເມຣິກາ-ອາຊຽນ ທີ່ລັດກາລິຟໍເນຍ ໂດຍລະບຸວ່າ ສະຫະລັດອາເມຣິກາ ແລະ ຜູ້ນຳອາຊຽນ ໄດ້ຫາລືເຖິງຄວາມຈຳເປັນ ທີ່ຈະຕ້ອງແກ້ໄຂ ບັນຫາຄວາມຂັດແຍ່ງໃນທະເລຈີນໃຕ້ ແລະ ເຫັນດີເປັນເອກະພາບວ່າ ຄວນແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ຢ່າງສັນຕິວິທີ.

ກອງປະຊຸມໄດ້ປະກາດວ່າ ຈະຮ່ວມກັນປົກປ້ອງສັນຕິພາບ ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ຕະຫລອດຮອດຄວາມປອດໄພທາງທະເລ ແລະ ເສລີພາບໃນການເດີນເຮືອ-ການບິນ.

U.S. President Barack Obama hosts a meeting with leaders from the Association of Southeast Asian Nations (ASEAN) during a summit held at Sunnylands in Rancho Mirage, California February 16, 2016.  REUTERS/Kevin Lamarque

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...