Homeຂ່າວຕ່າງປະເທດນັກວິ​ໄຈ​ຢືນຢັນ​ກະດູກຄົນ​ຮ່າງ​ນ້ອຍ​ອິນ​ໂດ ບໍ່​ແມ່ນ​ມະນຸດ

ນັກວິ​ໄຈ​ຢືນຢັນ​ກະດູກຄົນ​ຮ່າງ​ນ້ອຍ​ອິນ​ໂດ ບໍ່​ແມ່ນ​ມະນຸດ

Published on

ຜົນ​ການ​ສຶກສາ​ອັນ​ໃໝ່​ພົບ​ວ່າ ກະດູກ​ຄົນ​ຮ່າງ​ນ້ອຍອາ​ຍຸ​​ປະມານ 15.000 ປີ​ໃນ​ອິນ​ໂດ​ເນ​ເຊຍ ບໍ່​ແມ່ນ​ຂອງ​ມະນຸດ ​ແຕ່​ເປັນ​ສິ່ງ​ທີ່​ມີ​ຊີວິດ​ສາຍ​ພັນ​ອື່ນ.

ນັກວິ​ໄຈ​ຈາກ​ພິພິທະ​ພັນ​ປະຫວັດ​ສາດ​ທຳ​ມະ​ຊາດ​ນະຄອນຫຼວງ​ປາຣີສຂອງ​ຝຣັງ​ເຜີຍ​ວ່າ ຈາກ​ການ​ສຶກສາກະ​ໂຫຼ​ກຫົວ​ຂອງ​ກະດູກ​ຂອງ ​ໂຮ​ໂມ ຟລໍ​ເຣສ​ຊຽນຊິ​ສ ຫຼື​ທີ່​ຮຽກ​ກັນ​ວ່າ “ຮ໊ອບບິດ” ຕາມ​ຄົນ​ຮ່າ​ງນ້ອຍ​ໃນ​ຮູບ​ເງົາ​ລອດ ອອບ ​ເດິ ຣິງ ທີ່​ຄົ້ນ​ພົບ​ເທິງ​ເກາະ​ຟລໍ​ເຣສຂອງ​ອິນ​ໂດ​ເນ​ເຊຍ ​ເມື່ອ​ປີ 2006 ຢືນຢັນ​ວ່າ​ຟອສຊິວ​ດັ່ງກ່າວ​ບໍ່​ແມ່ນ​ມະນຸດ.

ການ​ສຶກສາ​ທາງ​ວິຊາ​ການ​ຫຼາຍ​ອັນ​ຍັງ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ມະນຸດ​ຟລໍ​ເຣສ ບາງ​ສະຫຼຸບກໍ​ວ່າ ​ເປັນ​ລູກ​ຫຼານ​ຂອງ​ມະນຸດ​ໂຮ​ໂມ​ອີ​ເຣ​ກຕັສ ​ແຕ່​ມີ​ຮ່າງກາຍ​ນ້ອຍ​ລົງ​ເນື່ອງ​ຈາກ​ຫາ​ອາຫານ​ໄດ້​ຍາກ​ຂຶ້ນ ຂະນະ​ທີ່​ການ​ສຶກສາ​ຫຼາຍ​ອັນ​ຊີ້​ວ່າ​ເປັນ​ມະນຸດ​ຍຸກ​ໃໝ່ທີ່​ມີ​ຄວາມຜິດ​ປົກກະຕິ​ດ້ານ​ພັນທຸ​ກຳ​ຈິ່ງ​ມີ​ສະໝອງ​ນ້ອຍ.

​ແນວ​ໃດ​ກໍ​ຕາມ ຫົວໜ້າ​ທີ​ມວິ​ໄຈ ອອງຕວນ ບັນ​ໂຊ ​ເຜີ​ຍວ່າ ຈາກ​ການ​ໃຊ້​ຄອມ​ພິວ​ເຕີ​ສ້າງ​ແບບ​ຈຳລອງ​ສະໝອງ​ຂອງ​ຟອສຊິວ​ທີ່​ພົບ​ເທິງ​​ເກາະ​ຟລໍ​ເຣສ ກໍ​ຊັດ​ເຈນ​ວ່າ ບໍ່ມີ​ຄວາມ​ຄ້າຍຄື​ກັບ​ມະນຸດ ​ແລະ ບໍ່​ພົບ​ຫຼັກ​ຖານ​ກ່ຽວ​ກັບ​ໂລກ​ທາງ​ພັນທຸ​ກຳ​ນຳ ​ເຮັດ​ໃຫ້​ຈົນ​ເຖິງ​ຕອນ​ນີ້​ກໍ​ສະຫຼຸບ​​ເປັນ​ອື່ນ​ໄປ​ບໍ່​ໄດ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...