Homeຂ່າວທ້ອງຖິ່ນປະຊາຊົນບ້ານນໍ້າປ່ອງ ເມືອງຫ້ວຍຊາຍ ກາຍເປັນບ້ານພົ້ນທຸກ ຍ້ອນການປູກໝາກກ້ຽງ!

ປະຊາຊົນບ້ານນໍ້າປ່ອງ ເມືອງຫ້ວຍຊາຍ ກາຍເປັນບ້ານພົ້ນທຸກ ຍ້ອນການປູກໝາກກ້ຽງ!

Published on

ຂປລ. ທ່ານ ບຸນ​ທອງ ​ເລົາ ປະທານ​ແນວ​ລາວ​ສ້າງ​ຊາດ​ ບ້ານ​ນໍ້າ​ປ່ອງ​ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ໄດ້​ໃຫ້​ຮູ້​ວ່າ: ບ້ານ​ນໍ້າ​ປ່ອງ​ ສ້າງຕັ້ງຂື້ນ​ໃນ​ປີ 1969, ເປັນ​ບ້ານ​ຊົນ​ເຜົ່າ​ມົ້ງ ​ໃນ​ເມື່ອ​ກ່ອນ​ປະຊາຊົນ​ດຳລົງ​ຊິວິດ​ແບບ​ທຳ​ມະ​ຊາດ ຖື​ເອົາ​ອາຊີບ​ການ​ຖາ​ງປ່າ​ເຮັດ​ໄຮ່ ​ແລະ ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ຂາຍ, ມີ​ບາງ​ປີກຸ້ມ​ກິນ ບາງ​ປີກໍບໍ່​ກຸ່ມ​ກິນ ຊິວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໄລຍະ​ນັ້ນທຸກ​ຍາກ​ລຳບາກ, ຮອດ​ປີ 1996 ປະຊາຊົນ​ພາຍ​ໃນ​ບ້ານ ​ໄດ້​ເລີ່​ມຕົ້ນ​ປູກໝາກກ້ຽງ ​ແລະ ປູກຫລາຍທີ່​ສຸດ ​ແຕ່ປີ 1999 ຈົນ​ເຖີງປັດຈຸບັນ, ມີ​ເນື້ອທີ່​ປູກໝາກກ້ຽງທັງໝົດ 15 ​ເຮັກຕາ, ມີ​ 100 ກວ່າ​ຄອບຄົວ ​ໃຊ້​ເວລາ​ການ​ປູກ​ 3-4 ປີ​ ສາມາດ​ເກັບ​ກູ້​ຜົນ​ຜະລິດຂາຍ​ໄດ້ ​ໃນ​ລາຄາ 5.000 ກີບຕໍ່1 ກິ​ໂລ ​ເຊິ່ງມີ​​ພໍ່ຄ້າ​ແມ່ຄ້າ ຈາກ​ຕ່າງ​ແຂວງ​ມາ​ຊື້​ຢູ່​ບ້ານ ​ແລະ ສົ່ງ​ຂາຍຍ່ອຍ​ຢູ່​ຕາມ​ທ້ອງ​ຕະຫລາດ ​​ໃນເທສະບານ​​ແຂວງ​ໃນ​ລາຄາ 10.000 ກີບຕໍ່1 ກິ​ໂລ.

ຈາກການ​ຂາຍໝາກກ້ຽງ​ ​ໄດ້ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ​ບ້ານ​ ມີ​ລາຍ​ຮັບ​ສະ​ເລ່ຍ ຄອບຄົວໜຶ່ງ​ປະມານ 25 ລ້ານ​ກີບຕໍ່ປີ ​ແລະ ທີ່​ພົ້ນ​ເດັ່ນ​ກວ່າໝູ່​ ແມ່ນ​ຄອບຄົວ​ ທ່ານ ທອງ​ຈັນ ຈາງ, ມີ​ເນື້ອທີ່​ປູກໝາກກ້ຽງ 2 ​ເຮັກຕາ, ປູກ​ໄດ້ 3.000 ກວ່າ​ຕົ້ນ,  ສະ​ເລ່ຍລາຍ​ຮັບປະມານ 250 ລ້ານ​ກີບຕໍ່ປີ ​ແລະ ຄອບຄົວ​ທ່ານ ຟົງວາງ, ມີ​ເນື້ອທີ່​ 2 ​ເຮັກຕາ, ມີ 2.000 ກວ່າ​ຕົ້ນ, ມີລາຍ​ຮັບ​ປະມານ 200 ລ້ານກວ່າກີບຕໍ່ປີ. ຜ່ານ​​ການປູກໝາກກ້ຽງ ​ເຫັນ​ວ່າ​ຊິວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື​ດີ​ຂື້ນ​ເລື້ອຍໆ, ມີ​ເຮືອ​ນຖາວອນຢູ່, ​ມີ​ພາຫະນະ​ຮັບ​ໃຊ້​ຊິວິດ​ປະຈຳ​ວັນ, ມີ​ເງິນ​ສົ່ງ​ລູກຫລານ​ ​ເຂົ້າ​ໂຮງຮຽນ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...