spot_img
Homeຂ່າວພາຍ​ໃນລາວຕ້ອງການ ງົບປະມານ ຫຼາຍກວ່າ 7 ລ້ານ 2 ແສນໂດລ່າ ເພື່ອທຳການສຳຫຼວດ ພົນລະເມືອງ

ລາວຕ້ອງການ ງົບປະມານ ຫຼາຍກວ່າ 7 ລ້ານ 2 ແສນໂດລ່າ ເພື່ອທຳການສຳຫຼວດ ພົນລະເມືອງ

Published on

ລັດຖະບານລາວ ຕ້ອງການ ງົບປະມານຫຼາຍກວ່າ 57 ພັນ 600 ລ້ານກີບ ຫຼືປະມານ 7 ລ້ານ 2 ແສນໂດລ່າ ເພື່ອໃຊ້ໃນການສຳຫຼວດ ພົນລະເມືອງ ແລະທີ່ຢູ່ອາ​ໄສໃນທົ່ວປະເທດທີ່ຈະດຳເນີນ ການສຳຫຼວດ ໃນເດືອນມີນາ 2015.

5AC5809B-A026-4B22-984B-D75588D1541E_w640_r1_s

ການປະກາດແຜນ ການ​ສຳ​ຫຼວດພົນລະ​ເມືອງ ​ແລະ​ທີ່ຢູ່​ອາໄສ​ໃນທົ່ວ​ປະ​ເທດ​ລາວ​ໄດ້​ມີຂຶ້ນ ໃນໂອກາດການປະຊຸມຮ່ວມລະຫວ່າງກະຊວງແຜນການແລະການລົງທຶນ ກັບກອງທຶນສຳລັບ ປະຊາກອນແຫ່ງສະຫະປະຊາຊາດ ແລະບັນດາຜູ້ຕ່າງໜ້າອົງການສາກົນປະຈຳລາວທີ່ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ເປັນປະທານ ໃນກອງປະຊຸມ.ໂດຍການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວ ຕາມແຜນການດັ່ງກ່າວນີ້ ກຳນົດຈະດຳເນີນການ ໃນເດືອນມີນາ 2015 ຊຶ່ງຖືເປັນຄັ້ງທີ 4 ນັບຈາກການສຳຫຼວດ ຄັ້ງທຳອິດໃນປີ 1985 ຕິດຕາມດ້ວຍຄັ້ງທີ 2 ໃນປີ 1995 ແລະຄັ້ງທີ 3 ໃນປີ 2005 ແຕ່ສຳລັບຄັ້ງທີ 4 ນີ້ ກໍຖືວ່າມີຄວາມສຳຄັນຕໍ່ການວາງແຜນພັດທະນາເສດຖະກິດສັງຄົມ ລະຍະ 5 ປີ ຄັ້ງທີ 8 ຊຶ່ງມີເປົ້າໝາຍຈະເຮັດໃຫ້ລາວຫລຸດພົ້ນ ຈາກສະພາບດ້ອຍພັດທະນາ ພາຍໃນປີ 2020.

ທັງນີ້ກໍເນືອງຈາກວ່າ ຂໍ້ມູນທີ່ໄດ້ຈາກການສຳຫຼວດນັ້ນ ຈະເປັນປະໂຫຍດຢ່າງຍິ່ງໃຫຍ່ ຕໍ່ການກຳນົດແຜນການແລະ ນະໂຍບາຍດ້ານປະຊາກອນ ການວາງແຜນພັດທະນາ
ຊັບພະຍາກອນມະນຸດແລະແຮງງານ ການພັດທະນາອຸດສາຫະກຳການຜະລິດສິນຄ້າ ການດຳເນີນທຸລະກິດ ແລະການຕະຫຼາດ ລວມເຖິງການຕຽມຄວາມພ້ອມໃນການເຂົ້າຮ່ວມ ໃນປະຊາຄົມເສດຖະກິດອາຊ່ຽນອີກດ້ວຍ.

ຄວາມທຸກຍາກ ຂອງປະຊາຊົນ ຈະເຫັນໄດ້ ຢູ່ຕາມຊົນນະບົດໃນລາວ.ຄວາມທຸກຍາກ ຂອງປະຊາຊົນ ຈະເຫັນໄດ້ ຢູ່ຕາມຊົນນະບົດໃນລາວ.

ແຕ່ຢ່າງໃດກໍຕາມ ການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສໃນທົ່ວປະເທດລາວດັ່ງກ່າວນີ້ ຈະຕ້ອງໃຊ້ງົບປະມານຫຼາຍກວ່າ 57 ພັນ 6 ຮ້ອຍລ້ານກີບ ຫຼືປະມານ 7 ລ້ານ 2 ແສນໂດລ່າ ໂດຍລັດຖະບານລາວເອງ ກໍສາມາດຈະຕອບສະໜອງໄດ້ພຽງແຕ່ 30 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ອົງການສະຫະປະຊາຊາດແລະອົງການສາກົນ ກໍໄດ້ຮັບປາກວ່າຈະໃຫ້ການສະໜັບສະໜຸນໃນສັດສ່ວນ 25ເປີເຊັນ ຂອງງົບປະມານທັງໝົດ ຈຶ່ງເຮັດໃຫ້ທາງການລາວ ຍັງຈະຕ້ອງຂໍຄວາມຊ່ວຍເຫຼືອ ຈາກຕ່າງປະເທດໃນສັດສ່ວນ 45 ເປີເຊັນທີ່ເຫຼືອນັ້ນ ໃຫ້ໄດ້ຕໍ່ໄປ ແຕ່ກໍເຊື່ອວ່າຈະບໍ່ມີບັນຫາ ເພາະວ່າການສຳຫຼວດໃນທັງ 3 ຄັ້ງກ່ອນໜ້ານີ້ລັດຖະບານລາວກໍໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ເປັນດ້ານຫຼັກຢູ່ແລ້ວ.

ຜົນການສຳຫຼວດໃນປີ 2005 ນັ້ນ ກໍປາກົດວ່າ ປະເທດລາວມີພົນລະເມືອງຢູ່ທັງໝົດ5 ລ້ານ 6 ແສນ 2 ໝື່ນຄົນ ຊຶ່ງກໍແບ່ງເປັນພົນລະເມືອງເພດຍິງ 2 ລ້ານ 8 ແສນ 2 ໝື່ນຄົນ ກັບພົນລະເມືອງເພດຊາຍ 2 ລ້ານ 8 ແສນຄົນ ແລະຖ້າຫາກທຽບໃສ່ການສຳຫຼວດໃນປີ 1995 ກໍປາກົດວ່າຈຳນວນພົນລະເມືອງລາວ ໄດ້ເພີ້ມຂຶ້ນ 1 ລ້ານກວ່າຄົນ. ເພາະສະນັ້ນ ຈຶ່ງເຮັດໃຫ້ສາມາດປະເມີນໄດ້ວ່າ ໃນປະຈຸບັນນີ້ ຈຳນວນປະຊາກອນລາວໄດ້ເພີ້ມຂຶ້ນ ເປັນຫຼາຍກວ່າ 6 ລ້ານ 8 ແສນ ຄົນແລ້ວນັ້ນເອງ.
ທັງນີ້ ໂດຍກໍລະນີຕົວຢ່າງທີ່ຈະແຈ້ງ ກໍຄືເຂດນະຄອນວຽງຈັນ ຊຶ່ງຕາມສະຖິຕິຂອງທາງການລາວເມື່ອ ປີ 1999 ກໍແມ່ນວ່າ ມີປະຊາກອນຢູ່ທັງໝົດ 569,000 ກວ່າຄົນ. ຫາກ ແຕ່ວ່າສຳລັບໃນປະຈຸບັນນີ້ ກໍເຊື່ອວ່າມີພົນລະເມືອງລາວທີ່ອາໄສຢູ່ໃນນະຄອນວຽງຈັນ ເຖິງ 1 ລ້ານກວ່າຄົນແລ້ວ ດັ່ງທີ່ທ່ານ ສາຍທອງ ແກ້ວດວງດີຮອງເຈົ້າຄອງເຂດນະຄອນວຽງຈັນໄດ້ໃຫ້ການຢືນຢັນວ່າ:

“ປະຊາກອນພວກເຮົາ ປະຈຸບັນ ກໍມີຢູ່ໃນລະດັບ 8 ແສນ 4 ໝື່ນກວ່າຄົນ ແລະບວກໃສ່ປະຊາກອນ ທີ່ເໜັງຕີງຈາກແຕ່ລະແຂວງ ແຕ່ລະພາກສ່ວນເຂົ້າມາເຮັດທຸລະກິດການຄ້າ ການຂາຍ ມາທ່ອງທ່ຽວນີ້ ກໍປະມານ 9 ແສນກວ່າຫຼືສູງສຸດໃນບາງລະຍະ ແມ່ນຂຶ້ນຮອດລ້ານ.”

ນອກຈາກນີ້ ໂດຍອິງຕາມການສຳຫຼວດໃນປີ 2005 ກໍຍັງພົບວ່າ ປະຊາກອນລາວ ທີ່ມີອາຍຸແຕ່ 14 ປີລົງມານັ້ນ ຄິດເປັນ 39 ເປີເຊັນ. ສ່ວນປະຊາກອນທີ່ມີອາຍຸ ລະຫວ່າງ15 ຫາງ 64 ປີ ກໍຄິດເປັນ 57 ເປີເຊັນ ແລະ 4 ເປີເຊັນທີ່ເຫຼືອ ກໍຄືປະຊາກອນທີ່ມີອາຍຸຕັ້ງແຕ່ 65 ປີຂຶ້ນໄປ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...