spot_img
Homeຂ່າວພາຍ​ໃນເຂົ້າໃຈກ່ຽວກັບ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

ເຂົ້າໃຈກ່ຽວກັບ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

Published on

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງທາງດ້ານການເມືອງ ເພາະເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ນັບມື້ເຂັ້ມແຂງ. ສະນັ້ນ, ການຄົ້ນຄວ້າເລືອກຕັ້ງເອົາສະມາຊິກສະພາ ຊຶ່ງເປັນຕົວແທນແຫ່ງມານະຈິດ, ສິດຜົນປະ ໂຫຍດຂອງປະຊາຊົນ ຢູ່ໃນສະພາແຫ່ງຊາດ ແລະ ປະຊາຊົນຂັ້ນທ້ອງຖິ່ນ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວ ພັກ-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ, ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາ ປະຊາຊົນຂັ້ນແຂວງໃນຄັ້ງນີ້ ດຳເນີນດ້ວຍຜົນ ສຳເລັດຕາມກຳນົດທີ່ວາງໄວ້.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນຂະບວນ ການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕຂອງ ພົນລະເມືອງລາວ ໃນການເລືອກເອົາບຸກຄົນທີ່ມີມາດຕະ ຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ເຂົ້າໃນສະພາແຫ່ງຊາດ ເພື່ອເປັນຕົວແທນປະຕິ ບັດສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ.

ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງ ແມ່ນຂະບວນການປະຕິບັດໜ້າທີ່ການເມືອງ ແລະ ສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃນການເລືອກເອົາ ບຸກຄົນ ທີ່ມີມາດຕະຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະພາປະຊາຊົນຂັ້ນແຂວງ ແມ່ນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນອົງການອຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດ ບາດພິຈາລະນາ ແລະ ຮັບຮອງນິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມ ກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດ ໝາຍ ຂອງບັນດາອົງການລັດຂັ້ນທ້ອງຖິ່ນ ເພື່ອເປັນຕົວແທນ ປະຕິບັດສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ.

ຫຼັກການກ່ຽວກັບການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ; ຜູ້ບໍ່ມີສິດເລືອກຕັ້ງ ແລະ ຮັບສະໝັກ ເລືອກຕັ້ງ.
1. ຫຼັກການທົ່ວໄປ ແມ່ນລະບຽບການທີ່ກຳນົດໃຫ້ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ດຳເນີນການປ່ອນບັດໃນວັນ, ເວລາດຽວກັນ ລວມທັງວິທີການປ່ອນບັດ ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ສະເພາະ.
2. ຫຼັກການສະເໝີພາບ ແມ່ນລະບຽບການທີ່ກຳນົດໃຫ້ພົນລະເມືອງລາວ ມີສິດເທົ່າທຽມກັນໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ໂດຍບໍ່ຈຳແນກເພດ, ເຜົ່າ, ຖານະທາງ ດ້ານສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື.
3. ຫຼັກການໂດຍກົງ ແມ່ນລະບຽບການທີ່ກຳນົດໃຫ້ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງດຳເນີນການປ່ອນບັດ ດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງ ທີ່ຕົນເຫັນວ່າມີມາດຕະຖານຄົບຖ້ວນ ເປັນສະມາຊິກສະພາ ຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ສະເພາະ.
4. ຫຼັກການລົງຄະແນນສຽງປິດລັບ ແມ່ນລະບຽບການທີ່ກຳນົດໃຫ້ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ລົງຄະແນນສຽງ ດ້ວຍການຕັດສິນໃຈຂອງຕົນເອງ ຢູ່ຫ້ອງລັບທີ່ຄະນະກຳມະການຈັດໄວ້ ຍົກເວັ້ນກໍລະນີ ທີ່ໄດ້ກຳນົດໄວ້ສະເພາະ.
5. ຫຼັກການຍຸຕິທຳ ແມ່ນລະບຽບການທີ່ກຳນົດໃຫ້ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ໂດຍບໍ່ໃຫ້ມີການລັກໂລບ, ປອມແປງຄະແນນສຽງ, ສ້າງເງື່ອນໄຂທີ່ເອື້ອອຳນວຍຢ່າງເທົ່າທຽມກັນ ແລະ ຮັບປະກັນຄວາມໂປ່ງໃສ.

ຜູ້ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
1. ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອ, ສາສະໜາ, ທີ່ຕັ້ງພູມລຳເນົາລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
2.  ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີຂຶ້ນໄປ.
3. ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາຕ້ອງມີ ອາຍຸແຕ່ 21 ປີຂຶ້ນໄປ ແລະ ມີມາດຕະຖານຄົບຖ້ວນ ຕາມທີ່ ໄດ້ກຳນົດໄວ້ໃນກົດໝາຍ.

ຜູ້ບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
ພົນລະເມືອງລາວທີ່ບໍ່ມີສິດເລືອກຕັ້ງ ແລະ ສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາມີດັ່ງນີ້:
1. ຜູ້ເປັນບ້າ, ເສຍຈິດ.
2. ຜູ້ຖືກສານຕັດສິນລົງໂທດຕັດອິດສະຫຼະພາບ, ປົດສິດ ເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

 

ທີ່ມາ:

ປຊຊ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...