ຜັກປອດສານພິດ ໄດ້ຮັບຄວາມນິຍົມຫຼາຍ

0
1990

  ການ​ປູກ​ຜັກ​ປອດ​ສານ­ພິດ​ປະ­ຈຸ​ບັນ​ແມ່ນ​ໄດ້​ຮັບ​ຄວາມ​ົນຍົມ​ຫຼາຍນອກ­ຈາກ​ຈະ​ເປັນ​ການ​ຜະ­ລິດ​ຜັກ​ຂາຍ​ນຳ​ລາຍ​ໄດ້​ມາສູ່​ຄອບ­ຄົວ​ແລ້ວ​ຍັງ​ເປັນ​ສິ່ງ​ທີ່​ປອດ​ໄພ​ທັງ​ຜູ້​ຜະ­ລິດແລະ​ຜູ້​ບໍ­ລິ­ໂພກ​ນຳ​ອີກດັ່ງ​ປະ­ຊາ­ຊົນ​ໃນກຸ່ມ​ບ້ານ​ຕ່າງໆ​ຢູ່​ເມືອງ​ບໍ​ລິ​ຄັນແຂວງບໍ​ລິ​ຄຳ​ໄຊໄດ້​ພ້ອມ​ກັນ​ຕັ້ງ​ກຸ່ມ​ປູກ​ພືດ​ລະ ດູ​ແລ້ງ​ຜັກ​ປອດ​ສານ​ຜິດ​ເພື່ອ​ບໍ­ລິ­ໂພກແລະ​ຂາຍ​ນຳ​ລາຍ​ໄດ້​ສູ່​ຄອບ­ຄົວ.

    ທ່ານ ພູ​ວຽງ ຫຼວງ​ສຸ­ວັນ­ນະ​ວົງ ຫົວໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ​ປ່າ­ໄມ້​ເມືອງບໍ​ລິ​ຄັນ ໄດ້​ໃຫ້​ສຳ­ພາດ​ວ່າ: ເມືອງ​ບໍ​ລິ​ຄັນ ແມ່ນ​ເມືອງ​ໜຶ່ງ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ ຊຶ່ງ​ເປັນ​ເມືອງ​ເຄິ່ງ​ທົ່ງ­ພຽງ ແລະ​ເຄິ່ງພູ​ດອຍ​ມີ​ເນື້ອ­ທີ່​ທັງ​ໝົດ 3.864 ກິ​ໂລ​ຕາແມັດ ປະ­ກອບ​ມີ 6 ເຂດ​ພັດ­ທະ­ນາ, ມີ 43 ບ້ານ 7.555 ຄອບ­ຄົວ, ພົນ­ລະ­ເມືອງທັງ​ໝົດ 47.472 ຄົນ ຍິງ 22.973 ປຸກລະ­ດົມ​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ໄດ້​ມີ​ການປູກ​ພືດ​ທົດ​ແທນ​ບ່ອນ​ທີ່​ມີ​ເງື່ອນ­ໄຂ ຫຼື ບ່ອນ​ທີ່​ສາ­ມາດ​ຮັບ​ນ້ຳ​ເຂົ້າ​ໄດ້​ນັ້ນ​ແມ່ນໄດ້­ຜົນ​ດີ​ຫຼາຍໂດຍ​ສະ­ເພາະ​ໃນ​ປີ​ນີ້ສະ ພາບ​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ​ແມ່ນ​ມີຄວາມ​ກະ​ຕື​ລື​ລົ້ນ​ຂຶ້ນພາຍ­ຫຼັງ​ທີ່​ປະ­ຊາຊົນ​ໄດ້​ເກັບ​ກ່ຽວ​ເຂົ້າ­ນາ​ປີ​ສຳ­ເລັດ​ແລ້ວປະ­ຊາ­ຊົນ​ກໍ​ໄດ້​ກະ­ກຽມ​ການ​ປູກ​ເຂົ້າ­ນາແຊງແລະ​ປູກ​ພືດ​ລະ­ດູ­ແລ້ງບ່ອນ​ໃດ​ສາ­ມາດ​ຮັບ​ນ້ຳ​ໄດ້​ໜ້ອຍ​ກໍ​ໃຫ້​ຫັນ​ມາ​ປູກ​ພືດ​ອາ­ຍຸ​ສັ້ນແລະ​ພືດ​ຜັກ​ຕ່າງໆ.

ນອກ­ຈາກ​ນີ້​ຍັງ​ໄດ້​ຊຸກ­ຍູ້​ສົ່ງ­ເສີມ​ຈັດຕັ້ງ​ກຸ່ມ​ປູກ​ຜັກ​ປອດ​ສານ­ພິດ​ຢູ່​ບ້ານ​ຜາເມືອງ, ຫົວ​ນາມີ 1 ກຸ່ມ, ມີ 6 ຄອບຄົວ ມີ 38 ເຮືອນ​ຮົ່ມ, ໃນ​ນັ້ນພືດ​ທີ່​ປູກ​ແມ່ນ​ຜັກຫອມ, ຜັກ​ຫົມ, ຜັກ​ກາດ​ທຸກ​ຊະ­ນິດ, ໝາກຖົ່ວ ແລະ​ອື່ນໆ ການ​ປູກ​ຜັກ​ປອດ​ສານ­ພິດນີ້​ແມ່ນ​ມີ​ຜູ້​ບໍ­ລິ­ໂພກ​ຫຼາຍຊຶ່ງ​ສາ­ມາດສ້າງລາຍ​ຮັບ​ປະ­ມານ 2 ລ້ານ​ກີບ​ຕໍ່​ຄອບ­ຄົວຕໍ່​ເດືອນ ແລະ​ທຸກໆ​ວັນ​ສຸກ​ໄດ້​ມີ​ການ​ເປີດຕະ­ຫຼາດ­ນັດ​ຂາຍ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳໂດຍ​ສະ­ເພາະ​ແມ່ນ​ພືດ​ຜັກ​ປອດ​ສານ­ພິດປະ­ຈຸ​ບັນ​ຜັກ​ປອດ​ສານ­ພິດ​ກຳ­ລັງ​ເປັນ​ທີ່ນິ­ຍົມ​ກັນ​ຢ່າງ​ກວ້າງ­ຂວາງ​ຈາກ​ຜູ້​ບໍ​ລິໂພກນອກ​ນັ້ນ​ວິ­ຊາ​ການ​ພວກ​ເຮົາ​ໄດ້​ຊຸກຍູ້​ປະ­ຊາ­ຊົນ​ບ້ານ​ວັດ​ທາດ ມີ 3 ຄອບ­ຄົວ, ບ້ານ​ຫາດ​ໂພມີ 5 ຄອບ­ຄົວ​ຕື່ມ​ອີກ.

ຊຶ່ງ​ໃນ​ແຜນ­ການການ​ເຮັດ​ນາ­ແຊງໃນ​ປີ​ນີ້​ວາງ​ໄວ້ 144 ເຮັກ­ຕາ ແຕ່​ສາ­ມາດປະ­ຕິ­ບັດ​ລື່ນ​ແຜນ​ໄດ້ 184 ເຮັກ­ຕາ ມີ 150 ຄອບ­ຄົວ, ເລັງ​ໃສ່​ຊົນ­ລະ­ປະ­ທານ​ນ້ຳກາບ, ນ້ຳ​ເຫືອງ ແລະ​ຫ້ວຍ​ຄຳ, ສະ­ເພາະບ້ານ​ບໍ່​ລະ­ບົບ​ຊົນ­ລະ­ປະ­ທານ​ເປ່​ເພ​ສ້ອມແປງ​ບໍ່​ຖ່ວງ​ທັນ​ປະ­ຊາ­ຊົນ​ຈິ່ງ​ຫັນ​ມາ​ປູກພືດ​ໄລ­ຍະ​ສັ້ນເພື່ອ​ທົດ​ແທນ​ເຮັດ​ນາ­ແຊງນຳ​ໃຊ້​ຊົນ­ລະ­ປະ­ທານ​ນ້ຳ​ຊາວມາ​ຮອດປະ­ຈຸ​ບັນ​ການ​ປັກ​ດຳ​ເຂົ້າ­ນາ­ແຊງ​ສຳ­ເລັດແລ້ວ 100%, ສ່ວນ​ການ​ປູກ​ພືດ​ລະ­ດູແລ້ງ​ປີ​ນີ້​ແຜນ­ການ​ວາງ​ໄວ້ 1.240 ເຮັກຕາ ປະ­ຕິ­ບັດ​ໄດ້ 209 ກວ່າ​ເຮັກ­ຕາແລະຈະ​ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ​ປະ­ຊາ­ຊົນ​ປູກ​ພືດເພີ່ມ​ອີກ​ເປັນ­ຕົ້ນ​ແມ່ນ​ສາ­ລີ,ຖົ່ວ­ດິນ,ຖົ່ວຂຽວ, ໝາກ­ໂມ, ໝາກ­ແຕງ ແລະ​ອື່ນໆ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ໄດ້​ມີ​ພືດ​ຜັກ​ບໍ​ລິໂພກ ແລະ​ ນຳ­ໄປ​ຂາຍ​ສ້າງ​ລາຍ​ໄດ້​ໃຫ້​ແກ່ຄອບ­ຄົວ​ກ້າວ​ສູ້​ການ​ພົ້ນ​ທຸກ​ໃນ​ວັນ​ຕໍ່­ໜ້າ​ຢ່າງ​ຖາ­ວອນ.

ທີ່ມາ:logo