spot_img
Homeຂ່າວພາຍ​ໃນອັດຕະປື ຕ້ອງການທຶນພັດທະນາ 7 ພັນຕື້ກວ່າກີບ

ອັດຕະປື ຕ້ອງການທຶນພັດທະນາ 7 ພັນຕື້ກວ່າກີບ

Published on

  ເພື່ອ​ສ້າງ​ແຂວງອັດ​ຕະ​ປື ໃຫ້​ເປັນ​ແຂວງສີ­ຂຽວ, ມີ​ສະ­ເໜ, ສະຫງົບ, ປອດ​ໄພ​ກາຍ­ເປັນທາງ​ຜ່ານ, ການ​ທ່ອງທ່ຽວ​ພາຍ​ໃນເຊື່ອມ​ໂຍງກັບ​ພາກ​ພື້ນ ແລະ​ສາ­ກົນຂອງ​ເຂດ​ສາມ­ຫຼ່ຽມ​ພັດ­ທະ­ນາ​ຫັນ​ໄປ​ສູ່ອຸດ­ສາ­ຫະ­ກຳ ແລະ​ທັນ​ສະ­ໄໝ​ໃນ 5 ປີ​ຕໍ່ ໜ້າຊຶ່ງ​ແຂວງ​ມີ​ຄວາມ​ຕ້ອງ­ການ​ທຶນເພື່ອ​ມາ​ພັດ­ທະ­ນາ​ຈຸດ​ດັ່ງ­ກ່າວ 7 ພັນ​ຕື້ກວ່າ​ກີບ.

   ທ່ານ ດຣ. ນາມ ວິ​ຍະ​ເກດ ເຈົ້າ­ແຂວງອັດ​ຕະ​ປື​ກ່າວ​ວ່າ: ສຳ­ລັບ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ VIII ເປົ້າ ໝາຍ​ລວມ​ແມ່ນ​ການ​ສືບ­ຕໍ່​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະ­ຊາ­ຊົນ ເພື່ອ​ນຳ​ເອົາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະພາບ​ຄວາມ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020 ໂດຍ​ແຂວງ​ອັດ​ຕະ​ປື ນຳ​ໃຊ້​ທ່າ­ແຮງ​ບົ່ມ ຊ້ອນ ແລະ​ຂໍ້​ໄດ້​ປຽບ​ຕ່າງໆ​ເປັນ­ຕົ້ນ​ການ ເຊື່ອມ​ໂຍງ​ກັບ​ພາຍ​ໃນ, ພາກ​ພື້ນ ແລະ​ສາກົນ ໂດຍ​ສູ້​ຊົນ​ເຮັດ​ໃຫ້​ລາຍ​ໄດ້​ສະ­ເລ່ຍ​ໃສ່ຫົວ​ຄົນ​ບັນ­ລຸ 2.900 ໂດ​ລາ​ສະ­ຫະ­ລັດ​ຕໍ່ ຄົນ​ຕໍ່​ປີ ແລະ​ເຮັດ​ໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍຕົວ​ສະ­ເລ່ຍ​ບໍ່​ໃຫ້​ຫຼຸດ 10%ຕໍ່​ປີ ໃນ​ນັ້ນ, ກະ­ສິ­ກຳ-ປ່າ­ໄມ້​ເພີ່ມ​ຂຶ້ນ​ສະ­ເລ່ຍ 8%, ອຸດສາ​ຫະ​ກຳ​ເພີ່ມ​ຂຶ້ນ 13,40% ແລະ ການບໍ­ລິ­ການ​ເພີ່ມ​ຂຶ້ນ 15,20% ພ້ອມ​ທັງ​ສູ້ ຊົນ​ປະ­ຕິ­ບັດ​ລາຍ​ຮັບ​ງົບ­ປະ­ມານ​ທັງ​ໝົດ ໃຫ້​ໄດ້ 10-15%, ມູນ​ຄ່າ​ການ​ສົ່ງ​ອອກ​ຂະຫຍາຍ​ຕົວ​ສະ­ເລ່ຍ​ໃນ​ລະ­ດັບ​ບໍ່​ຫຼຸດ 15% ແລະ​ການ​ນຳ​ເຂົ້າ​ບໍ່​ເກີນ 10% ອັດ­ຕາ​ເງິນ ເຟີ້​ໃຫ້​ຢູ່​ໃນ​ລະ­ດັບ 6% ແລະ​ພົນ­ລະ­ເມືອງ ໃນ​ປີ 2020 ປະ­ມານ 154.542 ຄົນ.

ນອກ​ນີ້​ການ​ດຸ່ນ​ດ່ຽງ​ມະ­ຫາ​ພາກ​ໃນການ​ພັດ­ທະ­ນາ ແລະ​ການ​ສະ­ໜອງ​ທຶນໄລ­ຍະ 5 ປີ​ຕໍ່­ໜ້າ ແຂວງ​ອັດ​ຕະ​ປື​ມີ​ຄວາມຕ້ອງ­ການ​ໃຊ້​ທຶນ​ເພື່ອ​ການ​ພັດ­ທະ­ນາ​ທັງ​ໝົດ 7.100 ຕື້​ກີບ ກວມ​ເອົາ 50% ຂອງຈີ​ດີ​ພີ ໃນ​ນີ້ ການ​ລົງ­ທຶນ​ຈາກ​ງົບ­ປະ­ມານລັດ​ປະ­ມານ 5-10% ຂອງ​ການ​ລົງ­ທຶນ ລວມ, ການ​ລົງ­ທຶນ​ຈາກ​ການ​ຊ່ວຍ­ເຫຼືອ ລ້າ​ປະ­ມານ 10-15%, ການ​ລົງ­ທຶນ​ເອກະ​ຊົນ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ປະ­ມານ 60%, ການ​ລົງ­ທຶນ​ຈາກ​ການ​ປ່ອຍ​ສິນ ເຊື່ອ​ຂອງ​ທະ­ນາ­ຄານ​ປະ­ມານ 20-25% ຂອງ​ການ​ລົງ­ທຶນ​ລວມ, ສ່ວນ​ການ​ພັດ ທະ​ນາ ແລະ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ຂອງ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ສົກ​ປີ 2016-2020 ສູ້​ຊົນ​ເຮັດ​ໃຫ້​ອັດ­ຕາ​ຄວາມ­ທຸກ​ຍາກ​ຫຼຸດລົງ​ຕ່ຳ​ກວ່າ 5%, ອັດ­ຕາ​ຄອບ­ຄົວ​ທຸກ​ຍາກ ຍັງ​ເຫຼືອ​ບໍ່​ເກີນ 5% ບ້ານ​ທຸກ​ຍາກ​ບໍ່​ເກີນ 10% ແລະ​ສ້າງ​ຄອບ­ຄົວ​ພັດ­ທະ­ນາ​ໃຫ້ ໄດ້​ຫຼາຍ​ກວ່າ 50%, ສ້າງ​ບ້ານ​ໃຫຍ່​ໃຫ້ ກາຍ­ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນ­ນະ­ບົດ ໃຫ້​ໄດ້​ຫຼາຍ​ກ່ວ​າ 6 ແຫ່ງ ພ້ອມ​ກັນ​ນີ້​ຕ້ອງ ສ້າງ​ວຽກ​ເຮັດ​ງານ​ທຳ ແລະ​ຍົກ​ສູງ​ລາຍ ໄດ້​ຂອງ​ປະ­ຊາ­ຊົນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ເຮັດ ໃຫ້​ເສດ­ຖະ­ກິດ-ສັງ­ຄົມ​ມີ​ການ​ພັດ­ທະ­ນາ ແລະ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ໝັ້ນ​ທ່ຽງ ແລະ​ຕໍ່​ເນື່ອງ.

ທ່ານ ດຣ. ນາມ ວິ​ຍະ​ເກດ ກ່າວ​ຕື່ມວ່າ: ຄະ­ນະ​ພັກ​ອົງ­ການ​ປົກ­ຄອງ​ແຕ່​ລະ​ຂັ້ນ​ລວມ​ທັງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຕ້ອງ​ໄດ້​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ສູງ​ຂຶ້ນ​ຈັດ​ຕັ້ງ​ປະ­ຕິ­ບັດ​ທິດ​ທາງ​ຄາດ­ໝາຍ, ວຽກ​ຈຸດ​ສຸມ​ທັງ​ສົ່ງ­ເສີມ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ-ກາງ, ເສດ­ຖະ­ກິດ​ຄອບ­ຄົວ, ກຸ່ມ​ການ​ຜະ­ລິດ, ສົ່ງ­ເສີມ​ການ​ລົງ­ທຶນຂອງ​ພາກ​ເອ­ກະ​ຊົນ​ພາຍ​ໃນ ແລະ​ຕ່າງປະ­ເທດ​ທັງ​ສ້າງ­ຕັ້ງ​ເສດ­ຖະ­ກິດ​ສະ­ເພາະ ໃຫ້​ເປັນ​ຮູບ​ປະ​ທຳ, ສ້າງ​ໜໍ່​ແໜງ​ເສດ​ຖະກິດ​ການ​ຮ່ວມ​ມື​ຮ່ວມ​ສຳ­ພັນ​ເສດ­ຖະ­ກິດ ການ​ຜະ­ລິດ​ແບບ​ຕ່ອງ​ໂສ້​ທຸກ​ການ​ພັດທະ​ນາ​ຕ້ອງ​ຕິດ​ພັນ​ກັບ​ຂົງ­ເຂດ​ວັດ­ທະ­ນະທຳ​ຢ່າງ​ແຂງ­ແຮງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...