spot_img
Homeຂ່າວຕ່າງປະເທດອີຣ່ານເຕືອນຊາອຸຯ ບໍ່ຄວນແຊກແຊງບັນຫາຊີຣີ ລະບຸກຽມໃຊ້ມາດຕະການຈຳເປັນ ຖ້າເຖິງເວລາ!

ອີຣ່ານເຕືອນຊາອຸຯ ບໍ່ຄວນແຊກແຊງບັນຫາຊີຣີ ລະບຸກຽມໃຊ້ມາດຕະການຈຳເປັນ ຖ້າເຖິງເວລາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ  15 ກຸມພາຜ່ານມານີ້ວ່າ ສື່ມວນ​ຊົນ​ອີຣ່ານ ໄດ້ຖະແຫລງຂ່າວກ່ຽວກັບ ທ່ານ Masoud Jazayeri ​ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ ກອງທັບອີຣ່ານ ​ໄດ້ອອກມາກ່າວ​ເຕືອນ ກອງທັບຂອງ​ ອາຣັບບີ ຊາອຸດິດ ຫ້າມບໍ່​ໃຫ້​ຈັດ​ສົ່ງທະ​ຫານຂອງຕົນ ເຂົ້າໄປໃນດິນແດນຂອງຊີຣີ ຊຶ່ງຄຳ​ກ່າ​ວ​ເຕືອນນີ້​ ຖືກ​ຍົກ​ອອກ​ມາຖະແຫລງ ພາຍ​ຫລັງທີ່ລັດຖະບານອາຣັບບີ ຊາອຸດິດ ໄດ້​ຈັດ​ສົ່ງ​ເຮືອ​ບິນ​ສູ້​ຮົບ​ ເຂົ້າໄປປະຕິບັດພາລະກິດໂຈມຕີ ຢູ່ປະເທດຊີຣີ ເມື່ອບໍ່ດົນມານີ້.

ທ່ານ Masoud Jazayeri ຖ​ະ​ແຫລງວ່າ ອີ​ຣ່ານຈ​ະ​ບໍ່​ປະ​ໃຫ້​ສະ​ພາບ​ການ​ຢູ່​ຊີຣີ ຜັນ​ແປ່​ຕາມ​​ຄວາມ​ຫວັງ​ຂອງ​ບັນ​ດາ​ປະ​ເທດ​​ ທີ່ໃຫ້ການສະໜັບສະໜູນກຸ່ມຕິດອາວຸດກະບົດ​ ແລະ ກຸ່ມລັດ​ອິດ​ສະ​ລາມ ພ້ອມທັງລະບຸວ່າ ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ​ຈຳ​ເປັນ ​ໃນ​ເມື່ອເຖິງເວ​ລ​າ​ທີ່​ເໝາະ​ສົມ ໂດຍທ່ານຍັງກ່າວ​​ຫາ​ອີກວ່າ ບັນ​ດາ​​ບຸກ​ຄົນໃນກຸ່ມກໍ່​ການ​ຮ້າຍ ທີ່ກຳລັງເຄື່ອນໄຫວ​ຢູ່​ຊີ​ຣີນັ້ນ ອາດ​ຈະ​ແມ່ນ​ກຳ​ລັງ​ຂອງອາຣັບບີ ຊາອຸດິດ ແລະ ສະຫະລັດອາ​ເມ​ຣິ​ກາ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...