spot_img
HomeມູມໄອທີລາວLG ປະກາດສະມາດໂຟນ LG Stylus 2 ທີ່ມາພ້ອມກັບລະບົົບ Android Marshmallow

LG ປະກາດສະມາດໂຟນ LG Stylus 2 ທີ່ມາພ້ອມກັບລະບົົບ Android Marshmallow

Published on

LG Stylus 2 ມີໜ້າຈໍຂະໜາດ 5.7 ນິ້ວ ຄວາມລະອຽດ HD (720p) ໂຕເຄື່ອງບາງ 7.4 ມມ ແລະນ້ຳໜັກ 145 ກຣາມ. ໃນດ້ານຂອງໜ່ວຍປະມວນຜົນບໍ່ໄດ້ມີການອັບເກຣດຫຼາຍປານໃດຈາກລຸ້ນກ່ອນໜ້ານີ້ ເຊິ່ງຄວາມໄວຂອງໜ່ວຍປະມວນຜົນຢູ່ທີ່ 1.2 GHz (ຄາດວ່າຈະເປັນ Snapdragon 410), ຮອງຮັບສັນຍານ LTE, RAM 1.5GB, ພື້ນທີ່ຈັດເກັບ 16GB ແລະ ແບັດເຕີຣີ 3000 mAh. ໃນຂະນະທີ່ກ້ອງຫຼັງມີຄວາມລະອຽດ 13 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ

image

ສຳລັບ LG Stylus 2 ນັ້ນມາພ້ອມກັບບິກຂຽນອັດສະລິຍະ Stylus ໃນລຸ້ນໃໝ່ນີ້ກໍໄດ້ມີການອັບເກຣດໃນສ່ວນຂອງຫົວບິກທີ່ “ເຄືອບດ້ວຍນາໂນ” ເຊິ່ງທາງ LG ບອກວ່າມັນຈະເຮັດໃຫ້ມີຄວາມແມ້ນແລະຊັດເຈນຂຶ້ນຫຼາຍກວ່າ “ຫົວບິກແບບຢາງ” . LG Stylus 2 ນັ້ນຈະໃຊ້ງານລະບົບ Android 6.0 Marshmallow ໃນກ່ອງເລີຍ ແລະມາພ້ອມກັບ 3 ສີຄື: ສີຂາວ, ສີໄທທັນ ແລະສີນ້ຳຕານ  ລາຍລະອຽດຕ່າງໆທີ່ຫຼາຍກວ່ານີ້ຄາດວ່າອາດຈະເປີດເຜີຍໃນງານ MWC

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...