Homeຂ່າວຕ່າງປະເທດສາຍ​ການບິນ ​ເວີ​ຈິນ​ແອັດ​ແລນ​ຕິກ ລົງ​ຈອດ​ສຸກ​ເສີນ​ຫຼັງ​ຖືກ​ແສງ​ເລ​ເຊີ

ສາຍ​ການບິນ ​ເວີ​ຈິນ​ແອັດ​ແລນ​ຕິກ ລົງ​ຈອດ​ສຸກ​ເສີນ​ຫຼັງ​ຖືກ​ແສງ​ເລ​ເຊີ

Published on

ຖິ້ວບິນວີ​ເອສ 025 ຂອງ​ເວີ​ຈິນ ​ແອັດ​ແລນ​ຕິ​ກທີ່​ກຳລັງ​ເດີນທາງ​ໄປ​ນະຄອນ​ຫຼວງ​ນິວຢອກ ຕ້ອງລົງ​ຈອດ​ສຸກ​ເສີນ ຫຼັງມີ​ຄົນ​ຍິງ​ແສງ​ເລ​ເຊີ​ມາ​ທີ່​ຫ້ອງ​ນັກ​ບິນ.

ສຳນັກງານ​ຕຳ​ຫຼວດ​ໃນ​ນະຄອນຫຼວງ​ລອນ​ດອນ​ລາຍ​ງານ​ເມື່ອ​ຄືນ​ວັນ​ອາທິດ​ທີ່​ຜ່ານ​ມາ​ວ່າ ຖ້ຽວ​ບິນ​ວີ​ເອສ 025 ຂອງ​ສາຍ​ການບິນ​​ເວີ​ຈິນ​ແອັດ​ແລນ​ຕິກ​ທີ່ຢູ່​ລະຫວ່າງ​​ເດີນທາງ​ຈາກ​ສະໜາມ​ບິນ​ນານາ​ຊາ​ດຮິດ​ໂທຣ ນະຄອນຫຼວງ​ລອນດອນ ​ໄປ​ຍັງ​ສະໜາມ​ບິນ​ນານາ​ຊາດ ຈອນ ​ເອຟ ​​ເຄ​ເນ​ດີ ​ໃນ​ນະຄອນຫຼວງ​ນິວຢອກ ຈຳ​ເປັນ​ຕ້ອງ​ກັບ​ມາ​ຂໍລົງ​ຈອດ​ສຸກ​ເສີນທີ່​ສະໜາມ​ບິນ​ຕົ້ນ​ທາງ ຫຼັງ​ອອ​ກ​ເດີນທາງ​ໄດ້​ບໍ່​ດົນ ​ເນື່ອງ​ຈາກ​ມີ​ລຳ​ແສງ​ເລ​ເຊີ​ຊຶ່ງ​ຍັງ​ບໍ່​ຮູ້​ທີ່​ມາ​ແນ່ນອນ​ສາຍ​ແສງ​ມາ​ໃສ່ຫ້ອງ​ນັກ​ບິນ ຊຶ່ງ​ເຈົ້າ​ໜ້າ​ທີ່​ກຳລັງ​ເລັ່ງສືບ​ສວນ​ຫາ​ຕົວ​ຜູ້​ກະທຳ​ຜິດ.

ຂໍ້​ມູນ​ເບື້ອງ​ຕົ້ນ​ຈາກ​ຫໍ​ບັງ​ຄັບ​ການບິນ​ລະບຸ​ວ່າ ຖ້ຽວ​ບິນ​ດັ່ງກ່າວ​​ເດີນທາງ​ຢູ່​ເໜືອ​ນ່ານຟ້າ​ຂອງ​ໄອ​​ແລນ ກ່ອນ​ທີ່​ນັກ​ບິນ​ຈະ​ຕິດ​ຕໍ່​ຂໍ​ນຳ​ເຄື່ອງ​ກັບ​ມາ​ລົງ​ຈອດ​ສຸກ​ເສີນ​ທີ່​ສະໜາມ​ບິນ​ຮິດ​ໂທຣ ​ເນື່ອງ​ຈາກ​ນັກ​ບິນ​ຄົນ​ໜຶ່ງ​ມີ​ອາການ​ບໍ່​ສະບາຍ​ກະທັນ​ຫັນ ທີ່​ຄາດ​ວ່າ​ອາດ​ເປັນ​ຜົນ​ຈາກ​ແສງ​ເລ​ເຊີ​ປິດ​ສະໜາ ສ່ວນ​ນັກ​ບິນ​ອີ​ກຄົນ​ໜຶ່ງ​ຍັງ​ປະຕິບັດ​ໜ້າ​ທີ່​ໄດ້ ດ້ານ​ຜູ້​ໂດຍສານ 252 ຄົນ​ປອດ​ໄພດີ ຂະນະ​ທີ່ ສາຍ​ການບິນ​ເວີ​ຈິນ ​ແອັດ​ແລນ​ຕິກ ອອກ​ຖະ​ແຫຼ​ງການ​ຂໍອະ​ໄພຕໍ່​ເຫດການ​ທີ່​ເກີ​ດຂຶ້ນ ​ໂດຍ​ຢືນຢັນ​ວ່າການ​ນຳ​​ເຮືອບິນ​ລົງ​ຈອດ​ສຸກ​ເສີນ​ເປັນ​ໄປ​ຕາມ​ນະ​ໂຍບາຍ​ຂອງ​ບໍລິສັດ​ທີ່​​ໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍສານ​ທຸກ​ຄົນ​ເປັນອັນ​ດັບ​ທຳ​ອິດ ​ແລະ​ຈະ​ມີ​ການຈັດ​ຫາ​ເຮືອບິນ​ລຳ​ໃໝ່​ເພື່ອ​ນຳ​ຜູ້​ໂດຍ​ສານ​​ໄປ​ສົ່ງ​ຍັງ​ປາຍທາງ​ໃຫ້​ໄວ​ທີ່​ສຸດ.

ລາຍ​ງານ​ຂອງ​ສຳນັກ​ການບິນ​ພົນລະ​ເຮືອນ​ແຫ່ງ​ສະຫະ​ລາຊະ​ອານາຈັກ​ລະບຸ​ວ່າ ມີ​ເຫດການ​ລຳ​ແສງ​ເລ​ເຊີ​ຍິງ​ມາ​​ໃສ່​ຫ້ອງ​ນັກ​ບິນ 414 ຄັ້ງ ລະຫວ່າງ​ເດືອນ​ມີນາ-ມິຖຸນາ​ປີ​ທີ່​ຜ່ານ​ມາ ​ໃນ​ຈຳນວນ​ນີ້ 48 ຄັ້ງ ​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ກັບ​ຖ້ຽວ​ບິນ​ທີ່​ອອກ​ເດີນທາງ​ຈາກ​ສະໜາມ​ບິນ​ຮິດ​ໂທຣ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...