spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີກິນໃຫ້ໜ້າທ້ອງຫຼຸດລົງພາຍໃນ 1 ອາທິດ

ວິທີກິນໃຫ້ໜ້າທ້ອງຫຼຸດລົງພາຍໃນ 1 ອາທິດ

Published on

ບັນດາສາວໆທີ່ແຂນຂານ້ອຍຮຽວ ແຕ່ມີບັນຫາເລື່ອງໜ້າທ້ອງໂຊ່ນ ທີ່ບໍ່ສາມາດເຊື່ອງມ້ຽນໄດ້ ເມື່ອໃສ່ເສື້ອທີ່ຕ້ອງອວດຫຸ່ນ ຫຼື ຮັດຮູບ ດັ່ງນັ້ນ ຕ້ອງຫັນມາດູແລໂຕເອງແລ້ວວ່າ ຈະເຮັດແບບໃດໃຫ້ພຸງກໍຄືໜ້າທ້ອງຍຸບລົງເປັນຄົນຄີງບາງຮ່າງນ້ອຍເຊິ່ງຜູ້ຊ່ຽວຊານຫຼາຍທ່ານບອກໃຫ້ຮູ້ວ່າ ສາເຫດຂອງການລົງພຸງມີໜ້າທ້ອງໃຫຍ່ນັ້ນເກີດມາຈາກ 3 ປັດໄຈ ທີ່ສະສົມພຸງເຮົາທຸກມື້ທຸກຄືນຄື ການກິນອາຫານທີ່ມີສ່ວນປະສົມຂອງແປ້ງ ນອນເດິກ ແລະ ນັ່ງດົນນານເກີນໄປ.

ດັ່ງນັ້ນ ພາຍໃນ 1 ອາທິດ ເຮົາຕ້ອງປັບປ່ຽນວິຖີຊີວິດໃໝ່ ດ້ວຍສູດເລັ່ງລັດຄື ເພີ່ມອາຫານໂຕຊ່ອຍເຂົ້າໄປໃນແຕ່ລະຄາບອາຫານຂອງເຮົາ ແລະ ເຮົາມາເລີ່ມເຂົ້າສູ່ໂປຣແກຣມສູດຫຼຸດໜ້າທ້ອງກັນດຽວນີ້ເລີຍ:

ມື້ທີ 1 ຕື່ນນອນຕອນເຊົ້າ ແມ່ນໃຫ້ດື່ມນໍ້າ 3 ຈອກ ແລ້ວຮີບຮັບປະທານອາຫານພາຍໃນ 1 ຊົ່ວໂມງ ເຊິ່ງອາຫານເຊົ້າໃຫ້ເນັ້ນອາຫານເບົາເຊັ່ນ ໄຂ່ລວກ 2 ໜ່ວຍ ເຂົ້າຈີ່ຝານປີ້ງ 1 ແຜ່ນ ໝາກເຫຼັ່ນແຊ່ເຢັນ 1        ໜ່ວຍ ດື່ມນໍ້າໃຫ້ໄດ້ 2 ລິດຕໍ່ ມື້ ຫຼັງຈາກນັ້ນ

ຄາບທ່ຽງ ເມນູແນະນຳຄື ເກົາເຫຼົາທີ່ປາສະຈາກຊີ້ນສັດຕິດມັນ ຫຼື ຍຳເສັ້ນລ້ອນ ໃຫ້ງົດແປ້ງເດັດຂາດ ກິນໝາກສີດາເພື່ອໃຫ້ຢູ່ທ້ອງ ແລະ ມີວິຕາມິນຊີສູງ ເຊິ່ງຕອນທ່ຽງກິນຊີ້ນສັດໄດ້ ແຕ່ບໍ່ຄວນຈືນດ້ວຍນໍ້າມັນ ແລະ ບໍ່ມີໄຂມັນຕິດ ຖ້າຄົນທີ່ເຮັດວຽກຕອນທ່ຽງ ໃຫ້ເລືອກກິນເມນູອາຫານທີ່ຢູ່ໄກບ່ອນເຮັດວຽກຈັກໜ້ອຍ ຈະໄດ້ໃຊ້ພະລັງງານໃຫ້ຫຼາຍ ໂດຍການຍ່າງອອກກຳລັງກາຍເພື່ອເຜົາຜານ.

ສ່ວນຄາບແລງ ໃຫ້ເລືອກກິນອາຫານວ່າງ ທີ່ສາມາດຍ່ອຍງ່າຍທີ່ສຸດ ເປັນຕົ້ນເມນູຜັກດັ່ງ ຜັກສົດລວກ ກິນກັບແຈ່ວ ຫຼື ພັນໝ້ຽງປາ ແຕ່ບໍ່ຕ້ອງກິນຫຼາຍ ເພື່ອສ້າງຄວາມຊິນເຄີຍໃຫ້ກະເພາະຂອງເຮົາ.

ມື້ທີ 2 – ມື້ທີ 7 ໃຫ້ປະຕິບັດຄືກັບມື້ທຳອິດ ແລະ ຄ່ອຍໆຫຼຸດອາຫານໃຫ້ໜ້ອຍລົງ ເພາະຄວາມຢາກອາຫານຈະໜ້ອຍລົງເລື້ອຍໆ.

ສຳລັບອາຫານຕ້ອງຫ້າມແມ່ນ ເຂົ້າໜຽວ ເຂົ້າໜົມປັງ ແລະ ອາຫານປະເພດເສັ້ນທຸກຢ່າງ ຊີ້ນສັດ ອາຫານທີ່ຈືນ
ອາຫານມັນ ອາຫານທີ່ມີສ່ວນປະສົມຂອງແປ້ງ ແລະ ຂະໜົມ ນົມ ເນີຍ ຕ່າງໆ ແຕ່ໃຫ້ເລືອກກິນປະເພດຖົ່ວເຫຼືອງແທນຂອງຫວານ ພ້ອມນີ້ກໍມີອາຫານເສີມທີ່ຢາກແນະນຳເປັນຕົ້ນ:

1. ຜັກ ໝາກໄມ້ ເຊັ່ນ ແອັບເປິ້ນຂຽວ ໝາກສີດາ ໝາກເຫລັ່ນ ໝາກຫຸ່ງ ໝາກໂມ ໝາກກ້ຽງ ແລະ ໝາກອຶ
2. ຖົ່ວຕ່າງໆ ເພາະມີໂປຣຕີນ ແລະ ນໍ້າມັນ ທີ່ເປັນປະໂຫຽດຕໍ່ຮ່າງກາຍ ແລະ ເຮັດໃຫ້ອີ່ມງ່າຍຢູ່ທ້ອງນຳອີກ
3. ເຫັດ ມີໂປຣຕີນ ເຮັດໃຫ້ອີ່ມງ່າຍ ແລະ ບໍ່ຕຸ້ຍ ນໍ້າໜັກກໍບໍ່ເພີ່ມ
4. ສາຄູ ອາຫານສຸດຄລາຊິກ ທີ່ມີໄຟເບີຫຼາຍ ມີວິຕາມິນສູງ ບໍ່ເຮັດໃຫ້ຕຸ້ຍ ທັງອີ່ມງ່າຍ
5. ປັອບຄອຣ໌ນ (ເຂົ້າໂພດຂົ້ວແບບເຂົ້າຕອກແຕກ) ແບບບໍ່ມີນໍ້າຕານ ແລະ ເນີຍປະສົມ ຫຼື ນໍ້າຕານຄາຣາເມລ
ຊ່ອຍໃຫ້ອີ່ມ ແລະ ມີປະໂຫຍດຈາກໄຟເບີ.
6. ໄຂ່ ເມື່ອມີອາການຫິວໃຫ້ເລືອກກິນໄຂ່ຕົ້ມ ຫຼື ໄຂ່ລວກ ມີຄຸນຄ່າສູງ ແລະ ອີ່ມແນ່ນອນ
7. ກິນໂຢເກິດລົດທຳມະຊາດ ປະໂຫຽດເຫຼືອຫຼາຍ ແລະ ອີ່ມທ້ອງໄດ້ແບບເບົາໆ ສຳລັບຄາບທີ່ບໍ່ຫິວກໍຕ້ອງກິນ

ຂໍ້ທີ່ຄວນປະຕິບັດໃນແຕ່ລະມື້ ສຳຄັນແມ່ນຕ້ອງໄດ້ດື່ມນໍ້າຫຼັງຕື່ນນອນຕອນເຊົ້າ 3 ຈອກ ດື່ມນໍ້າໃຫ້ຫຼາຍໃນແຕ່ລະມື້ເມື່ອຫິວກໍຄວນດື່ມນໍ້າ ຍ່າງໃຫ້ຫຼາຍຂຶ້ນໃນແຕ່ລະວັນ ບໍລິຫານຮ່າງກາຍງ່າຍໆຖ້າມີເວລາມື້ລະ 20-45 ນາທີ ລຸກຍ່າງຈາກໂຕະເຮັດວຽກໃຫ້ຫຼາຍຂຶ້ນ ກິນອາຫານໃຫ້ຄົບທຸກຄາບ ພະຍາຍາມຢ່າຫຼຸາບຈໍານວນຄາບຂອງອາຫານ ແລະ ບໍ່ຄວນນອນເດິກເມື່ອເຮັດຄົບ 7 ມື້ແລ້ວ ລອງມາເລົ່າໃຫ້ຟັງເບິ່ງວ່າ ໜ້າທ້ອງຂອງທ່ານຍຸບລົງສໍ່າໃດ ບອກເລີຍວ່າ ນອກຈາກໜ້າທ້ອງຍຸບລົງແລ້ວ ທ່ານຍັງຈະລຶ້ງກັບການໃຊ້ຊີວິດແບບໃໝ່ ທີ່ບໍ່ສະສົມພຸງ ໜ້າທ້ອງຂຶ້ນໄດ້ອີກຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...