spot_img
Homeຄົມຄິດຄົມຄົນວິທີສ້າງຄວາມໝັ້ນໃຈ ທີ່ຈະເຮັດໃຫ້ເຈົ້າປະສົບຜົນສຳເລັດ

ວິທີສ້າງຄວາມໝັ້ນໃຈ ທີ່ຈະເຮັດໃຫ້ເຈົ້າປະສົບຜົນສຳເລັດ

Published on

ຄວາມໝັ້ນໃຈເທົ່ານັ້ນທີ່ຈະເຮັດໃຫ້ເຈົ້າປະສົບຜົນສຳເລັດ ເຊິ່ງເປັນສິ່ງທີ່ຫຼາຍຄົນບໍ່ມີ. ຂ້ອຍເຂົ້າໃຈດີ ເພາະການທີ່ຄົນໆ ໜຶ່ງຈະໝັ້ນໃຈໂຕເອງມັນບໍ່ແມ່ນເລື່ອງງ່າຍ.

ລອງຄິດເບິ່ງ ຕອນທີ່ເຈົ້າຈະເຮັດທຸລະກິດ ແລ້ວເຈົ້າບໍ່ເຊື່ອໂຕເອງ ເຈົ້າຈະເອົາຄວາມຄິດດີໆໄປຖາມຄົນອື່ນ, ແລ້ວຮູ້ບໍ່? ທຸກໆຄວາມຄິດໃນໂລກນີ້ຖ້າບໍ່ລອງເຮັດ ເຮົາບໍ່ຮູ້ດອກວ່າມັນຈະສຳເລັດຫຼືບໍ່? ຖ້າເຈົ້າຖາມຄົນທັງໝົດບອກວ່າມັນບໍ່ໄດ້ຜົນ. ເຈົ້າຈະເປີດຮ້ານແຟຣນຊາຍຊາໄຂ່ມຸກແບບໃໝ່ ຄົນບອຳວ່າບໍ່ໄດ້ຜົນ, ເຈົ້າຈະຂຽນປຶ້ມກ່ຽວກັບນະວະນິຍາຍ ຄົນບອກວ່າບໍ່ໄດ້ຂາຍດອກ ແລ້ວເຈົ້າກໍຢຸດເຮັດ ຈາກນັ້ນກໍກັບໄປເປັນແບບເກົ່າ ຊີວິດບໍ່ກ້າວໄປໃສ ເພາະຢ້ານຫຼົ້ມແຫຼວ.

ລອງຄິດເບິ່ງຕອນທີ່ ສຕີ໊ບ ຈ໊ອບສ໌ (Steve Jobs) ຈະເຮັດໂທລະສັບທີ່ບໍ່ມີປຸ່ມກົດ ແລະໃຊ້ຈໍສຳພັດແທນ ຕອນນັ້ນເກືອບທຸກຄົນບອກວ່າມັນບໍ່ໄດ້ຜົນ, ຂາຍບໍ່ໄດ້.

ແຖມຍັງບອກອີກວ່າຈໍສຳຜັດຈະຕ້ອງໃຊ້ມືຫຼິ້ນເທົ່ານັ້ນ ເພາະໃນຕອນນັ້ນຫຼາຍເຈົ້າພາກັນເຮັດໃຫ້ໃຊ້ໄມ້ Stylus ນ້ອຍໆ ໜີບມາທາງຂ້າງ. ແຕ່ເປັນຈັ່ງໃດ? ບໍລິສັດແອັບເປີ້ນ ປ່ຽນອຸດສາຫະກຳມືຖືໝົດ ເພາະມັນຂາຍດີທຸກຄົນກໍພາກັນຮຽນແບບ.

ເຈົ້າໂຊກດີທີ່ໄດ້ອ່ານບົດຄວາມນີ້ ແລະເຈົ້າຄວນຈະບອກຄົນອື່ນໃຫ້ໄດ້ອ່ານນຳ ເພາະຂ້ອຍຈະບອກເທັກນິກການເຮັດໃຫ້ເຈົ້າກາຍເປັນຄົນໝັ້ນໃຈໃນໂຕເອງ.

ຖ້າເຈົ້າເຮັດວຽກຢູ່ ເຈົ້າວ່າຄົນອ້ອມຂ້າງເຈົ້າມີແຕ່ພວກຄິດລົບຂີ້ອິດສາ, ໃຫ້ເຈົ້າອອກຫ່າງທັນທີ ເພາະພວກນີ້ເຂົາບໍ່ໝັ້ນໃຈໂຕເອງ ແລ້ວພະຍາຍາມດຶງຄົນອື່ນໃຫ້ເປັນຄືໂຕເອງ.

ວິທີການເຂົ້າສັງຄົມຄື ໃນ Facebook ຂອງເຈົ້າ, ຂ້ອຍແນະນຳໃຫ້ເຈົ້າໄປກົດໄລ້ Page ແລະ Follow ຄົນທີ່ເຂົາໃຫ້ແນວຄິດ ແລະໄອເດຍ ເພາະຂ້ອຍຮູ້ວ່າ ດຽວນີ້ຫຼາຍຄົນຕິດ Facebook ເຊິ່ງເປັນເລື່ອງທີ່ໂຄດດີ ຖ້າມື້ໜຶ່ງເຈົ້າຮັບແຕ່ຄວາມຄິດໃໝ່ໆ, ຄວາມຄິດທີ່ມັນຈະສ້າງເງິນໃຫ້ເຈົ້າໃນອະນາຄົດ.

ແລ້ວ Facebook ຈະເປັນຄືແຫຼ່ງລວມຄວາມຄິດຂອງຄົນທີ່ປະສົບຜົນສຳເລັດ ຖາມວ່າ ຄົນປະສົບຜົນສຳເັລດເຂົາມັກເວົ້າຫຍັງໃນແຕ່ລະມື້?

ທຸກຢ່າງທີ່ເຮັດໃຫ້ຊີວິດເຈົ້າດີຂຶ້ນ, ໂອກາດໃນການເຮັດທຸລະກິດ, ໂອກາດໃນການສຶກສາ, ການແບ່ງປັນຄວາມຄິດດີໆ.

ສະໝອງມະນຸດມີສ່ວນທີ່ມັກຮຽນແບບ ຖ້າເຈົ້າຢູ່ກັບສິ່ງແວດລ້ອມແບບໃດ ດົນໆ ເຈົ້າຈະກາຍເປັນແບບນັ້ນ.

ເລື່ອງຄວາມໝັ້ນໃຈມັນກໍຍ້ອນສິ່ງອ້ອມຂ້າງນີ້ແຫຼະ ຖາມວ່າແຕ່ລະມື້ມີແຕ່ຄົນມາເວົ້າໃຫ້ວ່າເຈົ້າຂີ້ຮ້າຍ, ບອກວ່າເຈົ້ານບໍ່ມີຄວາມສາມາດ ເຈົ້າຈະກາຍເປັນຄົນໝັ້ນໃຈໂຕເອງໄດ້ຈັ່ງໃດ?

ເລື່ອງຈິງທີ່ຂ້ອຍເຫັນຕະຫຼອດຄື ຄົນທີ່ເຂົາລ່ຳລວຍ, ປະສົບຜົນສຳເລັດ ເຂົາມັກຈະໃຫ້ຄວາມຊ່ວຍເຫຼືອຄົນອື່ນ, ດຶງຄົນອື່ນໃຫ້ຂຶ້ນໄປສູ່ຈຸດນັ້ນຄືກັນ. ສ່ວນຄົນທີ່ເປັນພວກຄົນລົບໆ ແຕ່ລະມື້ມີແຕ່ວິຈານຜູ້ນັ້ນຜູ້ນີ້, ຄົນເຫຼົ່ານີ້ ເຂົາມີແຕ່ຈະດຶງເຈົ້າລົງໃຫ້ຕ່ຳຄືເຂົາ ເຂົາຈະທຸກໃຈທີ່ສຸດ ຖ້າເຈົ້າປະສົບຜົນສຳເັລດ.

ສະນັ້ນ, ຢ່າເອົາໂຕເອງໄປຢູ່ກັບສັງຄົມແບບນີ້ ດຶງໂຕເອງອອກຈາກສິ່ງແວດລ້ອມແບບນີ້ ແລ້ວຊອກຫາສັງຄົມທີ່ເຕັມໄປດ້ວຍຄວາມຄິດບອກ.

ເພາະຄວາມໝັ້ນໃຈໂຕເອງ ເຄິ່ງໜຶ່ງເກີດຈາກໂຕເຈົ້າ ອີກເຄິ່ງໜຶ່ງມັນເກີດຈາກສິ່ງແວດລ້ອມຂອງເຈົ້າ.

ເອກກະສິດ ສິລິຈັກ, 2015, ຄິດແບບນັກທຸລະກິດ ໜ້າ 33-36

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...