spot_img
Homeຂ່າວການສຶກສາສະຫະພາບເອີຣົບ ຈະຊ່ວຍ15 ລ້ານເອີໂຣ ເພື່ອສົ່ງເສີມການສຶກສາລາວ ໃຫ້ມີຄຸນນະພາບ!

ສະຫະພາບເອີຣົບ ຈະຊ່ວຍ15 ລ້ານເອີໂຣ ເພື່ອສົ່ງເສີມການສຶກສາລາວ ໃຫ້ມີຄຸນນະພາບ!

Published on

ຂປລ. ສະຫະພາບ​​ເອີຣົບ ​ໄດ້ນໍາ​ສະ​ເໜີ​ແຜນ​ງານ​ເພື່ອຊ່ວຍປັບປຸງການເຂົ້າເຖິງ ການສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບ ແລະ ເພື່ອຍົກສູງການຄຸ້ມຄອງ, ການວາງແຜນ ແລະ ການບໍລິຫານຂະແໜງສຶກສາໃນ ສປປ ລາວ ​ແຕ່ນີ້​ຮອດ​ປິ 2020 ມູນ​ຄ່າ 15 ລ້ານ​​ຢູ​ໂຣ ຫລື ​ປະມານ 17 ລ້ານ​ໂດ​ລາ​ສະຫະລັດ.

ກອງ​ປະຊຸມ​ດັ່ງກ່າວ, ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 12 ກຸມພານີ້​ ທີ່​ຫ້ອງ​ປະຊຸມ​ສູນ ICT ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ໂດຍ​ມີ ​ທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ຮັກສາ​ການ​ລັດຖະມົນຕີ​ວ່າການ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທ່ານ ມິກ​ເຊ​ວ ກອບ​ຟິນ(Michel GOFFIN) ອຸປະ​ທູດ​ສະຫະພາບ​ເອີຣົບ ປະ​ຈໍາ ສປປ ​ລາວ, ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ພາກ​ລັດ, ອົງການ​ຈັດ​ຕັ້ງສາກົນ, ຄູ່​ຮ່ວມ​ພັດທະນາ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ກ່າວ​ວ່າ: ​ກ​ານ​ປັບປຸງຄຸນ​ນະພາ​ບການ​ສຶກສາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບູລິ​ມະ​ສິດ​ອັນ​ຕົ້ນຕໍ​ຂອງ​ລັດຖະບານສປປ ລາວ ​ແລະ ຈໍາ​ເປັນ​ສໍາລັບ​ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ແຫ່ງ​ການ​ພັດທະ ນາ​ທີ່​ຍືນຍົງ(SFGs) ​ແລະ ການ​ຊ່ວຍ​ເຫລືອ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ. ສໍາລັບ​ແຜນ​ງານຂອງ​ສະຫະພາບ​ເອີຣົບ ​ເປັນ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ທັງ​​ສອດຄ່ອງ​ກັບ​ແຜນ​ພັດທະນາ​ຂະ​ແໜງ​ສຶກສາ ​ສົກ​ປີ 2016-2020. ​ໂຄງການນີ້ ​ກໍ່​ແມ່ນ​ໂຄງການ​ໜຶ່ງ​ທີ່​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະຫະພາບ​ເອີຣົບ ​ໃນ​ໄລຍະປີ 2015-2020 ​ມີ​ມູນ​ຄ່າ15 ລ້ານ​ຢູ​ໂຣ, ​ເຊິ່ງໃນ​ນັ້ນ 11,5 ລ້ານຢູ​ໂຣ ຈະ​ປະ​ສ່ວນ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງານການ​ປັບປຸງ​ຄຸນນະພາບ ​ແລະ ຂະຫຍາຍ​ໂອ​ກາດ​ການ​ເຂົ້າ​ຮຽນ​ສໍາລັບ​ການ​ສຶກສາ​ຂັ້ນ​ພື້ນຖານ​ຢູ່ສປປ ລາວ ຫລື​ ເອີ້ນ​ວ່າ​ແຜນ​ງານບີ​ກວາ (BEQUAL) ຮ່ວມ​ກັບ​ລັດ ຖະບານ​ອົດ​ສະຕຣາລີ ​ໄລຍະ​ການຈັດ​ຕັ້ງ​ປະຕິບັດ​ແມ່ນ 10 ປີ ​ໂດຍ​ຈະ​ສຸມ​ໃສ່ 66 ​ເມືອງ ​ເພື່ອ​ປະກອບສ່ວນ ​ແລະ ສົ່ງ​ເສີມ​ໃຫ້​ນັກຮຽນ ​ ທີ່​ດ້ອຍ​ໂອກາດ​ທາງ​ດ້ານ​ການ​ສຶກສາ ​​ໄດ້ເຂົ້າຮຽນ​​ຈົບ​ຊັ້ນ​ປະຖົມ, ສ່ວນ 3 ລ້ານກວ່າ​ຢູ​ໂຣ ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫລືອ​ດ້ານ​ວິຊາ​ການ ​ໃນ​ການ​ພັດທະນາ​ຍົກ​ລະດັບ​ໃຫ້​ພະນັກງານ​ບໍລິຫານ ​ໃນ​ການວາງ​ແຜນ ​ແລະ ​ແຜນ​ງົບປະມານ​ຢູ່​ໃນ​ລະດັບ​ເມືອງ, ​ແຂວງ ​ແລະ ສູນ​ກາງ, ພັດທະນາ​ເຄື່ອງມື ຫລື Software ​ໃນ​ການ​ສ້າງ​ແຜນ ​ແລະ ຄຸ້ມ​ຄອງ​ງົບປະມານ, ຝຶກ​ອົບຮົມ​ໃຫ້​ຜູ້​ອໍານວຍ​ການ​ໂຮງຮຽນ ​ກ່ຽວ​ກັບ​ການ​ນໍາ​ໃຊ້​ຄູ່​ມື​ແນະ​ນໍາ​ການ​ຄຸ້ມ​ຄອງ​ໂດຍ​ເນັ້ນ​ໃສ່​ໂຮງຮຽນ​ ເປັນ​ຫລັກ, ປັບປຸງ​ທາງ​ດ້ານ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ຂອງ​ວຽກ​ງານ​ການ​ສຶກສາ ​ແລະ ອື່ນໆ, ສ່ວນ 2​ ແສນກວ່າ​ຢູ​ໂຣ ​ແມ່ນ​ຈະ​ໃຊ້ຈ່າຍ​ເຂົ້າ​ໃນ​ການ​ປະ​ເມີນ ​ແລະ ກວດ​ສອບ​ໂຄງການ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...