spot_img
Homeຂ່າວຕ່າງປະເທດຄຣິສຕິນ ລາ​ກາດ ຄອງ​ຕຳ​ແໜ່​ງຜູ້ນຳ ​ໄອ​ເອັມ​ເອຟ ອີກສະ​ໄໝ

ຄຣິສຕິນ ລາ​ກາດ ຄອງ​ຕຳ​ແໜ່​ງຜູ້ນຳ ​ໄອ​ເອັມ​ເອຟ ອີກສະ​ໄໝ

Published on

ນາງ ຄຣິສຕິນ ລາ​ກາດ ຜູ້ອຳນວຍການ​ກອງ​ທຶນ​ການ​ເງິນ​ລະຫວ່າງ​ປ​ະ​ເທດ ຫຼື ​ໄອ​ເອັມ​ເອຟ ຈະ​ດຳລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງ ວາລະ 5 ປີ.

ທັງ​ນີ້ ນອກຈາກ​ລາຍ​ຊື່​ຂອງ​ລາວ​ແລ້ວ ບໍ່​ມີ​ລາຍ​ຊື່​ຂອງ​ຜູ້​ໃດ​ອີກ​ເລີຍ​ເຂົ້າ​ຊີ​ງຕຳ​ແໜ່​ງ.

ນາງ ລາ​ກາດ ​ໃນ​​ໄວ 60 ປີ ດຳລົງ​ຕຳ​ແໜ່​ງນີ້​ສະ​ໄໝ​ທຳ​ອິດ​ເມື່ອ​ປີ 2011 ລາວ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ອັງກິດ, ​​ເຢຍລະ​ມັນ, ຈີນ ​ແລະ ​ຝຣັ່ງ​ ​ພ້ອມ​ທັງ​ເປັນ​​ແມ່​ຍິ່ງ​ຄົນ​ທຳ​ອິດ​ທີ່​ໄດ້​ດຳລົງ​ຕໍາ​ແໜ່​ງນີ້.

​ອາ​ເລັກ​ຊີ ​ໂມ​ຊິນ ຫົວໜ້າ​ຄະນະ​ບໍລິຫານ​ໄອ​ເອັມ​ເອ​ຟ ລະບຸ​ວ່າ ​ໄລ​ຍະ​ເວລາ​ໃນ​ການ​ນຳ​ສະ​ເໜີ​ຊື່​ເຂົ້າຊີງ​ຕຳ​ແໜ່​ງຜູ້ອຳ​ນວຍ​ການ​ໄອ​ເອັມ​ເອຟປິດ​ລົງ​ເມື່ອ​ວັນ​ທີ 10 ກຸມພາ ​ແລະ​ໜຶ່ງ​ດຽວ​ໃນ​ລາຍ​ຊື່​ຜູ້​ຊີ​ງຕຳ​ແໜ່​ງຄື​ຜູ້ອຳ​ນວຍ​ການ​ຄົນ​ປະຈຸ​ບັນ.

​ໂດຍ​ຄະນະ​ບໍລິຫານ​ໄອ​ເອັມ​ເອຟ ອົງ​ກອນ​ທີ່​ມີ​ສະມາຊິກ 188 ປະ​ເທດ​ທົ່ວ​ໂລກ ກ່າວ​ວ່າ ຈະ​ຈັດການ​ປະ​ຊຸມ​ກັບ​ລາ​ກາດ ​ແລະ ຕ້ອງການ​ສະຫຼຸບ​ຂະບວນ​ການ​ຄັກ​ເລືອກ​ຜູ້ນຳ​ອົງ​ກອນ​ໂດຍ​ໄວ​ທີ່​ສຸດ ຄາດ​ວ່າ​ຄະນະ​ກຳມະການ​ບໍລິຫານ​ຈະປະກາດ​ຊື່​ລາວ​ໃຫ້​ເປັນ​ຜູ້ນຳ​ອົງ​ກອນ​ຄົນ​ຕໍ່​ໄປ ຢ່າງ​ເປັນ​ທາງ​ການ ປະມານ​ຕົ້ນ​ເດືອນມີນາ.

ຢ່າງ​ໃດ​ກໍ​ຕາມ ຕຳ​ແໜ່​ງຂອງ​ນາງ ລາ​ກາດ ສະ​ໄໝ​ທຳ​ອິດ​ຈະ​ໝົດ​ວາລະ​ລົງ​ວັນ​ທີ 5 ກໍລະ​ກົດ 2016.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...