Homeຂ່າວພາຍ​ໃນບົວທິບລາວຮັບສຳປະທານລະບົບຕິດຕາມການນຳເຂົ້າ ແລະ ຈຳໜ່າຍ ນ້ຳມັນເຊື້ອໄຟແບບເອເລັກໂຕຣນິກ

ບົວທິບລາວຮັບສຳປະທານລະບົບຕິດຕາມການນຳເຂົ້າ ແລະ ຈຳໜ່າຍ ນ້ຳມັນເຊື້ອໄຟແບບເອເລັກໂຕຣນິກ

Published on

ສປປ ລາວ ກຳ­ລັງ​ຫ້າງ​ຫາ​ກະກຽມ​ນຳ​ໃຊ້​ລະ­ບົບ​ຕິດ­ຕາມການ​ນຳ​ເຂົ້າ ແລະ ຈຳ­ໜ່າຍ​ນ້ຳ­ມັນ​ເຊື້ອ​ໄຟ​ແບບ​ເອ​ເລັກ​ໂຕຣ​ນິກ ຊຶ່ງ​ອະ­ນຸ­ຍາດ​ໃຫ້​ບໍ­ລິ­ສັດ​ບົວ​ທິບ​ລາວ ຈຳ­ກັດ ເຂົ້າ​ສຳ​ປະ­ທານ​ລົງ­ທຶນ​ໃສ່​ການ​ຕິດ​ຕັ້ງ ແລະ ຄຸ້ມຄອງ​ໃນ​ອາ­ຍຸ 10 ປີ ໂດຍ​ຄາດ​ວ່າ​ໂຄງ­ການ​ນີ້​ຈະ​ຊ່ວຍ​ຄຸ້ມຄອງ​ການ​ນຳ​ເຂົ້າ ແລະ ຈຳ­ໜ່າຍ ລວມ​ທັງ​ການ​ປ້ອງ​ກັນ​ການ​ລັກ­ລອບ​ໄດ້​ຢ່າງ​ມີ​ປະ­ສິດ­ທິ­ພາບ, ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ກໍ​ຈະ​ມີ​ຄວາມ​ຖືກ­ຕ້ອງ ແລະ ຮັດ­ກຸມ​ຂຶ້ນ.

ເພື່ອ​ເຮັດ​ໃຫ້­ການ​ອະ­ນຸ­ຍາດ​ດັ່ງ­ກ່າວ​ເປັນ​ຮູບ​ປະ​ທຳ ແລະ ມີ​ຜົນ​ສັກ­ສິດ ເມື່ອ​ວັນ​ທີ 3 ເມ­ສາ​ຜ່ານ​ມາ ທີ່​ກົມ​ພາ­ສີ​ກະຊວງ​ການ​ເງິນ​ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ສຳ​ປະ­ທານ​ໂຄງ­ການຕິດ​ຕັ້ງ ແລະ ຄຸ້ມ​ຄອງ​ລະ­ບົບ​ຕິດ­ຕາມ​ການ​ນຳ​ເຂົ້າ ແລະ ຈຳ­ໜ່າຍ​ນ້ຳ­ມັນ​ເຊື້ອ​ໄຟ​ແບບ​ເອ​ເລັກ​ໂຕຣ​ນິກ​ລະ­ຫວ່າງ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຫົວ­ໜ້າ​ກົມ​ພາ­ສີກັບ​ທ່ານ ນາງ ທອງ​ທິບ ພົມ​ມະ​ຈັກ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ບົວ​ທິບລາວ ຈຳ­ກັດ ໂດຍ​ມີ​ທ່ານ ສີ​ລາ ວຽງ​ແກ້ວ ລັດ­ຖະ­ມົນ­ຕີຊ່ວຍ​ວ່າ­ການ​ກະ­ຊວງ​ການ​ເງິນ, ທ່ານ​ຫົວ­ໜ້າ​ກົມ​ສ່ວຍ​ສາອາ­ກອນ ຕະ­ຫຼອດ​ຮອດ​ພະ­ນັກ­ງານ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ສິ­ລິ​ວັນ ພັນ​ຄຳ​ຜິວ ຮອງ​ຫົວ­ໜ້າ​ພະ​ແນກ​ຄຸ້ມ​ຄອງການ​ແຈ້ງ​ພາ­ສີ​ໄດ້​ກ່າວ​ວ່າ: ໂຄງ­ການໄດ້​ແບ່ງ​ອອກ​ເປັນ 2 ໄລ­ຍະ​ຄື: ໄລ­ຍະ ທີ 1  ບໍ­ລິ­ສັດ​ຜູ້​ສຳ​ປະ­ທານ​ຈະ​ໃຊ້​ທຶນ​ທັງໝົດ 120 ຕື້​ກີບ ຫຼື ປະ­ມານ 15 ລ້ານໂດ​ລາ​ສະ­ຫະ­ລັດ ເຂົ້າ​ໃນ​ການ​ສຳ​ຫຼວດ ແລະ ຕິດ​ຕັ້ງ​ລະ­ບົບ​ຕິດ­ຕາມ​ນ້ຳ­ມັນ​ຈາກດ່ານ​ນຳ​ເຂົ້າ​ຫາ​ສາງ​ນ້ຳ­ມັນ ແລະ ການປ່ອຍ​ອອກ​ຈາກ​ສາງ​ພັກ​ໄປ​ຫາ​ສາງ ພາຍ​ໃນ​ໃຫ້​ສຳ­ເລັດ​ທົ່ວ​ປະ­ເທດ​ໃນ​ເວລາ 10 ເດືອນ ແລະ ໄລ­ຍະ 2 ແມ່ນ​ຈະຕິດ​ຕັ້ງ​ລະ­ບົບ​ຕິດ­ຕາມຈາກ​ພາຍ​ໃນ​ໄປຫາ​ປ້ຳ​ຈ່າຍ ແລະ ການ​ປ່ອຍ​ອອກ​ຈາກປ້ຳ​ຈ່າຍ ຊຶ່ງ​ອາ­ຍຸ​ການ​ສຳ​ປະ­ທານ 10 ປີ ແຕ່​ສາ­ມາດ​ຕໍ່​ໄດ້ 1 ຄັ້ງ.

ສ່ວນ​ຄ່າ​ບໍ­ລິ­ການ​ນຳ​ໃຊ້​ລະ­ບົບ​ດັ່ງກ່າວ​ແມ່ນ 22 ກີບ​ຕໍ່​ລິດ ຂອງ​ນ້ຳ­ມັນ​ທີ່ປ່ອຍ​ອອກ​ຈາກ​ສາງ​ພັກ​ນ້ຳ­ມັນ ໂດຍ​ຄ່າ ບໍ­ລິ­ການ​ແມ່ນ​ຈະ​ຫັກ​ເອົາ​ຈາກ​ຄ່າ​ຄວາມສ່ຽງ​ຂອງ​ການ​ສູນ​ເສຍ (ການ​ເຫີຍ ອາຍ) ທີ່​ລັດ­ຖະ­ບານ​ໄດ້​ກຳ­ນົດ​ໄວ້​ໃນໂຄງ​ສ້າງ​ລາ­ຄາ​ນ້ຳ­ມັນ​ຄື: 50 ກີບ ໝາຍ​ຄວາມ​ວ່າ​ຈະ​ບໍ່​ໄດ້​ເກັບ​ຄ່າ​ບໍ­ລິ­ການເພີ່ມ​ຈາກ​ໂຄງ​ສ້າງ​ລາ­ຄາ​ນ້ຳ­ມັນ​ປະ­ຈຸບັນ ຊຶ່ງ​ຈະ​ບໍ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ລາ­ຄາ​ຈຳໜ່າຍ​ພາຍ​ໃນ ແນວ­ໃດ​ກໍ​ດີ ເພື່ອ​ຮັບ​ປະກັນ​ໃຫ້​ອັດ­ຕາ​ຄ່າ​ບໍ­ລິ­ການ​ຢູ່​ໃນ​ລະ­ດັບ​ທີ່ເໝາະ​ສົມ​ໄດ້​ກຳ­ນົດ​ໃຫ້​ມີ​​ການ​ທົບ​ທວນຄືນ ເພື່ອ​ດັດ​ປັບ​ອັດ­ຕາ​ຄ່າ​ບໍ­ລິ­ການ​ໃນ​ທຸກໆ 5 ປີ ຂະ­ນະ​ທີ່​ໂຄງ­ການ​ນີ້ ທ່ານ ສິ­ລິ​ວັນ ພັນ​ຄຳ​ຜິວ ຢ້ຳ​ວ່າ: ຜູ້​ສຳ​ປະ­ທານຈະ​ຖື​ຮຸ້ນ 90% ແລະ ອີກ 10% ແມ່ນການ​ຖື​ຮຸ້ນ​ຂອງ​ລັດ­ຖະ­ບານ​ໂດຍ​ບໍ່​ຕ້ອງລົງ­ທຶນ.

ດ້ານ​ທ່ານ ໃຫຍ່ ພົມ​ມະ​ຈັກ ປະ­ທານບໍ­ລິ­ສັດ​ບົວ​ທິບ​ລາວ ຈຳ­ກັດ ກ່າວ​ວ່າ: ການ​ພັດ­ທະ­ນາ ແລະ ນຳ​ໃຊ້​ລະ­ບົບ​ດັ່ງກ່າວ​ແມ່ນ​ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນສະ­ໄໝ​ໃຫ້​ເປັນ​ເຄື່ອງ­ມື​ໜຶ່ງ​ທີ່​ສາ­ມາດອຳ­ນວຍ​ຄວາມ​ສະ­ດວກ​ແກ່​ພະ­ນັກ­ງານຂອງ​ລັດ ໂດຍ​ສະ­ເພາະ​ແມ່ນ​ພະ­ນັກ­ງານພາ­ສີ ແລະ ອາ­ກອນ ຊຶ່ງ​ສາ­ມາດ​ຕິດຕາມ​ການ​ນຳ​ເຂົ້າ, ຈຳ­ໜ່າຍ ແລະ ນຳ ໃຊ້​ນ້ຳ­ມັນ​ເຊື້ອ​ໄຟ​ໃຫ້​ຖືກ­ຕ້ອງ, ປ້ອງ​ກັນການ​ລັກ­ລອບ​ນຳ​ເຂົ້າ ແລະ ການ​ນຳ​ໃຊ້ບໍ່​ຖືກ​ເປົ້າ​ໝາຍ ທັງ​ນີ້​ແນ­ໃສ່​ໃຫ້​ສາ­ມາດ ເພີ່ມ​ທະ­ວີ​ການ​ຈັດ​ເກັບ​ລາຍ​ຮັບ​ພາ­ສີŒອາ­ກອນ​ເຂົ້າ​ງົບ­ປະ­ມານ​ແຫ່ງ​ລັດ​ໃຫ້​ໄດ້ຄົບ​ຖ້ວນ, ທັນ​ເວ­ລາ​ທີ່​ສຳ­ຄັນ​ການ​ກວດສອບ​ຈະ​ມີ​ຄວາມ​ຊັດ​ເຈນ.

 

ທີ່ມາ  http://www.sedthakid.la/khao/18407.spc

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...