spot_img
Homeຂ່າວຕ່າງປະເທດເກີດ​ເຫດ​ຈະລາຈົນ​ໃນ​ຄຸກ​ເມັກ​ຊິ​ໂກ ​ເສຍ​ຊີວິດ​ຢ່າງ​ໜ້ອຍ 52 ຄົນ

ເກີດ​ເຫດ​ຈະລາຈົນ​ໃນ​ຄຸກ​ເມັກ​ຊິ​ໂກ ​ເສຍ​ຊີວິດ​ຢ່າງ​ໜ້ອຍ 52 ຄົນ

Published on

​ຕອນ​ເຊົ້າ​ມື້​ວັນ​ພະຫັດ 11 ກຸມພາ​ໄດ້ເກີດ​ເຫດ​ຈະລາຈົນ​ໃນ​ຄຸກ​ທີ່​ເມືອງ​ມອນ​ເທີ​ເຣ ທາງ​ເໝືອຂອງ​ເມັກ​ຊິກ​ໂກ ​ເຈົ້າ​ໜ້າ​ທີ່​ຕ້ອງ​ໃຊ້​ເວລາ​ດົນ​ກວ່າຊົ່ວ​ໂມງ​ກ່ອນ​ຄວບ​ຄຸມ​ສະຖານະ​ການ​ໄວ້​​ໄດ້ ​ໂດຍ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 52 ຄົນ ຕາມ​ລາຍ​ງານຂອງ​ສື່​ມວນຊົນ​ທ້ອງ​ຖິ່ນ.

ຕຳຫຼວດ​ປາບ​ຈະລາຈົນ​ແລະ​ລົດ​ສຸກ​ເສີນ​ຖືກ​ສົ່ງ​ເຂົ້າ​ປະ​ຈຳ​ການ​ທີ່​ຄຸກ​ທາ​ໂປ​ຊິ​ໂຄ ​ເນື່ອງ​ຈາກ​ບັນດາ​ຄອບຄົວ​ຜູ້​ຖືກ​ກັກ​ຂັງ​ທີ່​ຕ່າງ​ຢູ່​ໃນ​ອາ​ລຸນ​ຮຸນ​ແຮງ ພະ​ຍາ​ຍາມ​ບຸກ​ເຂົ້າ​ໄປ​ໃນ​ສະຖານ​ທີ່​ດັ່ງກ່າວ ​ໂດຍ​ພົບ​ເຫັນ​ບາງ​ສ່ວນ​ດຶກ​ກ້ອນ​ຫີນ​ໃສ່​ປະຕູ.

​ເບື້ອງ​ຕົ້ນ​ຍອດ​ຜູ້​ບັດ​ເຈັບ​ຈາກ​ເຫດການ​ນີ້​ຍັງ​ບໍ່​ແມ່ນ​ນອນ ​ໂດຍ​ສະຖານ​ນີ​​ໂທລະ​ພາບ​ເທ​​ເລ​ວິຊາ ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ 30 ຄົນ ​ແຕ່​ສະຖານີ​ໂທລະພາບ​ມິ​ລິ​ນີ​ໂອ ລະບຸ​ວ່າ​ມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ 50 ຄົນ ຊຶ່ງ​ໃນ​ນັ້ນ​ມີ​ທັງ​ນັກ​ໂທດ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຄຸກ ຂະນະ​ທີ່​ທາງ​ການ​ຍັງ​ບໍ່​ອອກ​ມາ​ຖະ​ແຫຼ​ງຢ່າງ​ເປັນ​ທາງ​ການ​ໃດໆ ກ່ຽວ​ກັບ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ.

​ແນ​ວ​ໃດ​ກໍ​ຕາມ ​ໃນ​ເວລາ​ຕໍ່​ມາ ​​ໄນ​ເນ ​ໂຣດຣິ​ເກດ ຜູ້​ວ່າການ​ລັດ​ນອຍ​ໂວ​ເລີ​ອົງ ລະບຸ​ວ່າ​ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 52 ຄົນ ​ແລະ​ບາດ​ເຈັບ 12 ຄົນ ​ເຮົາ​ໄດ້​ຮັບພົບ​ກັບ​ເຫດ​ທີ່​ໜ້າ​ເສົ້າ.

ມິ​ເລ​ນິ​ໂອ​ທີ​ວີ ​ແລະ​ໜັງສື​ພິມ​ເນ​ຟໍມາລາ​ຍງານ​ວ່າ ​ເຫດ​ຈະລາຈົນ​​​ເກີດ​ຂຶ້ນ​ຈາກ​ຄວາມ​ພະຍາຍາມ​ຫຼົບໜີ​ອອກ​ຈາກ​ຄຸກ​ຂອງ​ພວກ​ຜູ້​ຕ້ອງ​ຂັງ

ກ່ອນ​ໜ້າ​ນີ້​ອັນ​ໂຕ​ນິ​ໂອ ອາ​ກູ​ເອລ​ໂລ ​ໂຄສົກ​ສຳນັກງານ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ນອຍ​ໂອ​ເລີ​ອົງ ​ເຜີຍ​ວ່າ ​ເຫດ​ຈະລາຈົນ​ເລີ່​ມຕົ້ນ​ຂຶ້ນ​ຕອນ​ປະມານ​ທ່ຽງ​ຄືນ “​ເຈົ້າ​ໜ້າ​ທີ່​ຕັ້ງວົງ​ລ້ອມ​ຮັກສາ​ຄວາມ​ປອດ​ໄພ​ແລະ​ບໍ່​ມີ​ໃຜ​ຫຼົບໜີ​ໄດ້ ທຸກ​ຢ່າງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຕອນ​ເວລາ 01:30 ​ໂມງ” ​ເຂົາບອກ​ກັບ​ເອ​ເອຟພີ “​ເຮົາ​ບໍ່ສາມາດ​ບອກ​ເຖິງ​ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ຈົນ​ກວ່າ​ໜ່ວຍ​ນິຕິ​ເວດ​​ສາດ​ຈະ​ມອບ​ລາຍ​ງານ​​ໃຫ້​ເຮົາ ​ແລະ ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ນັບ​ຈຳນວນ​ຜູ້​ຕ້ອງ​ຂັງ​ສຳ​ເລັດ​ແລ້ວ”.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...