spot_img
Homeຂ່າວຕ່າງປະເທດສາຍການບິນຫວຽດນາມ ວາງແຜນປັບໂຄງສ້າງ

ສາຍການບິນຫວຽດນາມ ວາງແຜນປັບໂຄງສ້າງ

Published on

     ສາຍ​ການ​ບິນ​ ສສ ຫວຽດ­ນາມ ​ວາງ​ແຜນ­ທີ່​ຈະ​ປັບ​ໂຄງ​ສ້າງ​ບໍ­ລິ­ສັດ​ຫວຽດ­ນາມ​ແອ​ເຊີ​ວິ​ສ (VASCO) ທີ່​ເປັນ​ບໍ­ລິ­ສັດ​ໃນ​ເຄືອ​ດ້ວຍ​ການ​ຕັ້ງ​ສາຍ​ການ­ບິນ​ໃໝ່​ທີ່​ໃຫ້​ບໍ­ລິ­ການ​ໃນ​ເສັ້ນ­ທາງ​ໄລ­ຍະ​ສັ້ນ.

     ຕາມ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ທ່ານ ຝ່າມ ຫງອກ ມິງ ຜູ້­ອຳ­ນວຍ­ການ​ໃຫຍ່​ສາຍ​ການ­ບິນ​ຫວຽດ­ນາມ ທີ່​ເປັນ​ສາຍ​ການ­ບິນ​ແຫ່ງ​ຊາດ​ລະ­ບຸ​ວ່າ ສາຍ​ການ­ບິນ​ໄດ້​ຢື່ນ​ແຜນ­ການ​ດັ່ງ­ກ່າວ​ຕໍ່​ກະ­ຊວງ​ຄົມ­ມະ­ນາ­ຄົມ ຊຶ່ງ​ພາຍ​ໃຕ້​ຂໍ້​ສະ­ເໜີ ສາຍ​ການ­ບິນ​ຫວຽດ­ນາມ​ຈະ​ຕັ້ງ​ບໍ­ລິ­ສັດ​ຮ່ວມ​ທຶນ​ດ້ວຍ​ທຶນ​ກໍ່​ຕັ້ງ 300 ຕື້​ດົງ(ເກືອບ 15 ລ້ານ​ໂດ​ລາ​ສະ­ຫະ­ລັດ) ໂດຍ​ສາຍ​ການ­ບິນ​ແຫ່ງ​ຊາດ​ຈະ​ຖື​ຄອງ​ຮຸ້ນ 51% ແລະ ສ່ວນ​ທີ່​ເຫຼືອ 49% ຈະ​ເປັນ​ຂອງ​ທະ­ນາ­ຄານ​ເພື່ອ​ເຕັກ​ໂນ​ໂລ​ຊີ ແລະ ການ​ຄ້າ (Techcombank), ຖ້າ​ຫາກ​ກະ­ຊວງ​ຄົມ­ມະ­ນາ­ຄົມ​ອະ­ນຸ­ມັດ​ແຜນ­ການ​ຂອງ​ສາຍ​ບິນ​ຫວຽດ­ນາມ ແລະ Techcombank ບໍ­ລິ­ສັດ​ໃໝ່​ຈະ​ສາ­ມາດ​ໃຫ້​ບໍ­ລິ­ການ​ໄດ້​ຕັ້ງ­ແຕ່​ໄຕ​ມາດ 2 ຂອງ​ປີ​ນີ້ ໃນ​ເສັ້ນ­ທາງ​ເດີມ​ຂອງ VADCO, ສາຍ​ການ­ບິນ​ຫວຽດ­ນາມ​ຫວັງ​ວ່າ ບໍ­ລິ­ສັດ​ໃໝ່​ຈະ​ສ້າງ​ກຳ­ໄລ​ໄດ້​ພາຍ​ໃນ​ປີ​ທຳ​ອິດ​ຂອງ​ການ​ດຳ­ເນີນ​ການ ແລະ ຂະ­ຫຍາຍ­ຕົວ​ຂຶ້ນ​ເລື້ອຍໆ​ໃນ​ປີ​ຕໍ່​ໄປ ໂດຍ​ບໍ­ລິ­ສັດ​ຄາດ​ວ່າ ຈະ​ສ້າງ​ລາຍ​ໄດ້​ຢູ່​ທີ່ 2 ພັນ​ຕື້​ດົງ​ໃນ​ປີ 2016-2018.

ສາຍ​ການ­ບິນ​ຫວຽດ­ນາມ​ກຳ­ລັງ​ເສຍ​ສ່ວນ​ແບ່ງ​ຕະ­ຫຼາດ​ພາຍ​ໃນ​ປະ­ເທດ​ໃຫ້​ກັບ​ຫວຽດ​ເຈັດ​ແອ ສາຍ​ການ­ບິນ​ຕົ້ນ​ທຶນ​ຕ່ຳ ແລະ ຄາດ​ວ່າ ສາຍ​ການ­ບິນ​ຫວຽດ​ເຈັດ​ອາດ​ໄດ້​ສ່ວນ​ແບ່ງ​ຕະ­ຫຼາດ​ພາຍ​ໃນ​ປະ­ເທດ​ແຊງ​ສາຍ​ການ­ບິນ​ຫວຽດ­ນາມ​ໃນ​ປີ​ນີ້. ຕາມ​ການ​ລະ­ບຸ​ຂອງ​ສະ­ມາ­ຄົມ​ຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ​ວ່າ: ຕະ­ຫຼາດ​ການ­ບິນ​ຫວຽດ­ນາມ​ຄາດ​ວ່າ ຈະ​ເປັນ 1 ໃນ 10 ຕະ­ຫຼາດ​ການ­ບິນ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ ໃນ​ອີກ 2 ທົດ​ສະ​ວັດ​ຕໍ່­ໜ້າ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...