spot_img
Homeຂ່າວພາຍ​ໃນລາ​ຄາ​ສິນຄ້າ​ຢູ່​ຕະຫຼາດ​ຕ່າງໆ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ​ເລີ່​ມປັບ​ລົງ​ສູ່​ສະພາບ​ປົກກະຕິ!

ລາ​ຄາ​ສິນຄ້າ​ຢູ່​ຕະຫຼາດ​ຕ່າງໆ ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ​ເລີ່​ມປັບ​ລົງ​ສູ່​ສະພາບ​ປົກກະຕິ!

Published on

ດັ່ງທີ່ເຫັນ​ນຳ​ກັນ​ແລ້ວ​ວ່າ​ ໃນລະ​ຫວ່າງ 4-5 ວັນ​ຜ່ານ​ມາ​, ຊຶ່ງ​​ເປັນ​ໄລຍະ​ຂອງ​ການ ສະ​ເຫລີ​ມສະຫລອງ​ເທສະການ​ປີ​ໃໝ່ຂອງ​ຊາວ​ຫວຽດນາມ ​ແລະ ຊາວ​ຈີນ ​​ແລະ ຄື​ດັ່ງ​ທຸກໆ​ປີ​ ພໍ​ຮອດ​​ເທສະການ​ດັ່ງກ່າວ ​ລາຄາ​ສິນຄ້າ​ຢູ່​ຕາມ​ຕະຫຼາດ​ ຕ່າງໆ​ ໃນ​ນະຄອນ​ຫຼວງ​ວຽງ​ຈັນ ກໍ​ຄື​ທົ່ວປະ​​ເທດ ​ໄດ້​ມີ​ການ​​ເໜັງ​ຕີງ​ຂຶ້ນ​ເລັກໜ້ອຍ​ ຕາມ​ກົນ​ໄກ​ຕະຫຼາດ​ ​​ແລະ ຈາກ​ການ​ລົງ​ຕິດຕາມ​ສະພາບ​ລາ​ຄາ​ສິນຄ້າ​ ຢູ່​ຕະຫຼາດ​ໃຫຍ່​ຫລາຍ​ແຫ່ງ ໃນ​ນະຄອນຫຼວງຂອງ​ນັກ​ຂ່າວ​ພວກ​ເຮົາ​ ໃນ​ວັນ​ທີ 10 ກຸມພາ​ນີ້, ​ເຫັນ​ວ່າ​​ສິນຄ້າຫລາຍ​ປະ​ເພດ ​ໄດ້ມີ​ການ​ປັບລາຄາ​ລົງ ​ສູ່​ສະພາບ​ປົກກະຕິ​ແລ້ວເຊັ່ນ: ຕະຫຼາດ​ຂົວ​ດິນ, ຕະຫຼາດ​​ໂພນສະຫວ່າງ ,ຕະຫຼາດ​ສະພານ​ທອງ ​ແລະ ຕະຫຼາດ​ອື່ນໆ ຊິ້ນ​ງົວ​ໄລຍະເທສະ​ການ​ດັ່ງກ່າວ ​ລາຄາຈະ​ຢູ່​ທີ່ 75-80 ພັນ​ກີບຕໍ່ກິ​ໂລ, ປັດຈຸ​ບັນ​ແມ່ນ 70-75 ພັນ​ກີບຕໍ່ກິ​ໂລ, ຊີ້ນ​ໝູ​ໄລຍະ​​ເທສະ​ການ 40-45 ພັນ​ກີບຕໍ່ກິ​ໂລ, ປັດຈຸ​ບັນ​ເຫລືອ​ພຽງ 30-40 ພັນກີບຕໍ່ກິ​ໂລ, ​ເປັດ​ໄກ່​ໄລຍະ​ເທສະ​ການ 50-55 ພັນ​ກີບຕໍ່ກິ​ໂລ, ປັດຈຸບັນ 45-50 ພັນ​ກີບ​ຕໍ່ກິ​ໂລ, ປາ​ກະຊັງ​ໄລຍະ​​ເທສະ​ການ 20 – 25 ພັນ​ກີບຕໍ່ກິ​ໂລ, ປັດຈຸບັນຫລຸດ​ລົງ​ເຫລືອ​ພຽງ 18- 20 ພັນ​ກີບ​ຕໍ່ກິ​ໂລ, ສ່ວນພືດ​ຜັກ​ຕ່າງໆ​​ເຊັ່ນ: ຫອມ​ບົວ, ຫອມປ້ອມ, ຜັກ​ສະຫຼັດ, ໜາກນາວ, ໝາກ​​ເຜັດ, ໝາກເລັ່ນ ​​ແລະ ຜັກ​ອື່ນ​ ທີ່​ມີ​ການ​ປັບ​ຂື້ນ​ລາຄາ​ໄລຍະ​ປີ​ໃໝ່ ​ກໍ​ເຫັນ​ວ່າລາຄາ​​ເລີ່​ມປັບ​ລົງ​ ຢູ່​ໃນເກນ​ປົກກະຕິແລ້ວ,​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ຜູ້​ບໍລິ​ໂພ​ກບາງ​ສ່ວນ ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ວ່າ: ການ​ປັບ​ຂື້ນ​ລາ​ຄາ​ສິນຄ້າ​ຄື​ດັ່ງກ່າວ ​ເປັນ​ການ​ສວຍ​ໂອກາດ​ຂອງ​ຊາວ​ຄ້າ​ຂາຍ​ເອງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...