Homeຂ່າວເຫດການອະນຸ​ກໍາມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ ຍົກ​ລະດັບ​ໃຫ້​ພະນັກງານ​ຫລັກ​ແຫ​ລ່ງ!

ອະນຸ​ກໍາມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ ຍົກ​ລະດັບ​ໃຫ້​ພະນັກງານ​ຫລັກ​ແຫ​ລ່ງ!

Published on

ກອງ​ປະຊຸມ​ເຝີກ​ອົບຮົມ​ພະນັກ​ງານ​ຫຼັກ​ແຫຼ່ງ​ທົ່ວ​ປະເທດ ​ເພື່ອກະກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ແລະ ສະພາ​ປະຊາຊົນ​ຂັ້ນແຂວງ​ ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 10-11 ກຸມພາ 2016 ທີ່​ຫໍ​ປະຊຸມ​ແຫ່ງຊາດ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ສຈ.​ປອ. ກິ​ແກ້ວ ໄຂ​ຄຳ​ພິທູນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມສູນ​ກາງ​ພັກ ຄະນະ​ກຳມະການເລືອກ​ຕັ້ງ​ລະດັບ​ຊາດ ຫົວໜ້າ​ອະນຸ​ກຳມະການ​ຊີວິດ​ການເມືອງ ມີ​ບັນດາ​ທ່ານ​ເລຂາ​ຄະນະ​ພັກກະຊວງ ອົງການ​ທຽບ​ເທົ່າ​ກະຊວງ ແຂວງ ແລະ ນະຄອນຫຼວງ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ​ຜູ້​ເຂົ້າ​ຮ່ວມໄດ້​ພ້ອມ​ກັນ​ເຊື່ອມ​ຊຶມ​ກຳ​ແໜ້ນບາງ​ບັນຫາ​ເນື້ອ​ໃນ​ ສຳຄັນຄື: ມະຕິ​ຕົກລົງ​ຂອງ​ກົມ​ການເມືອງສູນ​ກາງ​ພັກ ສະບັບ​ເລກ​ທີ 29/​ກມສພ ວ່າ​ດ້ວຍ​ການ​ເພີ່ມທະວີ​ການ​ຊີ້​ນຳ​ຂອງ​ພັກ ຕໍ່​ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ ຊຸດ​ທີ VIII ແລະ ສະມາຊິກສະພາ​ປະຊາຊົນ​ຂັ້ນ​ແຂວງ ເອກະ​ສານ​ກ່ຽວ​ກັບ​ຜົນງານ 40 ປີ ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ ​ສປປ ລາວ ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າປະເທດ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ແລະ ກົດໝາຍ​ວ່າ​ດ້ວຍສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ສະພາປະຊາຊົນ​ຂັ້ນ​ແຂວງ ລວມ​ທັງກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ແລະ ສານ​ປະຊາຊົນ​ຂັ້ນ​ແຂວງ.

ທັງ​ນີ້ກໍ່​ເພື່ອ​ຮັບປະກັນ​ໃຫ້​ແກ່ການ​ກະກຽມ ແລະ ດຳເນີນ​ການເລືອກ​ຕັ້ງ​ໄປ​ຕາມ​ເນື້ອ​ໃນ​ຈິດໃຈ​ຊີ້ນຳ ​ຂອງ​ມະຕິ​ຕົກລົງ​ກົມ​ການເມືອງ​ສູນ​ກາງ​ພັກ ຖືກຕ້ອງ​ສອດຄ່ອງ​ກັບ​ລັດ​ຖະ​ທຳ​ມະນູນ ແລະ ກົດໝາຍ ຮັບປະກັນ​ໃຫ້​ຜູ້​ມີ​ສິດເລືອກ​ຕັ້ງ​ມີ​ຄວາມ​ຕື່ນ​ຕົວ ແລະ ສະໝັກ​ໃຈ​ໄປ​ໃຊ້​ສິດ​ໃນ​ວັນ​ເລືອກຕັ້ງ​ຢ່າງ​ຄົບ​ຖ້ວນ ລົງ​ຄະແນນສຽງ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ແລະ ລະບຽບ​ການ ພ້ອມ​ທັງ​ຮັບປະກັນ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃຫ້ແກ່​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ມີ​ປະສິດທິ​ຜົນ ແລະ ສຳເລັດ​ຕາມຄາດໝາຍ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...