spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ ສົ່ງເຂົ້າສານໄປຈີນຄັ້ງທີ 2

ສະຫວັນນະເຂດ ສົ່ງເຂົ້າສານໄປຈີນຄັ້ງທີ 2

Published on

   ນັບ​ເປັນ​ຄັ້ງ​ທີ 2 ທີ່​ສະ­ຫວັນ​ນະເຂດ​ໄດ້​ສົ່ງ​ອອກ​ເຂົ້າ­ສານ​ທີ່​ຜະ­ລິດ​ໃນແຂວງ​ຂອງ​ຕົນ​ໄປ ສປ ຈີນ, ຊຶ່ງ​ການສົ່ງ​ອອກ​ເຂົ້າ­ສານ​ໃນ​ຄັ້ງ​ນີ້​ມີ​ຈຳ­ນວນ 500 ໂຕນ.

   ພິ­ທີ​ຈັດ​ສົ່ງ​ເຂົ້າ­ສານ​ຈຳ­ນວນ​ດັ່ງ­ກ່າວໄດ້​ຈັດ​ຂຶ້ນ​ທີ່​ຂົວ​ມິດ­ຕະ­ພາບ 2 ສະ­ຫວັນ ນະ​ເຂດ-ມຸກ­ດາ​ຫານ ໃນ​ວັນ​ທີ 5 ກຸມ­ພາ 2016. ໃຫ້​ກຽດ​ຮ່ວມ​ໃນ​ພິ­ທີ​ສົ່ງ​ມີ ທ່ານ ດຣ. ບຸນ​ຂວາງ ຄຳ​ບຸນ​ເຮືອງ ລັດ​ຖະ​ມົນ ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ-ປ່າ­ໄມ້, ທ່ານ ຄຳ​ລຸຍ ຍາດ­ຕິ​ວົງ ຫົວ­ໜ້າ​ພະ​ແນກ ກະ­ສິ­ກຳ-ປ່າ­ໄມ້ ແຂວງ​ສະ­ຫວັນ​ນະ​ເຂດ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ສົ່ງ​ອອກ​ເຂົ້າ­ສານ​ໄປ​ທີ່​ປະ­ເທດ ສປ ຈີນ ໃນ​ຄັ້ງ​ນີ້​ກໍ່​ແມ່ນ​ເປັນ​ໄປ​ຕາມ ບົດ​ບັນ­ທຶກ​ລະ­ຫວ່າງ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ອົງ­ການ​ສະ­ບຽງ​ອາ­ຫານ​ຂອງ​ແຂວງ ຫູ​ນານ ສປ ຈີນ ທີ່​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 26 ທັນ­ວາ 2014 ໂດຍ​ແມ່ນ​ບໍ­ລິ­ສັດ ຊວນ​ເຢ (ລາວ) ຈຳ­ກັດ ເປັນ​ຕົວ​ແທນ ໃຫ້​ແກ່​ແຂວງ​ຫູ​ນານ ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຜະ­ລິດ​ເຂົ້າ​ເປັນ​ສິນ­ຄ້າ​ເພື່ອ ສົ່ງ​ອອກ​ໄປ ສປ ຈີນ ແລະ​ກໍ່​ໄດ້​ດຳ­ເນີນ ການ­ເຄື່ອນ­ໄຫວ​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ ຈິງ​ຈັງ ນອກ​ນັ້ນ​ທັງ​ສາມ​ຝ່າຍ​ຄື: ກົມ ປູກ­ຝັງ​ຂອງ ສປປ ລາວ, ອົງ­ການ​ສະ ບຽງ​ອາ­ຫານ​ແຂວງ​ຫູ​ນານ ແລະ​ພະ ແນກ​ກະ­ສິ­ກຳ-ປ່າ­ໄມ້​ແຂວງ​ສະ­ຫວັນ​ນະ ເຂດ​ໄດ້​ເຊັນ​ບົດ​ບັນ­ທຶກ​ກ່ຽວ​ກັບ​ແຜນ ການ​ສຳ​ຫຼວດ ແລະ​ສ້າງ​ເຂດ​ພັດ­ທະ­ນາ ກະ­ສິ­ກຳ​ທັນ​ສະ­ໄໝ

ແນ­ໃສ່​ສ້າງ​ແຂວງ​ສະ­ຫວັນ​ນະ​ເຂດ​ເປັນ ບ່ອນ​ທົດ​ລອງ​ແນວ​ພັນ​ໃໝ່, ຝຶກ​ອົບ­ຮົມ ສ້າງ​ບຸກ​ຄະ­ລາ​ກອນ​ດ້ານ​ເຂົ້າ, ສາ­ທິດ ອຸ­ປະ­ກອນ​ກົນ​ຈັກ​ທັນ​ສະ­ໄໝ, ສ້າງ​ລານ ຕາກ, ເຄື່ອງ​ອົບ​ເມັດ, ເຄື່ອງ​ຄັດ​ເມັດ, ສ້າງ​ໂຮງ­ງານ​ປຸງ​ແຕ່ງ, ຫຸ້ມ​ຫໍ່, ສ້າງ ສາງ​ເກັບ​ຮັກ­ສາ ແລະ​ອື່ນໆ ສຳ­ລັບ​ການ ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຮູບ​ແບບ 2+3 ຢູ່ ເມືອງ​ຈຳ​ພອນ ແມ່ນ​ມີ​ເນື້ອ­ທີ່ 2 ພັນ ເຮັກ­ຕາ ໃນ​ປີ 2015 ຜ່ານ​ມາ. ຍ້ອນ ເຫັນ​ໄດ້​ຄວາມ​ສຳ­ຄັນ​ຂອງ​ການ​ຮ່ວມ ມື​ດັ່ງ­ກ່າວ​ລັດ­ຖະ­ບານ ສປ ຈີນ ຈິ່ງ​ຕົກລົງ​ອະ­ນຸ­ມັດ​ໂກ​ຕາ​ນຳ​ເຂົ້າ​ເຂົ້າ­ສານ​ຈຳ ນວນ 8 ພັນ​ໂຕນ ໃຫ້​ແກ່​ບໍ­ລິ­ສັດ​ຊວນ ເຢ (ລາວ) ໃນ​ສົກ​ປີ 2015-2016 ເພື່ອ​ບັນ­ລຸ​ເປົ້າ​ໝາຍ​ທາງ​ບໍ­ລິ­ສັດ​ໄດ້​ສະ ໜອງ​ແນວ​ພັນ​ເຂົ້າ ແລະ​ຝຸ່ນ​ໃຫ້​ຊາວ​ກະ ສິ​ກອນ​ທີ່​ເປັນ​ເຄືອ​ຂ່າຍ​ໃນ​ເຂດ​ພື້ນ​ທີ່ ໂຄງ­ການ ສ່ວນ​ລາ­ຄາ​ເກັບ​ຊື້​ເຂົ້າ​ຈາກ ຊາວ​ກະ­ສິ­ກອນ​ແມ່ນ​ໃນ​ລາ­ຄາ 2.700 ກີບ​ຕໍ່​ກິ​ໂລ, ສະ­ນັ້ນ ໂຄງ­ການ​ຜະ­ລິດ​ເຂົ້າ ເປັນ​ສິນ­ຄ້າ​ເພື່ອ​ສົ່ງ​ອອກ​ໄປ ສປ ຈີນ ຈຳ­ນວນ 8 ພັນ​ໂຕນ ທີ່​ລັດ­ຖະ­ບານ ສປ ຈີນ ມອບ​ໃຫ້ ສປປ ລາວ ໃນ​ປີ 2015, ທາງ​ແຂວງ​ມີ​ຄວາມ​ພ້ອມ​ໃນ​ການ​ວາງ ແຜນ​ເກັບ​ຊື້​ເຂົ້າ​ຈາກ​ແຫຼ່ງ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ຈາກ​ແຫຼ່ງ​ຕ່າງໆ​ຄື: ພື້ນ​ທີ່​ຊຸກ­ຍູ້ ການ​ຜະ­ລິດ 2+3 ຂອງ​ເມືອງ​ຈຳ​ພອນ ຈຳ­ນວນ 3 ຈຸດ​ເຊັ່ນ: ຍອດ​ບັກ,ໂພນ ທອງ-ໂພນ​ມ່ວງ ແລະ​ຫ້ວຍ​ທວດ. ສ່ວນ​ພື້ນ​ທີ່​ທົ່ວ​ໄປ​ຂອງ​ແຂວງ​ສະ­ຫວັນ​ນະ​ເຂດ​ເຊັ່ນ: ເມືອງ​ສອງ​ຄອນ, ເມືອງ​ໄຊ​ພູ​ທອງ, ເມືອງ​ໄຊ ບູ​ລີ, ເມືອງ​ໄກ­ສອນ ພົມ­ວິ­ຫານ, ເມືອງ​ອຸ­ທຸມ­ພອນ ແລະ​ເມືອງ​ອື່ນໆ ຄາດ ວ່າ​ຈະ​ບັນ­ລຸ​ໄດ້ 6 ພັນ​ໂຕນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...