spot_img
Homeຂ່າວຕ່າງປະເທດອົງການການຢາເອີຣົບ ຕັ້ງກຸ່ມຜູ້ຊ່ຽວຊານ ຮັບມືພະຍາດຊິກ້າແລ້ວ!

ອົງການການຢາເອີຣົບ ຕັ້ງກຸ່ມຜູ້ຊ່ຽວຊານ ຮັບມືພະຍາດຊິກ້າແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ​ທີ 8 ກຸມພາຜ່ານມານີ້ວ່າ ອົງ​ການການ​ຢາເອີ​ຣົບ ຫລື EMA ອອກມາລະບຸ ໄດ້​ສ້າງ​ຕັ້ງ​ກຸ່ມ​ນັກ​ຊ່ຽວ​ຊານ ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ວຽກ​ງານ​ປິ່ນ​ປົວ, ປ້ອງ​ກັນ ແລະ ຕ້ານ​ໄວ​ຣັສຊິກ້າ (virus Zika) ພວມ​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ລາ​ຕີນ ແລະ ອາດສ່ຽງ​ແຜ່ລະ​ບາດ​ອອກ​ສູ່​ຫລາຍ​ປະ​ເທດ​ໃນ​ໂລກ​ ເນື່ອງຈາກປັດຈຸບັນ ໄວ​ຣັສ​ຊິ​ກ້າ ໄດ້​ແຜ່​ລະ​ບາດ​ອອກ​ສູ່ 31 ປະ​ເທດ​ໃນ​ໂລກ​ແລ້ວ.

ເຊື້ອໄວຣັສຊິກ້າ ຊຶ່ງແຜ່ເຊື້ອໂດຍມີຍຸງລາຍເປັນພາຫະນະ ໄດ້ມີການແຜ່ລະບາດຢ່າງວ່ອງໄວ ແລະ ອາດມີສ່ວນເຮັດໃຫ້ ຜູ້ຕິດເຊື້ອທີ່ເປັນແມ່ຍິງຖືພາ ເກີດລູກມາມີຮ່າງກາຍຜິດປົກກະຕິ ຄືກາຍເປັນເດັກທີ່ມີຫົວນ້ອຍ ຊຶ່ງມີລາຍງານກ່ຽວກັບກໍລະນີດັ່ງກ່າວແລ້ວ ຫລາຍກໍລະນີໃນພື້ນທີ່ແຜ່ລະບາດ.

ທັງນີ້ ໄວຣັສຊິກາ ຖືກຄົ້ນພົບເທື່ອທຳອິດ ໃນປະເທດອູກັນດາ ທາງພາກຕາເວັນອອກຂອງທະວີບອາຟຣິກາ ແຕ່ປີ 1947 ໂດຍໃນເວລານັ້ນ ຍັງບໍ່ທັນຖືເປັນເຊື້ອພະຍາດລະບາດຮ້າຍແຮງ, ແຕ່ພາຍຫລັງເກີດການລະບາດຂຶ້ນ ໃນພາກພື້ນອາເມຣິກາລາຕິນ ເມື່ອປີ 2015 ເປັນຕົ້ນມາ ໄດ້ເຮັດໃຫ້ອົງການອະນາໄມໂລກ ປະກາດພາວະສຸກເສີນ ດ້ານສາທາລະນະສຸກລະຫວ່າງປະເທດ ກ່ຽວກັບການລະບາດຂອງເຊື້ອພະຍາດດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...